Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ພະຍາກອນອາກາດ ປະຈໍາວັນທີ 3 ມີນາ 2022

Posted on 03/03/202203/03/2022 By ປະກາດ Pakaad No Comments on ພະຍາກອນອາກາດ ປະຈໍາວັນທີ 3 ມີນາ 2022

ພະຍາກອນອາກາດ ປະຈໍາວັນທີ 03 ມີນາ 2022ເວລາ 7:00 ໂມງ

ມວນອາກາດເຢັນຍັງຈະສືບຕໍ່ປົກຄຸມຢູ່ພາກເໜືອຂອງປະເທດລາວ ດ້ວຍກໍາລັງອ່ອນ ສ່ວນພາກກາງ ແລະ ພາກໃຕ້ ປົກຄຸມດ້ວຍບໍລິເວນ ຄວາມກົດດັນຂອງອາກາດຮ້ອນ ສົມທົບກັບກະແສລົມຕາເວັນອອກ ພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດຮ້ອນຂຶ້ນຕື່ມອີກຢູ່ແຂວງພາກກາງ ແລະ ພາກໃຕ້ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ. ສ່ວນແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດຍັງຈະເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ.

ພະຍາກອນອາກາດ ແຕ່ເວລາ 7:00 ໂມງຂອງວັນທີ 03/03/2022 ເຖິງ ເວລາ 7:00 ໂມງ ວັນທີ 04/03/2022

-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ວຽງໄຊ, ຊໍາເໜືອ ແລະ ຊຽງຂວາງ): ອາກາດໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 14-30 ອົງສາ.

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດຮ້ອນ ໂດຍສະເພາະຢູ່ ແຂວງບໍ່ແກ້ວ, ຫລວງພະບາງ ແລະ ໄຊຍະບູລີ ພ້ອມມີໝອກແຫ້ງ ປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 15-34 ອົງສາ.

-ນະຄອນຫລວງວຽງຈັນ: ອາກາດຮ້ອນ ພ້ອມມີໝອກແຫ້ງປົກຫຸ້ມ ຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 22-35 ອົງສາ.

-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງ ຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 19-36 ອົງສາ.

-ແຂວງໄຊສົມບູນ: ອາກາດໜາວເຢັນ ພ້ອມມີໝອກບາງປົກຫຸ້ມ ໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 12-28 ອົງສາ.

-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດຮ້ອນ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 21-38 ອົງສາ.

-ເຂດພູພຽງບໍລະເວນ: ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກບາງ ປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 12-29 ອົງສາ.

.

Featured, ພະຍາກອນອາກາດປະຈໍາວັນ

Post navigation

Previous Post: ຊີ້ແຈງຄືນ ກ່ຽວກັບເອກະສານພາຍໃນ ທີ່ຖືກຕີແຜ່ທາງສື່ອ່ອນລາຍ ໃນການເພີ່ມການປ້ອງກັນຄວາມສະຫງົບ
Next Post: ລະເມີດແຈ້ງການນີ້ ປັບໃໝສູງສຸດ 10.000.000 ກີບ

Related Posts

ປະກາດດ່ວນ! ທ່ານໃດໄປຕະຫຼາດ ຫຼັກ 2 ແລະ ຫຼັກ 3 ເມືອງທ່າແຂກ ຂໍໃຫ້ໄປກວດຫາເຊື້ອ ໂຄວິດ-19 Featured
ແຈ້ງການເພີ່ມເຕີມຂອງແຂວງຫຼວງພະບາງໃນການຮັບມືໂຄວິດ19 Featured
ວັກຊິນກັນພະຍາດໂຄວິດ-19 ຈຳນວນ 1.008.000 ຫຼອກ ຈາກສະຫະລັດອາເມລິກາ ມາຮອດ ສປປ ລາວ ແລ້ວ Featured
ແຕ່ງຕັ້ງ ລັດຖະມົນຕີ ຫົວໜ້າ ຫສນຍ ແລະ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ Featured
ບໍ່ແກ້ວ ແຈ້ງການ ປິດການເຂົ້າ-ອອກ ເຂດສາມຫຼ່ຽມຄໍາ Featured
ອາກາດເຢັນລົງຕື່ມອີກ 1-2 ອົງສາ ໃນແຕ່ລະພາກ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme