Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຈັບໄດ້ 1 ໜີ 2 ໂຈນລັກລົດກະບະ ທີ່ເຂດຫຼັກ 5 ນະຄອນຫຼວງວຽງຈັນ

Posted on 27/06/202028/06/2020 By ປະກາດ Pakaad No Comments on ຈັບໄດ້ 1 ໜີ 2 ໂຈນລັກລົດກະບະ ທີ່ເຂດຫຼັກ 5 ນະຄອນຫຼວງວຽງຈັນ

ນະຄອນຫຼວງວຽງຈັນ: ວັນທີ 26 ມິຖຸນາ 2020 , ໄດ້ມີໂຈນ ສາມຄົນ ມາລັກລົດວິໂກ ທີ່ເຂດຫຼັກ 5 ບ້ານຈອມມະນີ, ນະຄອນຫຼວງວຽງຈັນ. ພວກກ່ຽວສາມາດລັກເອົາລົດວິໂກ ສີປອນປ້າຍທະບຽນ ກຳແພງນະຄອນ ກຍ 7370 ໄປໄດ້. ແຕ່ເຈົ້າຂອງຮູ້ທັນຈິ່ງໄດ້ແຈ້ງເຈົ້າໜ້າທີ່ ແລະ ອອກໄລ່ຕາມ.

ການໄລຕາມຈັບ ແມ່ນສາມາດນຳຈັບໄດ້ ທີ່ເຂດບ້ານຫົວຊຽງ, ນະຄອນຫຼວງວຽງຈັນ. ເຊິ່ງສາມາດຈັບໄດ້ແຕ່ຄົນດຽວ ສ່ວນອີກສອງຄົນ ແມ່ນຫລົບໜີ ແລະ ເຈົ້າໜ້າທີ່ແມ່ນກຳລັງຕິດຕາມນຳຈັບບຸກຄົນທັງສອງ ພ້ອມຈະສືບຫາ ຄົນທີ່ຢູ່ເບື້ອງຫຼັງມາດຳເນີນຄະດີຕາມກົດໝາຍ.

ຈາກການສືບສວນເບື່ອງຕົ້ນ ໃຫ້ຮູ້ວ່າ ແກ໊ງພວກນີ້ ໄດ້ລັກລົດໄປແລ້ວ 7 ຄັນ. ຫາກທ່ານໃດລົດເສຍກໍ່ໄປພົວພັນ ກັບ ປກສ ເມືອງໄຊທານີຕື່ມ.

ຊົມເຊີຍທຸກຄົນ ທີ່ຈັບພວກຄົນບໍ່ດີນີ້ມາລົງໂທດຕາມກົດໝາຍບ້ານເມືອງ. ພິເສດຕ້ອງຊົມເຊີຍ ເຈົ້າຂອງລົດ ແລະ ພີ່ນ້ອງຂອງເພິ່ນ ທີ່ຕາມຈັບໂຈນດ້ວຍ ຄວາມກ້າ ພາຍຫຼັງໄລ່ໂຈນ ຈົນມູນ ແລ້ວ ກໍ່ຈັບໂຈນ ແລະ ຮຽກເຈົ້າໜ້າທີ່ ຈັບຜູ້ກ່ຽວໄປດຳເນີນຄະດີຕາມກົດໝາຍຂອງບ້ານເມືອງ.

ພາບແລະຂ່າວ: Keo xaiyavong

.

.

ຂ່າວສານບ້ານເມືອງ

Post navigation

Previous Post: ຄລິບຕັກແຕນ ລະບາດ ທີ່ຜົ້ງສາລີ
Next Post: ອຸບັດຕິເຫດຕໍາກັນກາງເດິກ ເຂດນາໄຊ ເສຍຫາຍໜັກ

Related Posts

ອ່ານດ່ວນ! ແຂວງວຽງຈັນອອກຄໍາສັ່ງໃໝ່ຮອດ 8 ຕຸລາ Featured
ກະຊວງສຶກສາທິການ ແລະ ກິລາ ແຈ້ງການ ການຈັດຕັ້ງປະຕິບັດດໍາລັດ ວ່າດ້ວຍ ຕໍາແໜ່ງວິຊາການຄູຢູ່ສະຖານການສຶກສາຊັ້ນສູງ Featured
ກໍານົດຂັ້ນຕອນແລະເວລາການລົງທະບຽນເບີ Featured
ລະວັງໄພພາຍຸດຽນມູ Dianmu 24-26 ກັນຍາ ພາກກາງພາກໃຕ້ Featured
ເມືອງສັງທອງ ແຈ້ງການດ່ວນ 2 ບ້ານແດງ ຕ້ອງລັອກດາວ ພົບຄົນຕິດເຊື້ອ ໂຄວິດ-19 Featured
ປີນີ້ ເມືອງລະຄອນເພັງ ປະເຊີນໄພແຫ້ງແລ້ງຫຼາຍສົມຄວນ ຂ່າວສານບ້ານເມືອງ

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme