Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຂ່າວດີ! ຖະແຫຼງການເປີດປະເທດ

Posted on 07/05/202207/05/2022 By ປະກາດ Pakaad No Comments on ຂ່າວດີ! ຖະແຫຼງການເປີດປະເທດ

ມີຜົນສັກສິດ ນັບແຕ່ວັນທີ 9 ພຶດສະພາ 2022 ເປັນຕົ້ນໄປເຫັນດີຜ່ອນຜັນມາດຕະການເຂົ້າ-ອອກ ສປປ ລາວ ຄື:

1.1 ເປີດດ່ານສາກົນທຸກດ່ານ ສຳລັບການເຂົ້າ-ອອກ ຂອງພົນລະເມືອງລາວ, ຄົນຕ່າງງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ.

1.2 ໃຫ້ພົນລະເມືອງຂອງບັນດາປະເທດທີ່ມີສັນຍາຍົກເວັ້ນວີຊາ ກັບ ສປປ ລາວ ແບບສອງຝ່າຍ ຫຼື ຝ່າຍດຽວ ສາມາດເດີນທາງເຂົ້າ ສປປ ລາວ ໂດຍບໍ່ຈຳເປັນຕ້ອງຂໍວີຊາ.

1.3 ສໍາລັບພົນລະເມືອງ ຂອງບັນດາປະເທດ ທີ່ບໍ່ມີສັນຍາຍົກເວັ້ນວີຊາ ກັບ ສປປ ລາວ ແມ່ນ ສາມາດຂໍວີຊາຈາກສະຖານທູດ, ສະຖານກົງສູນ ແຫ່ງ ສປປ ລາວ ທີ່ປະຈຳຢູ່ຕ່າງປະເທດ ຫຼື ຜ່ານລະບົບ E-VISA ຫຼື ຂໍ ວີຊາກັບດ່ານ ຢູ່ດ່ານສາກົນ ທີ່ມີໜ່ວຍງານວີຊາກັບດ່ານ.

1.4 ພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ ອາຍຸແຕ່ 12 ປີ ຂຶ້ນໄປ ທີ່ບໍ່ທັນມີໃບຢັ້ງຢືນສັກວັກຊີນຄົບໂດສ ໃຫ້ມີຜົນກວດດ້ວຍເຄື່ອງກວດແບບໄວ (ATK) ພາຍໃນ 48 ຊົ່ວໂມງ ກ່ອນອອກຈາກປະເທດຕົ້ນທາງ. ເມື່ອເດີນທາງມາຮອດ ສປປ ລາວ ແລ້ວ ແມ່ນ ຈະບໍ່ມີການກວດຕົວຢ່າງ ຢູ່ສະໜາມບິນ ຫຼື ຢູ່ດ່ານຊາຍແດນສາກົນ ທາງບົກ ຫຼື ທາງເຮືອ. ສ່ວນຜູ້ທີ່ມີໃບຢັ້ງຢືນການສັກວັກຊີນຄົບໂດສແລ້ວ ແມ່ນສາມາດເດີນທາງເຂົ້າມາ ສປປ ລາວ ໄດ້ປົກກະຕິ ໂດຍບໍ່ມີການກວດຫາເຊື້ອໂຄວິດ-19 ອີກ ທັງຈາກປະເທດຕົ້ນທາງ ແລະ ເມື່ອເດີນທາງມາຮອດ ສປປ ລາວ.

1.5 ສໍາລັບຄົນຕ່າງປະເທດ ທີ່ເດີນທາງເຂົ້າມາ ສປປ ລາວ ກໍລະນີມີການຕິດເຊື້ອພະຍາດໂຄວິດ-19 ແມ່ນຕ້ອງຮັບຜິດຊອບຄ່າໃຊ້ຈ່າຍໃນການປິ່ນປົວດ້ວຍຕົນເອງ.
ເຫັນດີດ້ານຫຼັກການ ໃຫ້ສາມາດນຳໃຊ້ພາຫະນະປະເພດຕ່າງໆ ເຂົ້າ-ອອກ ສປປ ລາວ ຄືກັນກັບໄລຍະກ່ອນການລະບາດຂອງພະຍາດໂຄວິດ-19. ມອບໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ອອກຄຳແນະນຳກ່ຽວກັບການນຳໃຊ້ພາຫະນະສ່ວນຕົວ, ໂດຍສານ ແລະ ທ່ອງທ່ຽວ ເຂົ້າ-ອອກ ສປປ ລາວ ໃຫ້ສອດຄ່ອງກັບສັນຍາສອງຝ່າຍ ແລະ ຫຼາຍຝ່າຍທີ່ ສປປ ລາວ ເປັນພາຄີ.

ໃຫ້ບັນດາກະຊວງ, ອົງການທຽບເທົ່າ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ຕະຫຼອດຮອດຜູ້ປະກອບການທຸລະກິດ ກະກຽມຄວາມພ້ອມທຸກດ້ານ ໃນການບໍລິການຕ້ອນຮັບນັກທ່ອງທ່ຽວ ໂດຍສະເພາະ ການປັບປຸງສະຖານທີ່ທ່ອງທ່ຽວ, ໂຮງແຮມ, ຮ້ານອາຫານ, ການບໍລິການຂົນສົ່ງ ແລະ ອື່ນໆ ທີ່ຕິດພັນໃຫ້ໄດ້ມາດຕະຖານ ແລະ ມີຄຸນນະພາບດີກວ່າເກົ່າ ໂດຍໃຫ້ຖືວ່າວຽກງານທ່ອງທ່ຽວ ແມ່ນຄວາມຮັບຜິດຊອບລວມຂອງສັງຄົມ ເພື່ອເປັນການກະຕຸກຊຸກຍູ້ຟື້ນຟູເສດຖະກິດ ທີ່ກຳລັງພົບຄວາມຫຍຸ້ງຍາກຍ້ອນມີການລະບາດຂອງພະຍາດ ໂຄວິດ-19.

ມອບໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ສົມທົບກັບຂະແໜງສາທາລະນະສຸກ ສືບຕໍ່ຕິດຕາມເຝົ້າລະວັງ ສາຍພັນໃໝ່ ເພື່ອຮັບປະກັນ ໃຫ້ແກ່ການປ້ອງກັນ, ຄວບຄຸມ, ກວດວິເຄາະ ແລະ ປິ່ນປົວ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ພ້ອມທັງ ສຸມໃສ່ການຈັດຕັ້ງການສັກວັກຊີນ ໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້.

ນອກຈາກນີ້ ຍັງໄດ້ມີມາດຕະການຜ່ອນຜັນພາຍໃນປະເທດ ໂດຍເຫັນດີໃຫ້ເປີດຮ້ານບັນເທີງ ແລະ ຄາລາໂອເກະ, ແຕ່ໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນໂຄວິດ-19 ຢ່າງເຂັ້ມງວດ.

.

Featured, ຂ່າວສານບ້ານເມືອງ, ລັດຖະບານ

Post navigation

Previous Post: ພະຍາກອນອາກາດ ປະຈໍາວັນທີ 06 ພຶດສະພາ 2022
Next Post: ພະຍາກອນອາກາດ ປະຈໍາວັນທີ 9 ພຶດສະພາ 2022

Related Posts

ຕ້ອນຮັບປີໃໝ່ ອາກາດຍັງຄົງໜາວເຢັນທົ່ວທຸກພາກ ໂດຍສະເພາະຕອນເຊົ້າ Featured
ຮີບມາກວດດ່ວນ! ແຈ້ງການຈາກ ເມືອງທ່າແຂກ Featured
ນະຄອນຫຼວງວຽງຈັນ ອອກຄໍາສັ່ງ ໃນການສະຫຼອງປີໃໝ່ລາວ 2022 Featured
ນາຍົກຊີ້ນໍາໃນປີ 2022 ຕ້ອງໄດ້ສືບຕໍ່ປັບປຸງກົນໄກການເຮັດວຽກຢ່າງໂປ່ງໃສ, ທັນສະໄໝ ແລະ ຖືກກົດໝາຍ Featured
ສະພາບອາກາດວັນທີ 13 ມັງກອນ 2022 Featured
ເສຍຊີວິດໃໝ່ 6 ຕິດເຊື້ອເພີ່ມ 612 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme