Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ພິທີຕ້ອນຮັບປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ຢ່າງເປັນທາງການ

Posted on 16/05/202216/05/2022 By ປະກາດ Pakaad No Comments on ພິທີຕ້ອນຮັບປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ຢ່າງເປັນທາງການ

ໃນຕອນເຊົ້າວັນທີ 16 ພຶດສະພາ 2022 ນີ້ ທີ່ຫໍສະພາແຫ່ງຊາດ, ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກປະຊາຊົນ ປະຕິວັດລາວ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ສະຫາຍ ເວືອງ ດິ່ງ ເຫວ້ ກໍາມະການກົມການເມືອງສູນກາງພັກກອມມູນິດ ຫວຽດນາມ ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ (ສສ ຫວຽດນາມ) ຢ່າງເປັນທາງການ ແລະ ສົມກຽດ.

ໃນພິທີ, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ກ່າວຍິນດີຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິດຕະພາບອັນບໍລິສຸດ ດ້ວຍນໍ້າໃຈສາມັກຄີພິເສດ ທີ່ມີມາແຕ່ຍາວນານລະຫວ່າງ ລາວ-ຫວຽດນາມ ຕໍ່ສະຫາຍ ເວືອງ ດິ່ງ ເຫວ້ ຊຶ່ງການມາຢ້ຽມຢາມຄັ້ງນີ້ ແມ່ນເປັນຄັ້ງທຳອິດ ໃນນາມປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ທີ່ມີຂຶ້ນໃນທ່າມກາງບັນຍາກາດການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ 2022 ຊຶ່ງເປັນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ລະຫວ່າງ ສອງສະພາແຫ່ງຊາດ ຂອງສອງປະເທດໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

ຈາກນັ້ນ, ຄະນະຜູ້ແທນທາງການຝ່າຍລາວ ແລະ ຝ່າຍຫວຽດນາມ ກໍໄດ້ພົບປະສອງຝ່າຍ ເພື່ອປຶກສາຫາລື ກ່ຽວກັບການຮ່ວມມື ລະຫວ່າງສອງສະພາແຫ່ງຊາດ ລາວ-ຫວຽດນາມ; ສະຫາຍ ໄຊສົມພອນ ພົມວິຫານ ໄດ້ແນະນໍາຄະນະທາງການຝ່າຍລາວໃຫ້ແກ່ ສະຫາຍປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໄດ້ຮັບຊາບ; ໂອກາດດຽວກັນ, ສະຫາຍ ເວືອງ ດິ່ງ ເຫວ້ ກໍໄດ້ແນະນໍາຄະນະທາງການຝ່າຍຫວຽດນາມ ໃຫ້ແກ່ສະຫາຍ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຮັບຊາບເຊັ່ນກັນ.

ຂ່າວ-ພາບ: ສຸກສະຫວັນ

Featured, ຂ່າວສານບ້ານເມືອງ, ລັດຖະບານ

Post navigation

Previous Post: ເລຂາທິການໃຫຍ່ ພັກປປ ລາວ ຕ້ອນຮັບ ປະທານສະພາແຫ່ງຊາດ ສສ ຫວຽດນາມ
Next Post: ນາຍົກລັດຖະມົນຕີ ຕ້ອນຮັບປະທານສະພາແຫ່ງຊາດ ສສ ຫວຽດນາມ

Related Posts

ຂໍ້ມູນຄົນຕິດເຊື້ອໃໝ່ 3 ຄົນ ແລະສະຖານທີ່ສ່ຽງ ນະຄອນຫຼວງວຽງຈັນ Featured
ລະບາດຫຼາຍເຂດ! ຕົວເລກມື້ນີ້ເພີ່ມ 222 ຄົນ Featured
ອາກາດ ຍັງສືບຕໍ່ຮ້ອນຢູ່ທົ່ວໄປແລະ ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ Featured
ຄລິບຕັກແຕນ ລະບາດ ທີ່ຜົ້ງສາລີ ຂ່າວສານບ້ານເມືອງ
ອີຊູຊຸສົ່ງທ້າຍປີ ເປີດໂຕກະບະລຸ້ນໃໝ່ “NEW! ISUZU D-MAX” ຜູ້ນຳແຫ່ງໂລກກະບະ…ເໜືອຂີດຈຳກັດ Featured
ແຈ້ງເຕືອນ! ພາຍຸເຂດຮ້ອນ ໂຄກູມະ KOGUMA Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme