Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຂ່າວດ່ວນໂຄວິດພາກຊີວິດໄປອີກຄົນແລ້ວ

Posted on 10/10/202111/10/2021 By ປະກາດ Pakaad No Comments on ຂ່າວດ່ວນໂຄວິດພາກຊີວິດໄປອີກຄົນແລ້ວ

ລາຍງານຈາກ ໜ່ວຍກູ້ໄພ 1629 ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ຕອນເຊົ້າວັນທີ 10 ຕຸລາ 2021 ຄະນະສະເພາະກິດ ໜ່ວຍກູ້ໄພ ສະຫວັນນະເຂດ 1629 ຮັບແຈ້ງ ປະສານງານຈາກ ຄະນະສະເພາະກິດຂັ້ນແຂວງ ມ້ຽນສົບຜູ້ເສຍຊີວິດ.

ເພດຊາຍ, ອາຍຸ 83 ປີ, ອາຊີບ: ພໍ່ເຮືອນ, ບ້ານໄຊຍະພູມ, ນະຄອນໄກສອນ, ແຂວງສະຫວັນນະເຂດ, ພະຍາດປະຈໍາຕົວ: ເສັ້ນເລືອດສະໝອງຕີບ ໄດ້ປະມານ 1 ເດືອນ ແລະ ມີອາການອ່ອນແຮງແຂນຂາເບື້ອງຂວາ, ຍັງບໍ່ທັນໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19,

ເຂົ້າໂຮງໝໍ 17 ກັນຍາ ແລະ ກວດພັບເຊື້ອໃນ ວັນທີ່ 19 ກັນຍາ, ຈາກນັ້ນສົ່ງເຂົ້ານອນຕິດຕາມທີ່ຟຮງໝໍພາກສະໜາມ ຈົນຮອດ 23 ກັນຍາ ຜູ້ກ່ຽວມີອາການໄອ ເມື່ອຍເລັກໜ້ອຍ ມີໄຂ້ ຈື່ງໄດ້ຮັບຜູ້ກ່ຽວເຂົ້າມານອນປີ່ນປົວຢູ່ໂຮງໝໍຫຼັກ 9, ມາຮອດເວລາ 09:00 ໂມງເຊົ້າຂອງວັນທີ 10 ຕຸລາ 2021: ຜູ້ກ່ຽວໄດ້ ເ ສ ຍ ຊີ ວິ ດ ຢູ່ໂຮງໜໍດັ່ງກ່າວ.

ສ່ວນລາຍລະອຽດທາງທີມງານຈະລາຍງານຂໍ້ມູນຕາມຫລັງ! ສະແດງຄວາມເສຍໃຈກັບເຫດການຄັ້ງນີ້.

ເຕືອນສະຕິທຸກທ່ານ ຕ້ອງປະຕິບັດ ມາດຕະການປ້ອງກັນ ໂຄວິດ-19 ຢ່າງເຄັ່ງຄັດ.

Featured, ຂ່າວສານບ້ານເມືອງ, ໂຄວິດ-19

Post navigation

Previous Post: ນະຄອນຫຼວງວຽງຈັນຍັງເພີ່ມສີ່ຮ້ອຍກວ່າຄົນ
Next Post: ພະນັກງານ-ລັດຖະກອນທີ່ປະຕິບັດໜ້າທີ່ຢູ່ເຂດຫ່າງໄກສອກຫຼີກແລະທຸລະກັນດານ ຈະໄດ້ນະໂຍບາຍຫຍັງແດ່?

Related Posts

ປ ກ ສ ຈັນທະບູລີ ປາບແກ້ງລັກລົດ ພ້ອມຂອງກາງລົດຈັກຈໍານວນຫຼາຍ Featured
ພະຍາກອນອາກາດວັນທີ 6 ພະຈິກ 2021 Featured
ດ່ວນທີ່ສຸດ ສະພາແຫ່ງຊາດ ມີມະຕິ ຫຼຸດອາກອນຊົມໃຊ້ ນໍ້າມັນເຊື້ອໄຟ ແກ້ວິກິດນໍ້າມັນແພງ Featured
ສູ້ໆເດີອາສາກູ້ໄພທຸກໜ່ວຍງານໃນພາລະກິດສູ້ໄພໂຄວິດ Featured
ອາກາດຮ້ອນ ຍັງຈະປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ Featured
ຊາປະນະກິດ ຜູ້ເສຍຊິວິດຈາກ ໂຄວິດ-19 ຄົນທີ 4! ສະແດງຄວາມເສຍໃຈມາຍັງຄອບຄົວຜູ້ກ່ຽວ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme