Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຢັ້ງຢືນຖິ່ນກໍາເນີດ ຜ້າໄໝຫຼວງພະບາງ

Posted on 25/09/202025/09/2020 By ປະກາດ Pakaad No Comments on ຢັ້ງຢືນຖິ່ນກໍາເນີດ ຜ້າໄໝຫຼວງພະບາງ

ຫຼວງພະບາງ: ໃນວັນທີ 23 ກັນຍາ 2020 ທີ່ ນະຄອນຫລວງພະບາງ ແຂວງຫລວງພະບາງ, ທ່ານ ນາງ ຂັນລາສີ ແກ້ວບຸນພັນ ຫົວໜ້າກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ເຂົ້າຮ່ວມພິທີ ແລະ ມອບໃບຢັ້ງຢືນ ຖິ່ນກໍາເນີດຜ້າໄໝຫລວງພະບາງ ໃຫ້ສະມາຄົມສົ່ງເສີມຜ້າໄໝຫລວງພະບາງ ຢ່າງເປັນທາງການ, ຊຶ່ງໃຫ້ກຽດເປັນສັກຂີພິຍານຂອງທ່ານ ບໍ່ວຽງຄໍາ ວົງດາລາ ລັດ ຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ທ່ານ ສຸກັນ ບຸນຍົງ ຮອງເຈົ້າແຂວງຫລວງພະບາງ ແລະ ມີບັນດາພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ນອກຈາກນັ້ນ, ການຈົດທະບຽນປົກປ້ອງຖິ່ນກໍາເນີດ ຍັງຈະເຮັດໃຫ້ຜ້າໄໝຫລວງພະບາງ ມີມູນຄ່າເພີ່ມສູງຂຶ້ນ ເນື່ອງຈາກຜ້າໄໝຫລວງພະບາງ ຈະຕ້ອງໄດ້ຜ່ານການກວດກາຕາມຂັ້ນຕອນ ການຜະລິດທີ່ກໍານົດໄວ້ ແລະ ໄດ້ຮັບການຢັ້ງຢືນ ຈາກໜ່ວຍງານທີ່ກ່ຽວຂ້ອງ ທີ່ໄດ້ຮັບຮອງຕາມມາດຕະຖານສາກົນ ທີ່ຄຸ້ມຄອງໂດຍກົມຊັບສິນທາງປັນຍາ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈຶ່ງຈະສາມາດຕິດກາໝາຍຖິ່ນກໍາເນີດແຫ່ງຊາດ ແລະ ວາງຈໍາໜ່າຍໃນທ້ອງຕະຫລາດ ແລະ ສົ່ງອອກໄປຕ່າງປະເທດໄດ້ ເພື່ອເປັນການຮັບ ປະກັນຕໍ່ຜູ້ບໍລິໂພກວ່າ ເປັນສິນຄ້າມີຄຸນນະພາບ ທີ່ເປັນເອກະລັກ ແລະ ແຫລ່ງທີ່ມາທີ່ແທ້ຈິງຂອງສິນຄ້າ.

ການຈົດທະບຽນຖິ່ນກໍາເນີດ ແມ່ນການຊຸກຍູ້-ສົ່ງເສີມການຟື້ນຟູ ແລະ ປົກປ້ອງພູມປັນຍາ ທ້ອງຖິ່ນແບບດັ້ງເດີມ ຂອງຜະລິດສິນຄ້າເອກະລັກ ທີ່ຕິດພັນກັບວັດທະນາທໍາ ແລະ ວິຖີການດໍາລົງຊີວິດ ຂອງປະຊາຊົນບັນດາເຜົ່າ ໃຫ້ກາຍເປັນຊັບສິນທາງປັນຍາຂອງປະຊາຊົນໃນທ້ອງຖິ່ນ, ພ້ອມທັງເປັນການປົກປ້ອງພູມປັນຍາຂອງທ້ອງຖິ່ນ ໂດຍສະເພາະແມ່ນ ການປົກປ້ອງຖິ່ນກໍາເນີດ ເປັນປັດໄຈພາໃຫ້ສິນຄ້າ ຂອງທ້ອງຖິ່ນມີເອກະລັກ ສະເພາະໜຶ່ງດຽວໃນໂລກ.

ຜະລິດຕະພັນຜ້າໄໝຫລວງພະບາງ ກໍເປັນອີກຜະລິດຕະພັນໜຶ່ງ ທີ່ມີລາຍຜ້າໄໝດັ້ງເດີມ, ການຕໍ່າຜ້າໄໝ ແມ່ນນຳໃຊ້ເຕັກນິກພື້ນບ້ານແບບດັ້ງເດີມ ແຕ່ມີຄຸນນະພາບພິເສດ, ມີຄວາມອ່ອນນຸ້ມ ແລະ ເງົາງາມ ຍ້ອນການຍ້ອມສີແບບທໍາມະຊາດ ແລະ ຍັງມີປະຫວັດຄວາມເປັນມາ ທີ່ຕິດພັນກັບວັດ ທະນະທໍາ ແລະ ວິຖີການດໍາລົງຊີວິດຂອງຊາວຫລວງພະບາງ ມາແຕ່ດົນນານ. ຍ້ອນເຫັນໄດ້ເຖິງຄວາມໝາຍຄວາມສຳຄັນດັ່ງກ່າວ, ສະມາຄົມຜ້າໄໝຫລວງພະບາງ ຈຶ່ງໄດ້ຍື່ນຄໍາຮ້ອງຂໍຈົດທະບຽນຖິ່ນກຳເນີດ ຕໍ່ກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃນເດືອນກຸມພາ 2020 ຜ່ານມາ.

ຂ່າວ-ພາບ : ກະຊວງວິທະຍາສາດ

ຂ່າວສານບ້ານເມືອງ, ທຸລະກິດ

Post navigation

Previous Post: ພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື ເຊື່ອມຕໍ່ລະບົບການຊຳລະ ລະຫວ່າງ ທະນາຄານ ບີ ໄອ ຊີ ລາວ ຈຳກັດ ແລະ ບໍລິສັດ ລາວ ໂມບາຍມັນນີ ຈໍາກັດຜູ້ດຽວ
Next Post: ເຮືອນຂອງຂ້ອຍ – ລາຍການ ໂທລະພາບເດັກກ່ອນໄວຮຽນ

Related Posts

ວັນສາກົນເພື່ອຕ້ານການຄ້າມະນຸດວັນທີ 30 ກໍລະກົດ Featured
ລົງທະບຽນກັບຄືນບ້ານຂອງແຮງງານລາວພາຍໃນເຂດເສດຖະກິດພິເສດ ສາມຫຼ່ຽມຄຳ Featured
ຕິດເຊື້ອໃໝ່ສູງເຖິງ 1341 ຄົນ ເສຍຊີວິດໃໝ່ 4 ຄົນ Featured
ພິທີປະກາດການເລື່ອນຊັ້ນໃຫ້ນາຍ ແລະພົນຕຳຫຼວດ ປກສ ແຂວງສະຫວັນນະເຂດ ຂ່າວສານບ້ານເມືອງ
ຄົນເຈັບ ໂຄວິດ-19 ເສຍຊິວິດ ອີກ 1 ຄົນ ທີ່ແຂວງສະຫວັນນະເຂດ Featured
ກອງປະຊຸມໃຫຍ່ຜູ້ແທນນັກຮົບເກົ່າທົ່ວປະເທດສະໄໝທີ IV Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme