Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ພະຍາກອນອາກາດ ປະຈຳວັນທີ່ 21 ມິຖຸນາ 2022

Posted on 21/06/202221/06/2022 By ປະກາດ Pakaad No Comments on ພະຍາກອນອາກາດ ປະຈຳວັນທີ່ 21 ມິຖຸນາ 2022

ບໍລິເວນຄວາມກົດດັນອາກາດຕໍ່າທີ່ພາກເໜືອຂອງປະເທດຫວຽດນາມ ຍັງສືບຕໍ່ແພ່ລົງມາປົກຄຸມພາກເໜືອ ລົງຫາ ພາກກາງຂອງປະເທດລາວ ດ້ວຍກໍາລັງປານກາງ ຫາ ແຮງ ສົມທົບກັບກະແສລົມຕາເວັນຕົກພັດປົກ ຄຸມ ຊຶ່ງຈະເຮັດໃຫ້ອາກາດຮ້ອນຂຶ້ນຕື່ມອີກ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍໃນແຕ່ລະພາກ ແລະ ຕົກປານກາງ ພ້ອມມີ ລົມພັດແຮງຢູ່ບາງທ້ອງຖິ່ນຕື່ມອີກ.

ພະຍາກອນອາກາດ ເວລາ 7:00 ໂມງຂອງວັນທີ 21/6/2022 ເຖິງ ເວລາ 7:00 ໂມງ ວັນທີ 22/6/2022

-ພາກເໜືອດ້ານຕາເວັນອອກ (ຜົ້ງສາລີ, ວຽງໄຊ, ຊໍາເໜືອ ແລະ ຊຽງຂວາງ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີ ລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ. ອຸນຫະພູມໃນລະຫວ່າງ 18-30 ອົງສາ.

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດຮ້ອນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ. ອຸນຫະພູມໃນ ລະຫວ່າງ 22-34 ອົງສາ.

-ນະຄອນຫລວງວຽງຈັນ: ອາກາດຮ້ອນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງ ບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40%. ອຸນຫະພູມໃນ ລະຫວ່າງ 26-35 ອົງສາ.

-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມ ຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມໃນລະຫວ່າງ 23-35 ອົງສາ.

-ແຂວງໄຊສົມບູນ: ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງ ຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40%. ອຸນຫະພູມ ໃນລະຫວ່າງ 19-28 ອົງສາ.

-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີ ລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມໃນລະຫວ່າງ 23-35 ອົງສາ.

-ເຂດພູພຽງບໍລະເວນ: ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40%. ອຸນຫະພູມໃນລະຫວ່າງ 17-30 ອົງສາ.

.

Featured, ພະຍາກອນອາກາດປະຈໍາວັນ

Post navigation

Previous Post: ມາເລເຊຍ ມອບວັກຊິນປ້ອງກັນໂຄວິດ-19 ຈໍານວນ 500.000 ໂດສ ໃຫ້ແກ່ ສປປ ລາວ
Next Post: ສສຊ ສໍາເລັດການພິຈາລະນາວຽກງານຂອງລັດຖະບານໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ

Related Posts

ຂໍຂອບໃຈລັດຖະບານແລະປະຊາຊົນກໍາປູເຈຍມອບວັກຊິນຊີໂນແວັກສອງແສນໂດສແກ່ ສປປລາວ Featured
ສະຫວັນນະເຂດເຄັ່ງຄັດມາດຕະການຮອດ 15 ພະຈິກ Featured
ເຊີນຊວນຜູ້ມີອາຍຸ 6 ປີຂຶ້ນໄປ ໄປສັກວັກຊີນກັນ ພະຍາດໂຄວິດ-19 ເຂັມ 1, ເຂັມ 2 ແລະ ເຂັມກະຕຸ້ນ Featured
ຊົມເຊີຍຢ່າງສຸດໃຈ! ສະຫວັນນະເຂດ ປົວຄົນຕິດເຊື້ອດີເພີ່ມ 246 ຄົນ Featured
ແຂວງຜົ້ງສາລີ ແຈ້ງມາດຕະການໃໝ່ ຮອດ 16/10/2021 Featured
ສະຖານທີ່ແຫ່ງໃໝ່ ຮັບໄດ້ອີກ 10.000 ຄົນ ເພື່ອຮອງຮັບແຮງງານກັບມາ ທີ່ສະຫວັນນະເຂດ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme