Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ສກຂ ຫຼວງພະບາງ ຈັດສອບເສັງຄັດເລືອກນັກຮຽນໄປຮຽນຕໍ່ວິຊາຊີບ ທີ່ ສສ ຫວຽດນາມ ແລະ ສປ ຈີນປະຈຳສົກຮຽນ 2020-2021

Posted on 06/08/202006/08/2020 By ປະກາດ Pakaad No Comments on ສກຂ ຫຼວງພະບາງ ຈັດສອບເສັງຄັດເລືອກນັກຮຽນໄປຮຽນຕໍ່ວິຊາຊີບ ທີ່ ສສ ຫວຽດນາມ ແລະ ສປ ຈີນປະຈຳສົກຮຽນ 2020-2021

ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງໄດ້ຈັດສອບເສັງຄັດເລືອກນັກຮຽນໄປຮຽນຕໍ່ວິຊາຊີບໃນລະດັບຕ່າງໆທີ່ ສສ ຫວຽດນາມ ແລະ ສປ ຈີນ ປະຈຳສົກຮຽນ 2020-2021 ເມື່ອວັນທີ 6 ສິງຫາ 2020 ທີ່ໂຮງຮຽນມັດທະຍົມສົມບູນສັນຕິພາບ ນະຄອນຫຼວງພະບາງ,ແຂວງຫຼວງພະບາງ

ໂດຍການໃຫ້ຊີ້ນໍາ ແລະ ເປັນກຽດຕັດຊອງຫົວບົດສອບເສັງຂອງ ທ່ານ ຊາຍສະຫວັນ ຈັນມານິດ ຮັກສາການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ, ເຂົ້າຮ່ວມມີຄະນະພະແນກ, ຫົວໜ້າ-ຮອງຫົວໜ້າຂະແໜງອະຊີວະສຶກສາ ແລະ ການສຶກສາຊັ້ນສູງ,ພ້ອມດ້ວຍ ພະນັກງານ ວິຊາການ,ຄະນະກຳມະການຮັບຜິດຊອບ, ກຳມະການເຝົ້າຫ້ອງ ແລະ ນັກສອບເສັງເຂົ້າຮ່ວມ.

ການຈັດການສອບເສັງຄັ້ງນີ້ແມ່ນເພື່ອເປັນການຄັດເລືອກເອົານັກຮຽນທີ່ຮຽນຈົບຊັ້ນມັດທະ ຍົມປາຍ ມ.7 ເຂົ້າຮຽນຕໍ່ວິຊາຊີບໃນລະດັບຕ່າງໆຢູ່ ສສ ຫວຽດນາມ ແລະ ສປ ຈີນປະຈຳສົກຮຽນ 2020-2021 ເຊີ່ງມີນັກສອບເສັງເຂົ້າຮ່ວມທັງໝົດ 426 ຄົນ, ຍິງ 170 ຄົນ, ມີຫ້ອງສອບເສັງ 22 ຫ້ອງ, ແຕ່ລະຫ້ອງມີອະນຸກຳມະການເຝົ້າຫ້ອງ 2 ທ່ານ ແລະ ໄດ້ກຳນົດສອບເສັງໃນ 4 ວິຊາຄື: ພະສາລາວ-ວັນນະຄະດີ, ຄະນິດສາດ, ຊີວະສາດ ແລະ ພູມສາດ,

ໂດຍຈະບັນຈຸເຂົ້າບັນດາແຂວງທີ່ໃຫ້ທຶນຄື: ແຂວງ ທ້າຍຫງວ່ຽນ ສສ ຫວຽດນາມ ປະກອບມີ 8 ສາຂາວິຊາຮຽນໃນລະບົບຊັ້ນສູງ, ດ່ຽນບ່ຽນ 6 ສາຂາວິຊາ(ລະບົບຊັ້ນສູງ), ເຊີນລາ 20 ສາຂາວິຊາ ລະບົບປະລິຍາຕີ ແລະ 18 ສາຂາວິຊາ ຊັ້ນສູງ, ສ່ວນ ສປ ຈີນ ແຂວງເສສວນ ປະກອບມີ 11 ສາຂາວິຊາຮຽນ(ລະບົບຊັ້ນສູງ), ວິທະຍາໄລເຕັກນິກເລີຊານ ມີ 40 ທຶນໃນນັ້ນ ໃນແຜນ 20 ທຶນ,ນອກແຜນ 20 ທຶນ, ຊຸຍໂຈ ມີ 2 ສາຂາວິຊາຮຽນໃນນັ້ນຊັ້ນສູງ 46 ທຶນ,ສຳລັບປີກຽມພາສາແມ່ນກຸ້ມຕົນເອງ,

ຖ້າເສັງຜ່ານ 4 G ແມ່ນຈະໄດ້ຮັບທຶນການສຶກສາ, ວິທະຍາໄລນະຄອນ ພູເອີ ມີ 16 ສາຂາວິຊາຮຽນໃນນັ້ນປະລະນຍາຕີ 8 ທຶນ,ຍົກເວັ້ນຄ່າຮຽນ ແລະ ຄ່າຫໍພັກ, ນອກຈາກນີ້ ຍັງມີບາງແຂວງ ຫຼື ສະຖາບັນການສຶກສາຍັງບໍ່ທັນແຈ້ງທຶນການສຶກສາ ເນື່ອງຈາກການແຜ່ລະບາດຂອງພະຍາດ ໂຄວິດ-19 ເຊັ່ນ: ແຂວງກວາງນິງ ສສ ຫວຽດນາມມີ 30 ທຶນ(ປະລິນຍາຕີ), ແຂວງຟູຈ້ຽນ ສປ ຈີນ, ອະຊີວະສຶກສາຊຽງຮຸ່ງກິ່ງສິບສອງພັນນາ 40 ທຶນ(ຊັ້ນກາງ) ແລະ ວິທະຍາໄລເຕັກນິກສິບສອງພັນນາ ສປ ຈີນ.


ໂດຍ: ແຈັກກີ້ ສກຂ ຫຼວງພະບາງ

Featured, ການສຶກສາ, ຂ່າວສານບ້ານເມືອງ

Post navigation

Previous Post: ແຂວງບໍ່ແກ້ວໂຈະການນໍາເຂົ້າໝູແລະຜະລິດຕະພັນໝູ ຊົ່ວຄາວ ຈາກຫຼວງນໍ້າທາແລະໄທ
Next Post: ໄປໃສ່ມອງເຈຍຢູ່ຖໍ້າ ພົບພຣະພຸດທະຮູບ ເກົ່າແກ່ຈໍານວນຫຼາຍ

Related Posts

ເສົ້າໃຈ! ຜູ້ຕິດເຊື້ອ ໂຄວິດ-19 ເສຍຊີວິດ ກໍລະນີທີ 7 ຢູ່ແຂວງຈໍາປາສັກ Featured
ອາກາດຮ້ອນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ແລະ ຕົກປານກາງ Featured
ປະກາດຫາເຈົ້າຂອງລົດຈັກ 81 ຄັນ ປກສ ແຂວງຊຽງຂວາງ ຍຶດໄດ້ Featured
ດ່ານພາສີສາກົນວັງເຕົ່າ ເກັບລາຍຮັບໄດ້ 215 ຕື້ກວ່າກີບ ໃນໄຕມາດທໍາອິດປີ 2022 Featured
ສົງສານແມ່ຕູ້ທັງສອງ Featured
ຜູ້ເສຍຊີວິດໃໝ່ມື້ນີ້ແມ່ນເພດຍິງທັງສາມ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme