Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຄົນຕິດເຊື້ອ ໂຄວິດ-19 ຜູ່ທີ່ 20 ສັນຊາດ ເກົາຫຼີ ກວດພົບໃນຂະນະທີ່ຢູ່ໃນໄລຍະກັກຕົວ ທີ່ໂຮງແຮມ

Posted on 25/07/202025/07/2020 By ປະກາດ Pakaad No Comments on ຄົນຕິດເຊື້ອ ໂຄວິດ-19 ຜູ່ທີ່ 20 ສັນຊາດ ເກົາຫຼີ ກວດພົບໃນຂະນະທີ່ຢູ່ໃນໄລຍະກັກຕົວ ທີ່ໂຮງແຮມ

ກວດພົບຜູ້ຕິດເຊື້ອ ໂຄວິດ-19 ທີ່ເດີນທາງມາຈາກ ສ. ເກົາຫລີ 1 ກໍລະນີ ເປັນເພດຊາຍ ອາຍຸ 32 ປີ

ຂະນະທີ່ ສປປ ລາວ ສາມາດຄວບຄຸມ ແລະ ປ້ອງກັນໂຄວິດ-19 ແລະບໍ່ພົບຜູ້ຕິດເຊື້ອມາໄດ້ 102 ມື້ ມາຮອດວັນທີ 23 ກໍລະກົດ ໄດ້ກວດພົບຜູ້ຕິດເຊື້ອ 1ຄົນ ທີ່ພວມກັກຕົວເພື່ອຕິດຕາມ.


ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ, ກະຊວງສາທາລະນະສຸກ, ຜູ້ປະຈຳການຄະນະສະເພາະກິດ ຖະແຫລງໃຫ້ຮູ້ຕອນແລງວັນທີ 24 ກໍລະກົດ 2020ນີ້ ເຖິງວຽກງານເຝົ້າລະວັງ COVID-19 ຢູ່ ສປປ ລາວວ່າ: ຮອດເວລາ 17 ໂມງ ວັນທີ 23 ກໍລະກົດ 2020 ທົ່ວປະເທດມີຜູ້ເດີນທາງເຂົ້າມາລາວທັງໝົດ 1,994 ຄົນ ໃນນັ້ນຈຸດຜ່ານດ່ານລາວ-ໄທ 1,327 ຄົນ ມີແຮງງານລາວກັບມາແຕ່ໄທ 154 ຄົນ, ຈຸດຜ່ານດ່ານລາວ – ຈີນ 66 ຄົນ ໃນນີ້ມີ ແຮງງານຈີນ 40 ຄົນ, ແຮງງານລາວ 2 ຄົນ, ເຫຼືອນັ້ນ ແມ່ນຄົນຂັບລົດຂົນສົ່ງສິນຄ້າ, ຈຸດຜ່ານດ່ານລາວ – ຫວຽດນາມ 601 ຄົນ, ໃນນີ້ ມີນັກສຶກສາລາວ 28 ຄົນ , ເຫຼືອນັ້ນ ແມ່ນຄົນຂັບລົດສົ່ງສິນຄ້າ, ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແລະ ເກັບຕົວຢ່າງມາກວດ ແລ້ວນຳສົ່ງໄປຫາສະຖານທີ່ ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.


ຮອງລັດຖະມົນຕີກະຊວງສາທາລະນະສຸກ ໃຫ້ຮູ້ເຖິງວຽກງານເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດວ່າ: ວັນທີ 23 ກໍລະກົດ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 425 ຄົນ, ໃນນັ້ນແຮງງານລາວມາແຕ່ໄທ 143 ຄົນ, ແຮງງານຈີນ 225 ຄົນ ແລະ ບຸກຄົນທົ່ວໄປທີ່ບໍ່ມີອາການ 57 ຄົນ; ຜົນກວດວິເຄາະທັງໝົດ ມີ 1 ກໍລະນີ ພົບເຊື້ອ COVID-19 ຄື: ເພດຊາຍ ອາຍຸ 32 ປີ, ສັນຊາດ ສ. ເກົາຫຼີ, ອາຊີບ: ວິຊາການໄຟຟ້າ, ເຮັດວຽກຢູ່ເຂື່ອນໄຟຟ້ານໍ້າງຽບ ຜູ້ກ່ຽວຍັງຢູ່ໃນໄລຍະການຈໍາກັດບໍລິເວນ ທີ່ໂຮງແຮມຂອງຄະນະສະເພາະກິດໄດ້ກຳນົດໄວ້ໃນນະຄອນຫຼວງວຽງຈັນ.


ຕາມການລາຍງານຂອງຜູ້ກ່ຽວ ກ່ອນເດີນທາງມາ ສປປ ລາວ ຜູ້ກ່ຽວບໍ່ມີອາການຫຍັງ ແລະ ໄດ້ກວດຊອກຫາເຊື້ອ COVID-19 ດ້ວຍ RT-PCR ໃຫ້ຜົນລົບ; ກ່ອນເດີນທາງມາປະເທດລາວ, ຜູ້ກ່ຽວອາໄສຢູ່ນຳຄອບຄົວ ບໍ່ມີພີ່ນ້ອງເປັນພະຍາດ COVID-19;
ປະຫວັດການເດີນທາງ: ວັນທີ 18 ກໍລະກົດ 2020 ເດີນທາງຈາກປະເທດຍີ່ປຸ່ນ (ໂອສະກາ ຫາ ໂຕກຽວ) ມາຜ່ານ ສ. ເກົາຫຼີ (ອິນຊອນ) ມາ ສປປ ລາວ ຜ່ານດ່ານສະໜາມບິນວັດໄຕ, ໂດຍຖ້ຽວບິນ QV922A, ນ້ຳເບີຕັ່ງ: 015E;


-ເດີນທາງມາກັບກຸ່ມໝູ່ 4 ຄົນ, ໃນຖ້ຽວບິນ ມີຜູ້ໂດຍສານທັງໝົດ 109 ຄົນ; ເດີນທາງຈາກສະໜາມບິນມາໂຮງແຮມ ດ້ວຍລົດຕູ້ ມີທັງໝົດ 6 ຄົນ ລວມທັງຜູ້ກ່ຽວ; ມີຜູ້ສຳຜັດໃກ້ຊິດ ໃນເບື້ອງຕົນມີ 17 ຄົນ;

  • ໃນໄລຍະກັກໂຕ ນັບແຕ່ວັນທີ 18 ຫາ 23 ກໍລະກົດ 2020, ຜູ້ກ່ຽວບໍ່ໄດ້ເດີນທາງອອກຈາກຫ້ອງ, ກິນອາຫານຢູ່ໃນຫ້ອງ ໂດຍມີພະນັກງານນຳອາຫານ, ນ້ຳດື່ມມາປະໄວ້ໜ້າຫ້ອງໃຫ້ ແລະ ບໍ່ມີໃຜເຂົ້າໄປໃນຫ້ອງ. ພະນັກງານໂຮງແຮມໄດ້ແທກອຸນຫະພູມໃຫ້ຜູ້ກ່ຽວທຸກໆມື້ ເຊົ້າ-ແລງ ທີ່ໜ້າຫ້ອງ ໂດຍຮັກສາໄລຍະຫ່າງ 1 ແມັດ (ອຸນຫະພູມສະເລ່ຍ 36,3 – 36,6 ອົງສາເຊ);
  • ຕາມກົດລະບຽບຂອງໂຮງແຮມ ບໍ່ອະນຸຍາດໃຫ້ພະນັກງານອະນາໄມ ເຂົ້າໄປທຳຄວາມສະອາດ ໃນຫ້ອງນອນ, ຜູ້ກ່ຽວຕ້ອງຮັບຜິດຊອບເອງ ແລະ ໂຮງແຮມໄດ້ຈັດກຽມອຸປະກອນທີ່ຈຳເປັນໄວ້ໃນຫ້ອງພັກຈົນຄົບກຳນົດ 14 ວັນ;
  • ວັນທີ 22 ກໍລະກົດ 2020 ທີມງານສູນວິເຄາະ ແລະ ລະບາດວິທະຍາ ຮ່ວມກັບ ພະແນກສາທານະຄອນຫຼວງ, ຫ້ອງການສາທາເມືອງສີໂຄດຕະບອງ ໄດ້ໄປເກັບຕົວຢ່າງຢູ່ໂຮງແຮມດັ່ງກ່າວ;
  • ວັນທີ 23 ກໍລະກົດ 2020 ເວລາປະມານ 21:00 ໂມງ ຜົນກວດວິເຄາະ ແມ່ນພົບເຊື້ອ COVID-19. ຫຼັງຈາກນັ້ນ ຄະນະສະເພາະກິດໄດ້ນໍາສົ່ງຄົນເຈັບດັງກ່າວໄປປິ່ນປົວທີ່ໂຮງໝໍມິດຕະພາບ;
    ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 23 ກໍລະກົດ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 24,479 ຕົວຢ່າງ, ກວດພົບເຊື້ອສະສົມ 20 ຄົນ.
ຂ່າວສານບ້ານເມືອງ

Post navigation

Previous Post: ທ່ານ ພົນຕີ ຄຳລຽງ ອຸທະໄກສອນ ເຄື່ອນໄຫວຊຸກຍູ້ໂຄງການກໍ່ສ້າງໂຮງຮຽນການທະຫານທ້ອງຖິ່ນ ແຂວງໄຊສົມບູນ
Next Post: ນາຍົກ ຢ້ຽມຢາມການກໍ່ສ້າງຕຶກ ສະພາແຫ່ງຊາດ ມີຄືບໜ້າຫຼາຍກວ່າ 60%

Related Posts

ກົມໃຫຍ່ເສນາທິການກອງທັບ ຈັດພິທີມອບ-ຮັບເງິນຊົດເຊີຍໃຫ້ພະນັກງານພັກການຮັບບຳນານ ຂ່າວສານບ້ານເມືອງ
ຄະນະສະເພາະກິດແຈ້ງ ສປ ຈີນ ແລະ ອັງກິດ ຈະຊ່ວຍວັກຊິນແກ່ ສປປ ລາວ ອີກ 1.415.000 ໂດສ Featured
ສະຫລອງວັນສິ່ງແວດລ້ອມໂລກ ພາຍໃຕ້ຄຳຂວັນ “ໂລກມີພຽງໜຶ່ງດຽວ” Featured
ແຈ້ງການຂຶ້ນລາຄາ ທາງດ່ວນ ວຽງຈັນວັງວຽງ Featured
ປກສ ສະຫວັນນະເຂດ ແຈ້ງການ ເພີ່ມມາດຕະການ ປ້ອງກັນ ໂຄວິດ-19 ໃຜລະເມີດຈະຖືກລົງໂທດ ຂ່າວສານບ້ານເມືອງ
U19 ກຽມລຸຍລາຍການ U20 ເດືອນກັນຍາ ນີ້ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme