Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ອົງການພັດທະນາເດັກລາວ-ຍີ່ປຸ່ນ ໄດ້ຈັດກອງປະຊຸມໂຄງການ ການສອນຫ້ອງຄວບທີ່ເມືອງວັງວຽງ

Posted on 14/08/202014/08/2020 By ປະກາດ Pakaad No Comments on ອົງການພັດທະນາເດັກລາວ-ຍີ່ປຸ່ນ ໄດ້ຈັດກອງປະຊຸມໂຄງການ ການສອນຫ້ອງຄວບທີ່ເມືອງວັງວຽງ

[English below]
ໃນລະຫວ່າງວັນທີ 3 – 8 ສິງຫາ 2020 ຜ່ານມານີ້ ອົງການພັດທະນາເດັກລາວ-ຍີ່ປຸ່ນ ໄດ້ຈັດກອງປະຊຸມໂຄງການ ການສອນຫ້ອງຄວບ, ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນທີ່ ເມືອງວັງວຽງ, ແຂວງວຽງຈັນ ເຊິ່ງຈຸດປະສົງຂອງກອງປະຊຸມແມ່ນ ເພື່ອສໍາເລັດປຶ້ມຄູ່ມືແນະນໍາການສອນຫ້ອງຄວບ ແລະ ກະກຽມກອງປະຊຸມຝຶກ ອົບຮົມການສອນຫ້ອງຄວບໃຫ້ແກ່ພະນັກງານສຶກສາຂັ້ນເມືອງຂອງເຂດເປົ້າໝາຍໂຄງການ.

ກອງປະຊຸມຄັ້ງນີ້ມີຜູ້ເຂົ້າຮ່ວມຈາກຫລາຍພາກສ່ວນເຊັ່ນ: ກະຊວງສຶກສາທິການ ແລະ ກິລາ, ວິທະຍາໄລຄູ ຫຼວງພະບາງ, ຫຼວງນໍ້າທາ ແລະ ພະແນກສຶກສາ ທິການ ແລະ ກິລາ ແຂວງຫຼວງພະບາງ.

ໃນໄລຍະ 6 ວັນຂອງກອງປະຊຸມ ສະມາຊິກທຸກຄົນໄດ້ຕັ້ງໜ້າເອົາໃຈໃສ່ປະກອບຄໍາຄິດເຫັນ ແລະ ແລກປ່ຽນຄໍາເຫັນເຊິ່ງກັນ ແລະ ກັນ ເພື່ອເຮັດໃຫ້ສຳເລັດຕາມເປົ້າໝາຍທີ່ວາງໄວ້ ແລະ ກອງປະຊຸມແມ່ນໃກ້ສຳເລັດຕາມເປົ້າໝາຍແລ້ວ ເຊິງພວກເຮົາສາມາດສໍາເລັດດັດແກ້ປຶ້ມຄູ່ມືແນະນໍາການສອນຫ້ອງຄວບ, ສ້າງແຜນຝຶກອົບຮົມ ແລະ ແຕ່ງຕັ້ງຄູຝຶກຝຶກອົບຮົມການສອນຫ້ອງຄວບໃຫ້ແກ່ພະນັກງານສຶກສາຂັ້ນເມືອງ.

During 3rd -8th August 2020, Shanti Volunteer Association Laos office organized Multi-grade teaching project meeting.

The meeting was held in Vangvieng district, Vientiane province with the aim of finalizing Multi-grade teaching handbook and preparing for Multi-grade Training of Trainers workshop at project target area.

There were participants from Ministry of Education, Luangprabang and Luannumtha Teacher training colleges and Luangprabang Provincial Education and Sports Service. Through 6 days’ meeting, all team members did hard works for sharing opinions, giving comments and so on.

The meeting was almost successfully completed. We could finalize Multi-grade teaching handbook, made Training of Trainers program and assigned lecturers for the Training of Trainers workshop.

ລາຍງານໂດຍ: SVA

ການສຶກສາ, ຂ່າວສານບ້ານເມືອງ

Post navigation

Previous Post: ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃຫມ່ຢູ່ລາວ ຈໍານວນ 2 ຄົນ
Next Post: ພິທີໂຮມຊຸມນຸມສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 70 ປີ

Related Posts

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງບໍ່ແກ້ວຄັ້ງທີ VI ເປີດຂຶ້ນຢ່າງເປັນທາງການ Featured
ໂທດສູງສຸດຕິດຄຸກຕະຫຼອດຊີວິດພ້ອມປັບໃໝ 150ລ້ານກີບ Featured
ຊື່ລົດໄຟຢ່າງເປັນທາງການແມ່ນ ຂະບວນລ້ານຊ້າງແລະຂະບວນແຄນລາວ Featured
ດ່ວນທີ່ສຸດ ລາຄານໍ້າມັນຂຶ້ນອີກຮອບ ເລີ່ມ 18 ມີນາ 2022 Featured
ໜ້າສົງສານ! ໄຟໄໝ້ເຮືອນເຫຼືອແຕ່ເຄື່ອງຄາຄີງ ທີ່ເມືອງພຽງ Featured
ແຂວງໄຊຍະບູລີ ອອກແຈ້ງການສະບັບໃໝ່ ເພື່ອຄວບຄຸມການລະບາດຂອງໂຄວິດ-19 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme