Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ໂສມໜ້າເຈົ້າຂອງຍຶດເຄື່ອງຂອງຢູ່ເຮືອນອີກຫຼາຍລາຍການ

Posted on 28/10/202128/10/2021 By ປະກາດ Pakaad No Comments on ໂສມໜ້າເຈົ້າຂອງຍຶດເຄື່ອງຂອງຢູ່ເຮືອນອີກຫຼາຍລາຍການ

ແຂວງບໍ່ແກ້ວ: ໃນວັນທີ 27 ຕູລາ 2021 ເວລາ 5:30 ນາທີ ມີພົນລະເມືອງດີ ໄດ້ລາຍງານຕໍ່ກັບເເຈົ້າໜ້າທີ ພະນັກງານ ບ້ານໂພນທອງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຈະມີລົດຕ່າງສິນຄ້າ ປະເພດໄມ້ ຈາກບ້ານຫ້ວຍຊາຍນ້ອຍ ພໍຜ່ານໄປໄດ້ໃນໄລຍະໜຶ່ງ ກໍ່ເຫັນລົດຄັນດັ່ງກ່າວທະບຽນ ບຄ 1194 ກໍາແພງນະຄອນ ໄດ້ແລ່ນອອກມາທ່າງບ້ານນໍ້າຕີນ.

ທາງເຈົ້າໜ້າທີ່ວິຊາສະເພາະຈໍາບ້ານໂພນທອງ ສົົມທົບກັັບພາກສ່ວນ ເຈົ້າໜ້າທີ່ພາສີ, ອາກອນ, ຊັບສິນ, ກະສິກໍາ, ໄດ້ຂໍເຂົ້າກວດຄົ້ນ ລົດຄັນດັງກ່າວ ທາງເຈົ້າໜ້າທີ່ວິຊາສະເພາະໄດ່ສອບຖາມໂຊເວີີລົດວ່າແມ່ນສິນຄ້າຫຍັງ ທ່າງໂຊ່ເວີໄດ້ຕອບກັບເຈົ້າໜ້າທີ່ຂອງພວກເຮົາວ່າ ຕ່າງລາງເບຍເປົ່າ

.

ຜົນຂອງການກວດພົບໃນເບື້ອງຕົ້ນແມ່ນລາງເບຍເປົ່າແທ້ ແຕ່ທາງເຈົ້າໜ້າທີ່ພວກເຮົາ ມີຄວາມສົງໄສວ່າລົດຄັນດັງກ່າວ ບໍ່ມີໂລໂກຂອງບໍລິສັດເບຍລາວຕິດໃສ່ຜ້າບັດ ປົກລົດ ແລະ ໄດ້ສັງເກດເບິ່ງລົດອອກໄປ ເຫັນວ່າຕ່າງສິນຄ້າທີ່ມີນໍ້າໜັ້ກຫຼາຍ

ສະນັ້ນທາງເຈົ້າໜ້າທີ່ ຈຶ່ງປະສານເອົາລົດຄັນດັ່ງກ່າວ ມາກວດກາຄືນໃໝ່ທີ່ເປັນໜ້າສົງໄສ ຢ້ານມີສິນຄ້າ ສິ່ງທີ່ຜິດກົດໝາຍປະປົນມານຳ ທາງເຈົ້າໜ້າທີ່ຈື່ງໄດ້ຂໍກວດກາຄືນຕື່ມຢູ່ທີ່ເຂດຕີນດອຍນໍ້້າເລັງ ຈື່ງໄດ້ກວດພົບເຫັນຖົງສີດໍາຢູ່ພາຍໃນລົດຄັນດັ່ງກ່າວ ຈຶ່ງໄດ້ກັກລົດຄັ້ນດົ່ງກ່າວໄວ້ລາຍງານກັບຂັ້້ນເທິ່ງ ແລະ ນໍາລົດຄັນດັ່ງກ່າວມາກວດຄົ້ນຢ່າງລະລະອຽດຢູ່ທີ່ກອງບັນຊາການ ປກສ ແຂວງ.

ຜ່ານການກວດຄົ້ນ ພົບເຫັນຢ າ ເ ສ ບ ຕິ ດ ປະເພດ ຢ າ ບ້ າຈໍານວນ 262 ເປົາເທົ່າກັບ 27.832 ມັດ ເທົ່າກັບ 55.664.000ເມັດ ມີນໍາໜັກ 5.566,4 kg , ຢ າ ໄ ອ່ສ ຈໍານວນ 65 ເປົາ ເທົ່າກັບ 1.537 ຫໍ່ ມີນໍາໜັ້ກ 1.537 kg, ລົດບັນທຸກ 12 ລໍ້ 1 ຄັນ, ແລະ ໄດ້ກັກຕົວ ທ້າວ ທອງໄຊທໍ ໂຊເຟີລົດ ອາຍຸ 22 ປີ ອາຊີບຂັບລົດ ຢູ່ບ້ານ ນໍ້າສະໝອກເໜືອ ເມືອງຫ້ວຍຊາຍແຂວງບໍ່ແກ້ວ

ຜ່ານການສືບສວນ-ສອບສວນ ຜູ້ກ່ຽວໄດ້ໃຫ້ການຕໍ່ເຈົ້າໜ້າວ່າ ເຄື່ອງດັ່ງກ່າວແມ່ນຂອງທ້າວ ໄຊຕົງທໍ່ ອາຍຸ 40 ປີ ອາຊີບ ນັກທຸລະກິດ ຢູ່ບ້ານຫ້ວຍຊາຍນ້ອຍ ເມືອງຫ້ວຍຊາຍແຂວງບໍ່ແກ້ວ ຫຼັງຈາກນັ້ນທາງເຈົ້າໜ້າທີ່ ວິຊາສະເພາະ ຈຶ່ງປະສານສົມທົບກັບພາກສ່ວນທີ່ກ່ຽວຂອງ ເຂົ້າກວດຄົ້ນ ເຮືອນຂອງທ້າວ ໄຊຕົ່ງທໍ່

ຜ່ານການກວດຄົ້ນໄດ້ພົບເຫັນ ຢາ ເ ສ ບ ຕິ ດ ປະເພດ ຢ າ ບ້ າ 4 ຖົງໃຫຍ່ ນໍ້າໜັກ 45.5 kg, ແປ້ງຝຸ່ນສີແດງ ຈໍານວນ 21 ຖົງໃຫຍ່ ນໍ້າໜັກ 159 kg, ແປ້ງຝຸ່ນສີຂາວ 20 kg, ແປ້ງຝຸ່ນສີຟ້າ 2 ຖົງນ້ອຍ ຈໍານວນ 300 g, ນໍາຢາເຄມີ 1 ຕຸກໃຫຍ່ 3 ຕຸກນ້ອຍນໍ້າໜັກ 10 kg , ຢ າ ບ້ າ ເມັດສີຂຽວ 2 ຖົງໃຫຍ່ ນໍ້າໜັກ 2 kg, ຢ າ ບ້ າ ເມັດສີຂາວ ຈໍານວນ 1 ຖົງນ້ອຍ ນໍ້າໜັ້ກ 200 g ເຄື່ອງ ອັ ດ ຢ າ ຈຳນວນ 1 ເຄຶ່ອງ, ອາວຸດເສີກ ປະເພດປືນ AK ຈໍານວນ 1 ກະບອກ, ປືນສັ້ນ 9 ມມ ຈໍານວນ 1 ກະບອກ ພ້ອມລູກປືນ, ພົບເຫັນຕູ້ເຊັບຈຳນວນ 5 ໜ່ວຍພາຍໃນຕູ້ມີ ວັດຖຸຄ້າຍຄືຄຳ-ເງີນອີກຈຳນວນໜື່ງ

ດັ່ງນັ້ນ ທາງເຈົ້າໜ້າທີ່ຂອງພວກເຮົາຈື່ງໄດ້ຢືດ ເຄື່ອງຈໍານວນດັ່ງກ່າວ ເກັບຮັກສາໄວ້ເປັນຂອງກາງ ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ແຂວງບໍ່ແກ້ວ ພວມດໍາເນີນສືບ-ສວນສອບສວນຂະຫຍາຍຜົນຕໍ່ໄປ.

ພາບ-ຂ່າວ: ພະແນກໂຄສະນາ ປກສ ແຂວງບໍ່ແກ້ວ

ຄລິບຂ່າວ

Featured, ຂ່າວສານບ້ານເມືອງ, ໄພສັງຄົມ

Post navigation

Previous Post: ປົວດີໃໝ່759ຄົນຕິດໃໝ່530ຄົນ
Next Post: ສາຍໄຟແຮງກາງຢ່ອນກາງທາງລົດເກາະເກີດໄຟໄໝ້ເສຍຫາຍ

Related Posts

ສະຫວັນນະເຂດໜັກສຸດ ຕິດໃນຊຸມຊົນ +551 ຄົນ (ທົ່ວປະເທດ ສະຖິຕິໃໝ່ +952) Featured
ເປັນຄັນແຄເຮັດແນວໃດດີ.. ? Featured
ນະຄອນຫຼວງວຽງຈັນສູງທີ່ສຸດແລະທົ່ວປະເທດພັນກວ່າຄົນ Featured
ການພົບປະສຸດຍອດສອງຝ່າຍ ລະຫວ່າງ ນາຍົກລັດຖະມົນຕີ ລາວ ແລະ ຍີ່ປຸ່ນ Featured
ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ດຳເນີນກອງປະຊຸມສະຫຼຸບຜົນງານການເຄື່ອນໄຫວວຽກງານ ປະຈໍາປີ 2022 Featured
ໂຄວິດ-19 ທົ່ວປະເທດ ຕິດສະສົມກາຍ 2000 ຄົນແລ້ວ (ນະຄອນຫຼວງ +7) Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme