Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ພາກເໜືອໜາວເຢັນພາກກາງພາກໃຕ້ອາກາດເຢັນສະບາຍ

Posted on 13/11/202113/11/2021 By ປະກາດ Pakaad No Comments on ພາກເໜືອໜາວເຢັນພາກກາງພາກໃຕ້ອາກາດເຢັນສະບາຍ

ພະຍາກອນອາກາດ ເວລາ 7:00 ໂມງເຊົ້າວັນທີ 13 ພະຈິກ 2021 ເຖິງເວລາ 7:00 ໂມງເຊົ້າວັນທີ 14 ພະຈິກ 2021.

ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນ ຍັງຈະສືບຕໍ່ປົກຄຸມ ຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາປານກາງ ສົມທົບ ກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມ ເຊິ່ງຈະ ເຮັດໃຫ້ອາກາດຍັງຈະເຢັນຢູ່ໃນແຕ່ລະພາກ ແລະ ຈະມີຝົນຕົກໃນລະດັບ ຄ່ອຍຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກໃຕ້.

ສໍາລັບແຂວງພາກ ເໜືອດ້ານຕາເວັນອອກ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ.

ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດໜາວເຢັນ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີ ລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 15% ຂອງພາກ, ອຸນຫະພູມໃນລະຫວ່າງ 13-24 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມ ຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງ ຖິ່ນ ຫລືເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 20% ຂອງພາກ, ອຸນຫະພູມ ໃນລະຫວ່າງ 17-31 ອົງສາ.

ນະຄອນຫລວງວຽງຈັນ: ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມໃນ ຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ບາງບໍລິເວນ, ອຸນຫະພູມໃນລະຫວ່າງ 21-31 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ແລະ ຈະມີລົມພັດ ແຮງຢູ່ບາງທ້ອງຖິ່ນ, ອຸນຫະພູມໃນລະຫວ່າງ 19-32 ອົງສາ.

ແຂວງໄຊສົມບູນ: ອາກາດໜາວເຢັນ ພ້ອມມີລົມພັດແຮງເປັນບາງ ໂອກາດ, ອຸນຫະພູມໃນລະຫວ່າງ 13-26 ອົງສາ.

ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດເຢັນໃນຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30% ຂອງພາກ, ອຸນຫະພູມ ໃນລະຫວ່າງ 20-32 ອົງສາ.

ເຂດພູພຽງບໍລະເວນ: ອາກາດໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງບໍລິເວນ ຫລື ເນື້ອທີ່ການ ປົກຫຸ້ມຂອງຝົນເທົ່າກັບ 30%, ອຸນຫະພູມໃນລະຫວ່າງ 14-27 ອົງສາ.

Featured, ພະຍາກອນອາກາດປະຈໍາວັນ

Post navigation

Previous Post: ທົ່ວປະເທດເພີ່ມເກືອບພັນສອງຮ້ອຍຄົນແຂວງຫົວພັນຕິດສອງຄົນ
Next Post: ລາຍງານຕິດເຊື້ອໃໝ່ເກືອບທົ່ວປະເທດຍົກເວັ້ນແຂວງໄຊສົມບູນ

Related Posts

ນາຍົກລັດຖະມົນຕີ ພົບປະສື່ມວນຊົນພາຍໃຕ້ຫົວຂໍ້ ການແກ້ໄຂພະຍາດໂຄວິດ-19 Featured
ເມືອງປະທຸມພອນ ປະກາດລັອກດາວ 4 ບ້ານ ວັນທີ 2-15 ກັນຍາ 2021 Featured
ລາວແລະລັດເຊຍປຶກສາຫາລືດ້ານການແພດ ໂດຍສະເພາະ ໂຄວິດ-19 Featured
ຕິດເພີ່ມ 1006 ຄົນ ເສຍຊີວິດ 12 ຄົນ Featured
ຈັບຄູ່ທຸລະກິດ ອອນໄລນ໌ ເຄື່ອງສຳອາງ ໄທ-ລາວ ເຄື່ອງສຳອາງຂອງປະເທດໄທ ເຈາະຕະຫຼາດຜະລິດຕະພັນຄວາມງາມ ຍຸດທະສາດການຂາຍອອນລາຍ Featured
ວົງຄະນາຍາດສາກົນຕ້ອງສາມັກຄີຜ່ານຜ່າວິກິດໂຄວິດ ແລະບັນຫາຂໍ້ຄັດແຍ່ງຄວາມຮຸນແຮງຕ່າງໆ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme