Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງບໍລິຄໍາໄຊ ລົງຢ້ຽມຢາມຫ້ອງຮຽນພອນສະຫວັນ

Posted on 02/04/202102/04/2021 By ປະກາດ Pakaad No Comments on ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງບໍລິຄໍາໄຊ ລົງຢ້ຽມຢາມຫ້ອງຮຽນພອນສະຫວັນ


ໃນເວລາ 8: 30 ນາທີ ຂອງວັນທີ 29 ມີນາ 2021 ທີ່ຜ່ານມາ ທ່ານ ລົມ ແພງສຸກ ກໍາມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງບໍລິຄໍາໄຊ ໄດ້ລົງຢ້ຽມຢາມຫ້ອງຮຽນພອນສະຫວັນຂອງແຂວງທີ່ຕັ້ງຢູ່ເດີ່ນໂຮງຮຽນ ມ.ສ ສີທ່ານາໄຊ ເມືອງປາກຊັນ ແຂວງບໍລິຄໍາໄຊ, ມີຫົວໜ້າຂະແໜງບໍລິຫານ, ວິຊາການຂະແໜງສາມັນ, ຄູສຶກສານິເທດແຂວງ ແລະ ຜູ້ອໍານວຍການ/ຮອງອໍານວຍການໂຮງຮຽນ ມ.ສ ສີທ່ານາໄຊ ແລະ ນ້ອງນັກຮຽນພອນສະຫວັນທີ່ມາຈາກ 7 ຕົວເມືອງຂອງແຂວງເຂົ້າຮ່ວມ.

.

ໃນການລົງຢ້ຽມຢາມຄັ້ງນີ້ກໍ່ເພື່ອເປັນຂັວນ ແລະ ກໍາລັງໃຈໃຫ້ນ້ອງໆນັກຮຽນພອນສະຫວັນ ແລະ ຍັງໄດ້ໂອ້ລົມຕໍ່ນ້ອງນັກຮຽນພອນສະຫວັນໃຫ້ມີຄວາມສາມັກຄີ, ດຸໝັ່ນ, ຂະຫຍັນພຽນ, ຕັ້ງໃຈສຶກສາຮໍ່າຮຽນໃຫ້ກ້າວໜ້າຂື້ນເລື້ອຍໆ ພ້ອມກັນນັ້ນຍັງໄດ້ໄປຢ້ຽມຢາມບ່ອນຢູ່ອາໃສນ້ອງນັກຮຽນພອນສະຫວັນ ແລະ ເຂົ້າຮ່ວມປະຊຸມກັບພາກສ່ວນທີ່ກ່ຽວຂ້ອງເພື່ອວາງແຜນ, ປັບປຸງ, ແກ້ໄຂບັນຫາທີ່ຍັງຄ້າງຄາ ແລະ ເປັນອຸປະສັກຕໍ່ນັກຮຽນ ແລະ ຫ້ອງຮຽນພອນສະຫວັນ.

.

.

ການສຶກສາ

Post navigation

Previous Post: ມອບ-ຮັບໜ້າທີ່ ລັດຖະມົນຕີ ກະຊວງສາທາລະນະສຸກ
Next Post: ອຸຕຸເຕືອນ ກຽມຮັບມືພາຍຸລົມຝົນຕົກແຮງ 2-5 ເມສາ 2021

Related Posts

“ວັນໄຊ ວົງສາ” ຄູສິລະປະຜູ້ສ້າງແຮງບັນດານໃຈແກ່ມະຫາຊົນ ແລະ ສັງຄົມ ທາງດ້ານການແຕ້ມຮູບ ຫຼາຍກວ່າ 100 ຜົນງານ Featured
ສ້າງລະບົບການສຶກສາຂອງລາວໃຫ້ມີຄວາມຍືດຍຸ່ນຫຼາຍຂຶ້ນ ຜ່ານການຫັນເປັນດິຈິຕ້ອນ Featured
ລັດຖະບານຍີ່ປຸ່ນໃຫ້ທຶນການສຶກສາລະດັບປະລິນຍາໂທ ແລະປະລິນຍາເອກ ແກ່ ສປປ ລາວ Featured
ຫນັງສືຂໍທິດຊີ້ນຳ ເຖິງລັດຖະມົນຕີກະຊວງສຶກສາທິການ ໃຫ້ນັກຮຽນຜ່ານຂຶ້ນຫ້ອງໂດຍບໍ່ຕ້ອງເສັງ Featured
ຫຼວງພະບາງ ຈັດສອບເສັງຄັດເລືອກທຶນການສຶກສາຮຽນຕໍ່ວິຊາຊີບທີ່ ສສ ຫວຽດນາມ ແລະ ສປ ຈີນ ປະຈຳສົກຮຽນ 2022-2023 Featured
ທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ໄດ້ຮັບການແຕ່ງຕັ້ງເປັນອະທິການບໍດີ ມຊ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme