Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ອຸຕຸແຈ້ງລະວັງໄພພາຍຸກົມປາສຸ(KOMPASU)

Posted on 12/10/202112/10/2021 By ປະກາດ Pakaad No Comments on ອຸຕຸແຈ້ງລະວັງໄພພາຍຸກົມປາສຸ(KOMPASU)

ແຈ້ງເຕືອນພາຍຸເຂດຮ້ອນ ປະຈໍາວັນທີ 12 ຕຸລາ 2021ເວລາ 12:00 ໂມງ.ໃນເວລາ 7:45 ໂມງ ຂອງວັນທີ 12 ຕຸລາ 2021 ພາຍຸເຂດຮ້ອນ ກົມປາສຸ (KOMPASU) ຫົວທີ 18 ມີຈຸດສູນກາງຢູ່ເສັ້ນຂະໜານທີ 18.9 ອົງສາເໜືອ ແລະ ເສັ້ນແວງ 119.2 ອົງສາຕາເວັນອອກ ພວມເຄື່ອນທີ່ມາທາງທິດ ຕາເວັນຕົກດ້ວຍຄວາມໄວ 25 ກິໂລແມັດຕໍ່ຊົ່ວໂມງ ຈາກນັ້ນຈະສືບຕໍ່ ເຄື່ອນທີ່ຂຶ້ນໄປຫາເກາະໄຮໜໍາ ໃນວັນທີ 13 ຕຸລາ 2021.

ຄາດຄະເນວ່າ ພາຍຸຫົວນີ້ຈະເຄື່ອນທີ່ຂຶ້ນຝັ່ງທາງພາກເໜືອຂອງປະເທດຫວຽດນາມ ແລະ ອ່ອນກໍາລັງລົງກາຍເປັນພາຍຸດີເປລຊັນ ເຄື່ອນທີ່ຜ່ານພາກກາງ ແລະ ພາກເໜືອດ້ານຕາເວັນອອກຂອງປະເທດລາວ ໃນວັນທີ 14 ຫາ 15 ຕຸລາ 2021 ນີ້ ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຕົກໜັກ ຫາ ຕົກໜັກຫລາຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ເຊັ່ນ: ແຂວງຫົວພັນ, ຊຽງຂວາງ, ໄຊສົມບູນ, ວຽງຈັນ, ນະຄອນຫລວງວຽງຈັນ, ຫລວງພະບາງ, ໄຊຍະບູລີ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ຈໍາປາສັກ, ເຊກອງ, ສາລະວັນ ແລະ ອັດຕະປື.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າ ທີ່ອາໄສຢູ່ບັນດາແຂວງດັ່ງກ່າວ. ໂດຍສະເພາະຜູ້ທີ່ ອາໄສຢູ່ລຽບຕາມຮ່ອມພູ, ເປີ້ນພູ ແລະ ແຄມແມ່ນໍ້າຕ່າງໆ ຈົ່ງມີສະຕິ ລະມັດລະວັງຕໍ່ສະພາບດິນເຈື່ອນ, ນໍ້າຖ້ວມຊຸ, ນໍ້າຖ້ວມຍຶ່ງ ແລະ ລົມພັດ ແຮງ ທີ່ຈະເກີດຂຶ້ນໄດ້ໃນໄລຍະ 1 ຫາ 3 ວັນຕໍ່ໜ້າ ພ້ອມທັງກະກຽມ ຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ສູງ ແລະ ປອດໄພ, ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ.

ພາກເໜືອດ້ານຕາເວັນອອກ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກ ຫຸ້ມຂອງຝົນ ເທົ່າກັບ 60% ຂອງພາກ, ອຸນຫະພູມໃນລະຫວ່າງ 17-27 ອົງສາ.

ພາກເໜືອດ້ານຕາເວັນຕົກ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລືອມ ໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 40% ຂອງພາກ, ອຸນຫະພູມໃນລະຫວ່າງ 20-30 ອົງສາ.

ນະຄອນຫລວງວຽງຈັນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມ ຂອງຝົນ ເທົ່າກັບ 40%, ອຸນຫະພູມໃນລະຫວ່າງ 24-31 ອົງສາ.

ພາກກາງ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມ ຂອງຝົນ ເທົ່າກັບ 70% ຂອງພາກ, ອຸນຫະພູມໃນລະຫວ່າງ 23-31 ອົງສາ.

ແຂວງໄຊສົມບູນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລືອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 50% ຂອງແຂວງ, ອຸນຫະພູມໃນລະຫວ່າງ 18-25 ອົງສາ.

ພາກໃຕ້: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກໃນລະດັບປານກາງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມ ຂອງຝົນ ເທົ່າກັບ 70% ຂອງພາກ, ອຸນຫະພູມໃນລະຫວ່າງ 23-33 ອົງສາ.

ສໍາລັບເຂດພູພຽງບໍລະເວນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 60%, ອຸນຫະພູມໃນລະຫວ່າງ 15-27 ອົງສາ.

.

ພະຍາກອນອາກາດປະຈໍາວັນ

Post navigation

Previous Post: ຊື່ລົດໄຟຢ່າງເປັນທາງການແມ່ນ ຂະບວນລ້ານຊ້າງແລະຂະບວນແຄນລາວ
Next Post: ໃຜມີລົດເຖື່ອນຮີບໄປແຈ້ງເສຍພາສີດ່ວນຖ້າກາຍກໍານົດຈະຖືກປັບໃໝໜັກ

Related Posts

ອາກາດໜາວເຢັນລົງ 1-3 ອົງສາ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າແລະ ໜາວເຢັນ Featured
ພາກເໜືອໜາວເຢັນພາກກາງພາກໃຕ້ອາກາດເຢັນສະບາຍ Featured
ອາກາດຮ້ອນ ແລະ ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນ Featured
ຫຼາຍພາກ ອາກາດຮ້ອນ ແລະ ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ Featured
ອາກາດຮ້ອນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ແລະ ຕົກປານກາງ Featured
ເຕືອນພາຍຸດີເປຣຊັນທີ່ກໍາລັງເຄື່ອນທີ່ຢູ່ເຂດທະເລຈີນໃຕ້ຕອນລຸ່ມ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme