Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ແຂວງພາກເໜືອແຂວງໄຊສົມບູນ ແລະເຂດພູພຽງບໍລະເວນອາກາດໜາວເຢັນ

Posted on 19/11/202119/11/2021 By ປະກາດ Pakaad No Comments on ແຂວງພາກເໜືອແຂວງໄຊສົມບູນ ແລະເຂດພູພຽງບໍລະເວນອາກາດໜາວເຢັນ

ພະຍາກອນອາກາດ ເວລາ 7:00 ໂມງເຊົ້າວັນທີ 19 ພະຈິກ 2021 ເຖິງເວລາ 7:00 ໂມງເຊົ້າວັນທີ 20 ພະຈິກ 2021.

ບໍລິເວນຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນ ຍັງສຶບຕໍ່ ແພ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ. ຊຶ່ງຍັງຈະເຮັດ ໃຫ້ອາກາດເຢັນຢູ່ໃນແຕ່ລະພາກ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ. ສໍາລັບແຂວງ ພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ.

ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດໜາວເຢັນ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີ ລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນຶ້ອທີການປົກຫຸ້ມຂອງຝົນເທົ່າກັບ 30% ຂອງພາກ. ອຸນຫະພູມໃນລະຫວ່າງ 15–25 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນ ຫາ ໜາວເຢັນ ແລະ ຈະມີ ຝົນຕົກໃນລະດັບຄ່ອຍພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນຶ້ອທີ ການປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ. ອຸນຫະພູມໃນລະຫວ່າງ 18–33 ອົງສາ.

ນະຄອນຫລວງວຽງຈັນ: ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວ ໄປໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 23–33 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມ ພັດແຮງຢູ່ບາງທ້ອງຖິ່ນ ຫລື ເນຶ້ອທີການປົກຫຸ້ມຂອງຝົນເທົ່າກັບ 20% ຂອງພາກ. ອຸນຫະພູມໃນລະຫວ່າງ 21–33 ອົງສາ.

ແຂວງໄຊສົມບູນ: ອາກາດໜາວເຢັນ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນຶ້ອທີການປົກຫຸ້ມຂອງຝົນ ເທົ່າກັບ 20%. ອຸນຫະພູມໃນລະຫວ່າງ 14–27 ອົງສາ.

ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ຈະມີຝົນຕົກໃນລະດັບຄ່ອຍພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ຫລື ເນຶ້ອທີການປົກຫຸ້ມຂອງຝົນເທົ່າກັບ 20% ຂອງພາກ. ອຸນຫະພູມໃນລະຫວ່າງ 23–34 ອົງສາ.

ເຂດພູພຽງບໍລະເວນ: ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງ ເປັນບາງໂອກາດ ຫລື ເນຶ້ອທີການປົກຫຸ້ມຂອງຝົນເທົ່າກັບ 40%. ອຸນຫະພູມໃນລະຫວ່າງ 15–27 ອົງສາ.

Featured, ພະຍາກອນອາກາດປະຈໍາວັນ

Post navigation

Previous Post: ດ່ວນທີ່ສຸດແຂວງໄຊຍະບູລີຍັງເຂັ້ມງວດມາດຕະການ
Next Post: ໜ້າສົງສານຫຼານນ້ອຍແລະຕູ້ທັງສອງ

Related Posts

ບໍລິສັດ ລາວ ໂມບາຍມັນນີ ຈໍາກັດຜູ້ດຽວ ແລະ ລັດວິສາຫະກິດ ນ້ຳມັນເຊື້ອໄຟ ລາວ ລົງນາມຄູ່ຮ່ວມທຸລະກິດ ເຊື່ອມຕໍ່ລະບົບການຊຳລະ ຜ່ານ ເອັມ ມັນນີ Featured
ຄລິບທາງດ່ວນເຂດເມືອງວັງວຽງ Featured
ອີຊູຊຸສະຫຼອງຍອດຈອງ 10 ວັນ 100 ຄັນ ຢືນຢັນໃຫ້ເຫັນຄວາມເປັນຜູ້ນໍາແຫ່ງໂລກກະບະຕົວຈິງ ຂອງລົດກະບະລຸ່ນໃໝ່! “All-New Isuzu D-Max” Featured
ແຂວງຈໍາປາສັກເຄັ່ງຄັດມາດຕະການຮອດ 1 ພະຈິກ 2021 Featured
ລາຍລະອຽດນໍ້າມັນຂຶ້ນລາຄາ ເລີ່ມ 1 ມິຖຸນາ 2022 Featured
ການອະນຸຍາດ ເຂົ້າ-ອອກ ນະຄອນຫຼວງວຽງຈັນ ໄລຍະລັອກດາວ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme