Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຊົມເຊີຍ Food For Fighters LAOS ໂຮມນໍ້າໃຈ ເອົາອາຫານມອບໃຫ້ສັງຄົມ ສູ້ໄພ ໂຄວິດ-19

Posted on 31/05/202131/05/2021 By ປະກາດ Pakaad No Comments on ຊົມເຊີຍ Food For Fighters LAOS ໂຮມນໍ້າໃຈ ເອົາອາຫານມອບໃຫ້ສັງຄົມ ສູ້ໄພ ໂຄວິດ-19

ເປັນອີກຄວາມປະທັບໃຈ ຈາກທີມ​ງານ Food For Fighter LAOS (FFF LAOS) ທີ່ໄດ້ເປັນຂົວຕໍ່ ລະດົມທຶນຮອນ ເພື່ອຈັດຫາອາຫານ ແລະ ເຄື່ອງໃຊ້ທີ່ຈໍາເປັນ ເພື່ອສົ່ງຍື່ນ ແລະ ສະໜັບສະໜູນ ຫຼາຍໜ່ວຍງານ ທີ່ເຮັດວຽກ ສູ້ກັບ ໂຄວິດ-19.

ຂໍ້ມູນໃນວັນທີ 31 ພຶດສະພາ ຈາກ FFF LAOS ໄດ້ສະແດງຄວາມຂອບໃຈຜູ້ໃຈບຸນທຸກທ່ານ ທີ່ຮ່ວມກັນສົມທົບທຶນໂປຣເຈກນີ້ ໃນໄລຍະ 1ເດືອນທີ່ຜ່ານມາ ພວກເຮົາໄດ້:
🔹 ຮັບບໍລີິຈາກ ລວມ 44,603,900 ກີບ
🔹 ສັ່ງຊື້ເຂົ້າກ່ອງເພື່ອສົ່ງໃຫ້ທີມແພດໝໍ / ໜ່ວຍກູ້ໄພ
ລວມທັ້ງໝົດ 510 ຊຸດ
🔹 ມອບຖົງກູ້ຊີບ ລວມ 566 ຊຸດ

  • ສະຖາບັນເສດຖະກິດ-ການເງິນ 52 ຊຸດ
  • ກຸ່ມຜູ້ຂາດລາຍໄດ້ 17 ຊຸດ
  • ຄະນະວິສະວະກຳສາດ 83 ຊຸດ
    -ຄະນະຊັບພະຍາກອນນ້ຳ 129 ຊຸດ
    -ຄະນະກະເສດສາດ 160 ຊຸດ
    -ຄະນະປ່າໄມ້ 80 ຊຸດ
    -ຕູ້ປັນສຸກ 45 ຊຸດ
    🔹 ບໍລິຈາກເຄື່ອງໃຊ້ທາງການແພດ
  • ເຫົ້າ90 20ລິດ (560,000 ກີບ)
    ທັ້ງໝົດນີ້ໄດ້ປະສົບຄວາມສຳເລັດດ້ວຍນ້ຳໃຈຂອງທຸກທ່ານ
    ທາງທີມງານຂໍຂອບໃຈທຸກທ່ານທີ່ໃຫ້ການຊ່ວຍເຫຼືອ ແລະຂໍອວຍພອນໄຊໃຫ້ທ່ານແລະຄອບຄົວ ມີຄວາມສຸກ ຄວາມຈະເລີນ ສຸຂະພາບແຂງແຮງ 🙏
    ພວກເຮົາໄດ້ນໍາໃຊ້ງົບປະມານທັ້ງໝົດທີ່ໄດ້ຮັບບໍລິຈາກ ເພື່ອຊ່ວຍເຫຼືອສົ່ງກໍາລັງໃຈໃຫ້ແພດໝໍ ແລະກຸ່ມຄົນທີ່ຕ້ອງການຄວາມຊ່ວຍເຫຼືອ
    ພາລະກິດຕໍ່ໄປແມ່ນພວກເຮົາຈະເຮັດຖົງກູ້ຊີບຕື່ມ ເພື່ອໄປມອບໃຫ້ກັບຜູ້ທີ່ເດືອດຮ້ອນ.

ທ່ານໃດຢາກປະກອບສ່ວນກໍ່ສາມາດເຂົ້າໄປຮ່ວມບໍລິຈາກ ຜ່ານທີມງານ FFF LAOS ໂດຍກົງ, ຕິດຕໍ່ທາງເພຈ ຂ້າງລຸ່ມ

ຄລິບແຮງບັນດານໃຈ ຈາກ FFF Thailand

Featured, ການກຸສົນ

Post navigation

Previous Post: ຊົມເຊີຍ ສະມາຄົມຈີນ ສະຫວັນນະຂດ ມອບຕຽງນອນ 30 ໜ່ວຍ ໃຫ້ຄະນະສະເພາະກິດ
Next Post: ກະຊວງການເງິນ ອອກຄໍາແນະນໍາ ນະໂຍບາຍ ໄລຍະ ໂຄວິດ-19

Related Posts

ຄວາມໜາວເຢັນຍັງສືບຕໍ່ປົກຄຸມເປັນວົງກວ້າງ Featured
ຂ່າວດ່ວນ! ສນຍ ອອກແຈ້ງການ ສະບັບໃໝ່ ສືບຕໍ່ ປະຕິບັດມາດຕະການ ຮອດ 19 ມິຖຸນາ 2021 Featured
ຮູບແຕ້ມພະຍານາກທີ່ງົດງາມ ດ້ວຍຝີມືຄົນລາວ Featured
ສະພາບໂຄວິດມື້ນີ້ ປົວດີ 169 ຕິດໃໝ່ 273 Featured
ຕິດເຊື້ອໃໝ່ 921 ປົວດີ 683 ເສຍຊີວິດ 6 Featured
ຝົນຍັງຕົກໃນທຸກພາກຂໍໃຫ້ລະມັດລະວັງ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme