Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຫ້າມບໍລິໂພກ ແລະ ຈຳໜ່າຍ ສາຫຼ່າຍທະເລປຸງລົດ ລົດດັ່ງເດີມ ແລະ ສາຫຼ່າຍທະເລແຫ້ງປຸງລົດ ລົດເຜັດ (ກາໝີແພນດ້າ)

Posted on 30/04/202230/04/2022 By ປະກາດ Pakaad No Comments on ຫ້າມບໍລິໂພກ ແລະ ຈຳໜ່າຍ ສາຫຼ່າຍທະເລປຸງລົດ ລົດດັ່ງເດີມ ແລະ ສາຫຼ່າຍທະເລແຫ້ງປຸງລົດ ລົດເຜັດ (ກາໝີແພນດ້າ)

ແຈ້ງການ ເຖິງ: ທ່ານຫົວໜ້າພະແນກສາທາລະນະສຸກແຂວງ, ນະຄອນຫຼວງ, ບໍລິສັດ, ຫ້າງຮ້ານ ແລະ ປະຊາຊົນໃນທົ່ວປະເທດ.

ເລື່ອງ: ຫ້າມບໍລິໂພກ ແລະ ຈຳໜ່າຍ ຜະລິດຕະພັນອາຫານ ສາຫຼ່າຍທະເລປຸງລົດ ລົດດັ່ງເດີມ ແລະ ສາຫຼ່າຍທະເລແຫ້ງປຸງລົດ ລົດເຜັດ (ກາໝີແພນດ້າ).

– ອີງຕາມ ກົດໝາຍວ່າດ້ວຍອາຫານ, ສະບັບເລກທີ 33/ສພຊ, ລົງວັນທີ 24 ກໍລະກົດ 2013.

– ອີງຕາມ ໜັງສືແຈ້ງການ ຂອງ ສຳນັກງານຄະນະກຳມະການອາຫານ ແລະ ຢາ ແຫ່ງລາຊະອານາຈັກໄທ, ສະບັບລົງວັນທີ 19 ເມສາ 2022.

ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ຜະລິດຕະພັນອາຫານ ສາຫຼ່າຍທະເລປຸງລົດ ລົດດັ່ງເດີມ (ກາໝີແພນດ້າ) ເລກ ອ.ຢ 10-1-04153-1-0054 ວັນທີຜະລິດ 29/11/2021 ວັນໝົດອາຍຸ 29/11/2022 ແລະ ສາຫຼ່າຍທະເລແຫ້ງປຸງລົດ ລົດເຜັດ (ກາໝີແພນດ້າ) ເລກ ອ.ຢ 10-1-04153-1-0055 ວັນທີຜະລິດ 18/11/2021 ວັນໝົດອາຍຸ 18/11/2022, ໄດ້ກວດພົບວ່າຜະລິດຕະພັນດັ່ງກ່າວມີການປົນເປື້ອນ ເຊື້ອຈຸລິນຊີ Bacillus cereus ເກີນມາດຕະຖານກໍຳນົດ ຊື່ງສາມາດເຮັດໃຫ້ເກີດພະຍາດຖອກທ້ອງ, ອາຫານເປັນພິດ ແລະ ມີຄວາມອັນຕະລາຍຕໍ່ສຸຂະພາບ.

ກົມອາຫານ ແລະ ຢາ ຈື່ງແຈ້ງມາຍັງທ່ານ ຫ້າມບໍລິໂພກ, ຈຳໜ່າຍ ແລະ ນຳເຂົ້າ ຜະລິດຕະພັນດັ່ງກ່າວຕາມທີ່ໄດ້ກ່າວໄວ້ຂ້າງເທິງນີ້, ຖ້າຫາກເຈົ້າໜ້າທີ່ອາຫານ ແລະ ຢາພົບເຫັນ ແມ່ນໃຫ້ໄດ້ອາຍັດ, ຢຶດ, ທຳລາຍ ແລະ ປະຕິບັດມາດຕະການ ຕາມລະບຽບການທີ່ໄດ້ກໍານົດໃນລະບຽບກົດໝາຍ.

ດັ່ງນັ້ນ, ຈື່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ໃຫ້ຄວາມຮ່ວມມືຈັດຕັ້ງປະຕິບັດຕາມທາງຄວນດ້ວຍ.

ເອກະສານອ້າງອີງ ກົດອ່ານທີ່ນີ້

ແຈ້ງການໂດຍ: ກົມອາຫານ ແລະ ຢາ

Featured, ສຸຂະພາບ, ແຈ້ງການ​

Post navigation

Previous Post: ເສຍຊີວິດໃໝ່ 3 ຕິດເຊື້ອເພີ່ມ +315 (ນວ +192)
Next Post: ຫຼຸດລົງຕໍ່ເນື່ອງ ໂຄວິດ-19 ສປປລາວ +273 (ເສຍຊີວິດ 1)

Related Posts

ແຈ້ງການດ່ວນ ສປ ຈີນ ແຈ້ງປິດ 2 ດ່ານ Featured
ພາກໃຕ້ ຝົນຈະຕົກກວມ 70%ຂອງພື້ນທີ່ ສ່ວນພາກອື່ນໆ 30-60% Featured
ສະຫວັນນະເຂດ ຫ້າມຈັດບຸນ ຫໍ່ເຂົ້າປະດັບດິນ Featured
ແຂວງຄໍາມ່ວນອອກຄໍາສັ່ງເພີ່ມມາດຕະການສະບັບໃໝ່ Featured
ນະຄອນຫຼວງຍັງຄົງວິກິດຕິດຫຼາຍກວ່າໝູ່ Featured
ແຈ້ງການໂຈະ ຈັດງານບຸນຊ້າງ ໄຊຍະບູລີ 2022 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme