Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ໜ້າສົງສານຫຼານນ້ອຍແລະຕູ້ທັງສອງ

Posted on 19/11/202119/11/2021 By ປະກາດ Pakaad No Comments on ໜ້າສົງສານຫຼານນ້ອຍແລະຕູ້ທັງສອງ

ມາຮອດວັນທີ 19 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 59,895 ຄົນ, ເສຍຊີວິດສະສົມ 119 ຄົນ (ໃໝ່ 03), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 403 ຄົນ, ກໍາລັງປິ່ນປົວ 11,220 ຄົນ.

ລາຍລະອຽດຜູ້ເສຍຊີວິດໃໝ່ 03 ຄົນ ມີດັ່ງນີ້:

ຜູ້ທີ 1 ແມ່ນ ເພດຊາຍ, ອາຍຸ 76 ປີ, ອາຊີບ: ພະນັກງານບຳນານ, ບ້ານສີຫອມ, ເມືອງຈັນທະບູລິ, ນະຄອນຫລວງວຽງຈັນ.

ພະຍາດປະຈໍາຕົວ ແມ່ນມະເຮັງລຳໄສ້ ແລະ ຄວາມດັນເລືອດສູງ. ຜ່ານມາໄດ້ສັກວັກຊີນກັນໂຄວິດ-19 ຄົບ.

ວັນທີ 12 ພະຈິກ 2021 ຄົນເຈັບມີອາການໄຂ້, ໄອ, ຫາຍໃຈຝືດ. ວັນທີ 14 ພະຈິກ 2021 ໄດ້ມາກວດ ຢູ່ໂຮງໝໍມິດຕະພາບ ພ້ອມທັງເກັບຕົວຢ່າງມາກວດຊອກຫາ ພະຍາດໂຄວິດ-19.

ວັນທີ 15 ພະຈິກ 2021 ຜົນກວດພົບເຊື້ອ ແລະ ເຂົ້ານອນປິ່ນປົວຢູ່ໂຮງໝໍມິດຕະພາບ.

ໄລຍະນອນປິ່ນປົວຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 15-18 ພະຈິກ 2021 ເປັນເວລາ 04 ວັນ. ຮອດເວລາ 18:18 ນາທີ ຂອງວັນທີ 18 ພະຈິກ 2021 ຄົນເຈັບໄດ້ເສຍຊີວິດ

ຜູ້ທີ 2 ແມ່ນ ເພດຍິງ, ອາຍຸ 82ປີ, ອາຊີບ: ແມ່ເຮືອນ, ບ້ານພູເຂົາຄຳ, ເມືອງແກ້ວອຸດົມ, ແຂວງວຽງຈັນ.

ພະຍາດປະຈໍາຕົວ: ຄວາມດັນເລືອດສູງ. ຜ່ານມາບໍ່ໄດ້ຮັບການສັກວັກຊີນກັນໂຄວິດ-19. ຜູ້ກ່ຽວຕິດເຊື້ອຈາກສະມາຊິກໃນຄອບຄົວ.

ວັນທີ 9 ພະຈິກ 2021 ຜົນກວດຢັ້ງຢືນຕິດເຊື້ອ ແລະ ຖືກນຳສົ່ງຈາກໂຮງໝໍເມືອງແກ້ວອຸດົມ ເຂົ້າມາ ສູນປິ່ນປົວໂຄວິດໂພນໂຮງ ດ້ວຍອາການອິດເມື່ອຍ, ຫາຍໃຈຝືດ, ແໜ້ນໜ້າເອິກ, ໄຂ້ ແລະ ໄອ.

ນັບແຕ່ວັນທີ 09-18 ພະຈິກ 2021: ໃນຕະຫລອດໄລຍະການປິ່ນປົວ ອາການຂອງຜູ້ກ່ຽວບໍ່ດີຂຶ້ນ. ວັນທີ 17 ພະຈິກ 2021: ຄົນເຈັບຫາຍໃຈຫອບ ແພດໝໍ, ພະຍາບານໄດ້ສຸມທຸກກຳລັງເຊີດຊູທັງຢາ ແລະ ອຸປະກອນເຕັມທີ່ ແຕ່ຄົນເຈັບບໍ່ມີອາການຕອບສະໜອງ.

ມາຮອດເວລາ 16:30 ໂມງ ຂອງວັນທີ 18 ພະຈິກ 2021 ຜູ້ກ່ຽວໄດ້ເສຍຊີວິດ.

ຜູ້ທີ 3:ຝ ແມ່ນ ເພດຊາຍ, ອາຍຸ 1 ເດືອນ 14 ມື້, ອາຊີບ: ເດັກ, ບ້ານຜາບ່ອງ, ເມືອງຫີນເຫີບ, ແຂວງວຽງຈັນ.

ຕິດເຊື້ອຈາກສະມາຊິກໃນຄອບຄົວ. ວັນທີ 17 ພະຈິກ 2021: ເຂົ້າໄປກວດຢູ່ສຸກເສີນໂຮງຫມໍແຂວງວຽງຈັນ ຍ້ອນອາການໄຂ້, ຮາກ, ຖ່າຍເປັນນໍ້າດູດນົມໄດ້ເລັກນ້ອຍ ຈຶ່ງໄດ້ເກັບຕົວຢ່າງກວດ ຜົນເປັນບວກ ແລະ ຖືກສົ່ງໂຕມາສູນປິ່ນປົວໂຄວິດໂພນໂຮງ.

ວັນທີ 18 ພະຈິກ 2021 ເດັກບໍ່ດູດນົມ, ຫາຍໃຈໄວ, ອາການທາງລະບົບຫາຍໃຈຊຸດໂຊມ, ແພດໄດ້ສຸມໃສ່ເຊີດຊູໃຫ້ຢາເຕັມທີ່ ແຕ່ຄົນເຈັບບໍ່ມີການຕອບສະໜອງ.

ມາຮອດເວລາ 4:00 ໂມງ ຂອງວັນທີ 19 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ

Featured, ໂຄວິດ-19

Post navigation

Previous Post: ແຂວງພາກເໜືອແຂວງໄຊສົມບູນ ແລະເຂດພູພຽງບໍລະເວນອາກາດໜາວເຢັນ
Next Post: ໝອກພາກເໜືອຝົນເບົາບາງພາກໃຕ້

Related Posts

ລາຄາແອັດຊັງລົງ ແຕ່ກາຊວນຂຶ້ນ Featured
ແຂວງສະຫວັນນະເຂດ ແຈ້ງການເພີ່ມມາດຕະການຮັບມືໂຄວິດ-19 Featured
ສປປລາວ ສັກວັກຊິນເຂັມ 1 ໄດ້ 75,35% ແລະ ຄົບເຂັມໄດ້ 60,26% Featured
ມາດຕະການສະບັບໃໝ່ສະເພາະແຂວງສະຫວັນນະເຂດ Featured
ລະນຶກວັນສ້າງຕັ້ງອົງການສະຫະປະຊາຊາດ ຄົບຮອບ 75 ປີ Featured
ໃຊ້ເຮືອໄວລົງໄປກວດກາເບິ່ງຕົວຈິງ ພົບວ່າ ສິ່ງທີ່ເຫັນນັ້ນເປັນພຽງກະຕຸກນໍ້າດື່ມໃຫຍ່ 20 ລິດ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme