Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຈັບຄູ່ທຸລະກິດອອນລາຍ ໄທ-ລາວ ຂະຫຍາຍຕະຫຼາດອອນລາຍ ຕອບຮັບເທນສັງຄົມ ຜູ້ທີ່ມີສູງອາຍຸອີກ ດ້ວຍລະບົບຕົວແທນ (ດ໋ອບຊິບ) ບໍ່ຕ້ອງສະຕ໋ອກສິນຄ້າ

Posted on 16/04/202116/04/2021 By ປະກາດ Pakaad No Comments on ຈັບຄູ່ທຸລະກິດອອນລາຍ ໄທ-ລາວ ຂະຫຍາຍຕະຫຼາດອອນລາຍ ຕອບຮັບເທນສັງຄົມ ຜູ້ທີ່ມີສູງອາຍຸອີກ ດ້ວຍລະບົບຕົວແທນ (ດ໋ອບຊິບ) ບໍ່ຕ້ອງສະຕ໋ອກສິນຄ້າ

ໂຄງການເຈລະຈາຈັບຄູ່ທຸລະກິດອອນລາຍ ໄທ-ສປປ ລາວ ຂະຫຍາຍຕະຫຼາດອອນລາຍ ຕອບຮັບເທນສັງຄົມ ຜູ້ທີ່ມີສູງອາຍຸອີກ ດ້ວຍລະບົບຕົວແທນ ( ດ໋ອບຊິບ ) ບໍ່ຕ້ອງສະຕ໋ອກສິນຄ້າ

ສຳນັກງານສົ່ງເສີມການຄ້າໃນປະເທດ, ນະຄອນຫຼວງວຽງຈັນ, ຈັດໂຄງການເຈລະຈາຄູ່ທຸລະກິດອອນລາຍໄທ-ສປປ ລາວ ເພື່ອສ້າງເຄືອຂ່າຍການຄ້າລະຫວ່າງຜູ້ປະກອບການ SME ຂອງໄທ ກັບຜູ້ຈັດຈຳໜ່າຍໃນ ສປປ ລາວ, ໃນການສ້າງໂອກາດຂອງທຸລະກິດເພື່ອຜ່າວິກິດສະຖານະການໃນປະຈຸບັນລວມທັງຍັງເປັນການເປີດໂອກາດໃຫ້ຜູ້ປະກອບການ, ສາມາດຂະຫຍາຍທຸລະກີດຜ່ານແບບຟອມອອນລາຍ.

ໂດຍໃນປີນີ້ທາງໂຄງການເນັ້ນໜັກໄປທີ່ກຸ່ມສິນຄ້າ, ອາຫານ ແລະ ເຄື່ອງດື່ມ ທຸລະກິດແຟນຊາຍ, ສິນຄ້າກະເສດ Smart Farmer, ສິນຄ້າສຸຂະພາບ ແລະ ຄວາມສວຍ ຄວາມງາມ.

ເປັນຕົ້ນເຊັ່ນ: ແບຣນທ່າຊ້າງ, ການເຟສຸຂະພາບ, ເຈາະຕະຫຼາດຜູ້ສູງອາຍຸ , ລວມເຖິງຄົນຮັກສຸຂະພາບທີ່ຕໍ່ໂຕຕໍ່ເນື່ອງທຸກປີ ໂດຍເປັນກາເຟທີ່ລວມສານສະກັດສະໝູນໄພທຳມະຊາດເຖິງ 25 ຊະນິດ, ຖັງເຊົ່າ, ເຫັດຫຼິນຈື່, ກະບອງເພັດເປັນຕົ້ນ. ທັງນີ້ຍັງສົ່ງເສີມໃຫ້ໂອກາດກຸ່ມສູງອາຍຸມາເປັນຕົວແທນຂາຍ ເພື່ອໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ ແລະ ສ້າງລາຍໄດ້, ໂດຍກາເຟຂາຍໃນຮູບແບບກ່ອງ ໂດຍໃຊ້ລະບົບການຂະຫຍາຍ ກິດຈະການດ້ວຍລະບົບຕົວແທນຈຳໜ່າຍ ( ດ໊ອບຊີບ ) ໂດຍທີ່ບໍ່ຕ້ອງສະຕ໋ອກສິນຄ້າ, ໂດຍສາມາດຕິດຕາມຄລິບວິດີໂອເລື່ອງລາວ ແລະ ເບື້ອງຫຼັງກົນລະຍຸດທີ່ເຮັດໃຫ້ແບຣນປະສົບຜົນສຳເລັດໄດ້ທີ່

ສຳລັບຜູ້ປະກອບການທີ່ຕ້ອງການສະໝັກເຂົ້າຮ່ວມໂຄງການສາມາດສະໝັກໄດ້ທີ່ www.businesstradingcenter.com ຕັ້ງແຕ່ມື້ນີ້ເປັນຕົ້ນໄປ ແລະ ຕິດຕໍ່ປະສານຂໍລາຍລະອຽດເພີ່ມຕື່ມໄດ້ທີ່ສຳນັກງານສົ່ງເສີມການຄ້າໃນຕ່າງປະເທດ, ທີ່ນະຄອນຫຼວງວຽງຈັນ.

Featured, ທຸລະກິດ

Post navigation

Previous Post: ສານອວຍພອນປີໃໝ່ລາວ ຈາກປະທານປະເທດ
Next Post: ຂໍ້ມູນປະຫວັດການເຄື່ອນໄຫວຂອງຜູ້ຕິດເຊື້ອໂຄວິດ ທັງສອງ ຂອງວັນທີ 20 ເມສາ 2021

Related Posts

ແຂວງຫົວພັນ ເປີດຕະຫລາດນັດວາງສະແດງ ແລະ ຂາຍສິນຄ້າໂອດ໊ອບ Featured
ລະວັງໄພ! ພາຍຸໝຸນເຂດຮ້ອນ ເຈີມປາກາ (Cempaka) Featured
ພະນັກງານແພດວິເຄາະເຮັດວຽກຢ່າງໜັກຮັບມືໂຄວິດ Featured
ພະນັກງານບໍານານເພດຊາຍຈາກນະຄອນຫຼວງວຽງຈັນ Featured
ໂຄວິດມື້ນີ້ເພີ່ມ 467ຄົນ Featured
ມວນອາກາດເຢັນທີ່ປະເທດຈີນ ຍັງຈະສືບຕໍ່ແພ່ລົງມາປົກຄຸມຢູ່ທົ່ວ ທຸກພາກຂອງປະເທດລາວ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme