Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ເປີດແລ້ວ ຕະຫຼາດລາວ ຂາຍຍົກ-ຂາຍຍ່ອຍ

Posted on 31/01/202231/01/2022 By ປະກາດ Pakaad No Comments on ເປີດແລ້ວ ຕະຫຼາດລາວ ຂາຍຍົກ-ຂາຍຍ່ອຍ

ພິທີເປີດຕະຫຼາດລາວຂາຍຍົກ-ຂາຍຍ່ອຍຕັ້ງຢູ່ຖະໜົນ 450 ປີ (ໃກ້ກັບຄິວລົດສາຍໃຕ້) ບ້ານສະພັງເມິກ ເມືອງໄຊທານີ ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 28 ມັງກອນ 2022 ໂດຍມີທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີທ່ານ ບຸນທ່ຽງ ລັດຕະນະວົງ ຜູ້ອຳນວຍການໃຫຍ່ຕະຫຼາດລາວຂາຍຍົກ-ຂາຍຍ່ອຍ ໄດ້ກ່າວວ່າ: ຕະຫຼາດລາວຂາຍຍົກ-ຂາຍຍ່ອຍ ເລີ່ມກໍ່ສ້າງເດືອນກັນຍາ 2021 ແລະ ມາຮອດປັດຈຸບັນສໍາເລັດ 90% ມີເນື້ອທີ່ປະມານ 7 ເຮັກຕາ ໃນນັ້ນເນື້ອທີ່ອາຄານປະມານ 2 ເຮັກຕາ ແບ່ງເປັນ 2 ເຂດ (ໂຊນ) ໃຫຍ່ຄື: ໂຊນຂາຍຍົກ ແລະ ໂຊນຂາຍຍ່ອຍ ມີການຈັດສັນເພື່ອຮອງຮັບການຂາຍສິນຄ້າ ແລະ ການບໍລິການມີຫ້ອງຂາຍ 1.000 ກວ່າຫົວໜ່ວຍ ໃນນັ້ນມີປະເພດເປັນໂຕະ 670 ໂຕະ ເປັນຫ້ອງ 82 ຫ້ອງ ແລະ ເປັນລ໋ອກ 250 ລ໋ອກ ນອກຈາກນີ້ຫໍພັກຮອງຮັບຊາວຄ້າຂາຍທີ່ມາຈາກຕ່າງແຂວງ 20 ຫ້ອງ ປັດຈຸບັນໄດ້ມີຊາວຂາຍເຂົ້າມາຈັບຈອງ ແລະ ເຂົ້າມາຂາຍຫຼາຍກວ່າ 80% ຂອງຄວາມຈຸແລ້ວ.

ໃນໄລຍະເປີດໃໝ່ໄດ້ມີນະໂຍບາຍໃຫ້ຊາວຄ້າຂາຍໂດຍບໍ່ເກັບຄ່າເຊົ່າ ຫຼື ຄ່າບໍລິການເປັນເວລາ 3 ເດືອນ ທັງນີ້ເພື່ອເປັນການຫຼຸດຜ່ອນຄ່າໃຊ້ຈ່າຍໃຫ້ເຂົາເຈົ້າ ແລະ ພາຍຫຼັງທີ່ໝົດໄລຍະນະໂຍບາຍ ຕະຫຼາດຈະມີການເກັບຄ່າເຊົ່າ ແລະ ຄ່າການບໍລິການອື່ນໆດ້ວຍລາຄາທີ່ຕໍ່າ ເພື່ອເຮັດໃຫ້ຊາວຄ້າຂາຍສາມາດຢູ່ໄດ້ ມີທຶນໝູນວຽນໃນການຄ້າຂາຍຕໍ່ໄປ ຊຶ່ງບໍ່ພຽງແຕ່ຊ່ວຍຊາວຄ້າຂາຍເທົ່ານັ້ນ ແຕ່ຍັງເປັນການຊ່ວຍເຫຼືອຜູ້ບໍລິໂພກອີກດ້ວຍ ເນື່ອງຈາກການເກັບຄ່າເຊົ່າໃນລາຄາຕໍ່າຈະສາມາດເຮັດໃຫ້ສິນຄ້າມີລາຄາສົມເຫດສົມຜົນ, ຕະຫຼາດແຫ່ງນີ້ເປັນຕະຫຼາດຂາຍຍົກ-ຂາຍຍ່ອຍແຫ່ງທີ 3 ຂອງ ນວ ເປີດໃຫ້ບໍລິການຕະຫຼອດ 24 ຊົ່ວໂມງ ມີສະຖານທີ່ຈອດລົດກວ້າງຂວາງສາມາດຮອງຮັບໄດ້ຫຼາຍກວ່າ 1.000 ຄັນ, ພ້ອມກັນນັ້ນຍັງມີສາງເຢັນ ແລະ ສາງແຫ້ງ ສຳລັບເກັບມ້ຽນສິນຄ້າປະເພດຕ່າງໆ, ພ້ອມມີການປ້ອງກັນເວນຍາມເພື່ອຄວາມປອດໄພ ແລະ ເປັນລະບຽບຮຽບຮ້ອຍພາຍໃນຕະຫຼາດ,

ໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ຕະຫຼາດໄດ້ປະຕິບັດມາດຕະການຂອງຄະນະສະເພາະກິດວາງອອກໂດຍໃຫ້ຄວາມຮູ້ຕໍ່ຊາວຄ້າຂາຍໃນການປ້ອງກັນພະຍາດ, ຊີດພົ່ນຢາຂ້າເຊື້ອເປັນໄລຍະ ນອກນີ້ເພື່ອຄວາມໂປ່ງໃສ ແລະ ເປັນທຳລະຫວ່າງຜູ້ຊື້ ແລະ ຜູ້ຂາຍ ຕະຫຼາດໄດ້ແນະນຳໃຫ້ຊາວຄ້າຂາຍຕິດປ້າຍລາຄາສິນຄ້າ ມີຊິງກາງ ພ້ອມທັງເຜີຍແຜ່ລະບຽບການຕ່າງໆໃຫ້ເຂົາເຈົ້າຮັບຮູ້ ແລະ ເຂົ້າໃຈ ທີ່ສຳຄັນຕະຫຼາດແຫ່ງນີ້ມີສິນຄ້າຫຼາຍຢ່າງ ແລະ ລາຄາຖືກສາມາດຊື້ໄປບໍລິໂພກ ແລະ ໄປຂາຍຕໍ່ໄດ້.

ຂ່າວ-ພາບ: ນະຄອນຫຼວງ

Featured, ທຸລະກິດ

Post navigation

Previous Post: ປົວດີອອກໂຮງໝໍ 570 ເສຍຊີວິດ 3
Next Post: ຜູ້ຕິດເຊື້ອໂຄວິດໃໝ່ 463 ປົວດີອອກໂຮງໝໍ 697

Related Posts

ຈັບຄູ່ທຸລະກິດ ອອນໄລນ໌ ເຄື່ອງສຳອາງ ໄທ-ລາວ ເຄື່ອງສຳອາງຂອງປະເທດໄທ ເຈາະຕະຫຼາດຜະລິດຕະພັນຄວາມງາມ ຍຸດທະສາດການຂາຍອອນລາຍ Featured
ທົ່ວປະເທດຕິດເພີ່ມ +2.212 ເສຍຊີວິດໃໝ່ 2 Featured
ຄໍາແນະນໍາ ສຳລັບຜູ້ທີ່ຈະເດີນທາງມາຈາກປະເທດທີ່ບໍ່ມີການລະບາດຂອງພະຍາດ COVID-19 Featured
ສະຖິຕິໃໝ່ມື້ນີ້ເພີ່ມ1062ຄົນ Featured
ອາກາດຮ້ອນຂຶ້ນ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ ໃນຕອນກາງເວັນ Featured
ທົ່ວປະເທດຕິດເພີ່ມ 1.466 ເສຍຊີວິດ 6 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme