Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

vivo V20 Pro ຮັບຮອງ 5G ພ້ອມຟັງຊັນການຖ່າຍຮູບ ທີ່ສຸດຍອດແທ້ໆ

Posted on 25/10/202006/11/2020 By ປະກາດ Pakaad No Comments on vivo V20 Pro ຮັບຮອງ 5G ພ້ອມຟັງຊັນການຖ່າຍຮູບ ທີ່ສຸດຍອດແທ້ໆ

ເປີດໂຕສະມາດໂຟນລຸ່ນໃຫມ່ລ່າສຸດ vivo V20 Pro 5G

ໃນວັນທີ 25 ຕຸລາ 2020 ນີ້ ທາງບໍລິສັດ ວີໂວ່ລາວ (vivo Sole (Lao) Co., Ltd.) ໄດ້ຈັດງານກິດຈະກຳເປີດໂຕສະມາດໂຟນລຸ່ນໃຫມ່ລ່າສຸດ vivo V20 Pro 5G ທີ່ LAB DE LINES ຖະຫນົນ ດອນນົກຂຸ້ມ ໂດຍການເຂົ້າຮ່ວມງານໄດ້ແກ່: ຜູ້ບໍລິຫານວີໂວ່ລາວ ພ້ອມດ້ວຍຄະນະ ແຟນໆວີໂວ່ ແລະ ສື່ມວນຊົນຕ່າງໆ. 

ຈຸດປະສົງໃນການເປີດງານໃນຄັ້ງນີ້ ແມ່ນເພື່ອເປີດໂຕສິນຄ້າລຸ່ນໃຫມ່ລ່າສຸດ vivo V20 Pro 5G ໃຫ້ລູກຄ້າໄດ້ເຂົ້າມາສຳຜັດສິນຄ້າໂຕຈິງພາຍໃນງານ ແລະ ຍັງມີການຄືນກຳໄລໃຫ້ກັບລູກຄ້າເຊິ່ງພາຍໃນງານມີກິດຈະກຳຈົກສະຫລາກ ລຸ້ນຮັບລາງວັນໃຫຍ່ vivo V20 Pro 5G ແລະ ລາງວັນອື່ນໆອີກຫລາກຫຼາຍຢ່າງ.

 ທ່ານ ເມກຂະຫລາ ກິ່ງສັກດາ ຜູ້ຈັດການຝ່າຍຜະລິດຕະພັນໄດ້ໃຫ້ກຽດຂຶ້ນກ່າວແນະນໍາຈຸດເດັ່ນໆຂອງສະມາດໂຟນ vivo V20 Pro 5G ກໍ່ຄືເທັກໂນໂລຢີ່ທີ່ສາມາດຮອງຮັບ 5G ໂຕເຄື່ອງບາງເບົາທີ່ສຸດໃນໂລກ ແລະອີກຈຸດເດັ່ນຈະເນັ້ນທີ່ກ້ອງເປັນຫຼັກ, ເຊິ່ງລຸ່ນນີ້ເອົາໃຈແຟນໆຄົນລາວເຮົາໄວລຸ້ນ ຄົນທີ່ມັກຖ່າຍເຊວຟີ່, ສາຍ Youtuber, ຄົນທີ່ມັກຖ່າຍ vlog ແລະ Live ສົດຂາຍສິນຄ້າຕ່າງໆ.

ເພາະລຸ່ນນີ້ກ້ອງຫນ້າມີຄວາມຄົມຊັດເຖິງ 44 ລ້ານພິກເຊວ+Eye Autofocus, ກ້ອງຫລັງຄວາມລະອຽດສູງເຖິງ 64ລ້ານພິກເຊວ ເຊິ່ງເປັນກ້ອງທີ່ມີຄວາມລະອຽດສູງທີ່ສຸດຂອງສະມາດທ໌ໂຟນທີ່ຢູ່ໃນຊ່ວງລາຄາດຽວກັນ ແລະການອອກແບບມີຄວາມສວຍງາມໂດດເດັ່ນສະດຸດຕາ ດຽວເຮົາມາເບິ່ງລາຍລະອຽດຂອງຈຸດເດັ່ນໆນຳກັນວ່າຈະເປັນແບບໃດ.

ຈຸດເດັ່ນດ້ານການດີຊາຍໂຕເຄື່ອງຂອງ vivo V20 Pro 5G ກໍຄືເປັນການດີຊາຍແບບໃຫມ່ທັນສະໄຫມມີຄວາມບາງເບົາ ລຽບຫລູມີລະດັບ

ໂຕເຄື່ອງຖືກສ້າງສັນຂື້ນມາດ້ວຍຄວາມປານີດ ຂະຫນາດບາງພຽງ 7.39mm ແລະ ນໍ້າຫນັກກໍເບົາພຽງ170gເທົ່ານັ້ນ, ຄືບາງເບົາທີສຸດທີ່ເຄີຍມີມາ ດ້ວຍເທັກໂນໂລຊີ່ AG Matte Glass ເພີ່ມຄວາມສວຍງາມຫລູຫລາໃຫ້ກັບໂຕເຄື່ອງ.

vivo V20Pro 5G ມີທັງຫມົດ 3ສີ ດ້ວຍກັນກໍຄື: midnight jazz ສີດຳ,  moonlight sonata ສີຂາວ ແລະ sunset melody ສີສາຍຮຸ້ງ.

  • ສຳລັບຫນ້າຈໍ vivo V20 Pro 5G ມີຂະຫນາດໃຫຍ່ ເປີດປະສົບການເບິ່ງເຫັນໄດ້ກວ້າງ ແລະ ຄົມຊັດກວ່າ
  • ມາພ້ອມຂອບໂຄ້ງແບບ 2.5D ໃຫ້ມຸມມອງຄວາມງົດງາມ ແລະ ຄົມຊັດດ້ວຍຫນ້າຈໍສະແດງຜົນ AMOLED ຂະຫນາດ 6.44 ນິ້ວ ຄວາມລະອຽດລະດັບ FHD+ ໃນອັດຕາສ່ວນຫນ້າຈໍ 20:9 ໃຫຍ່ເຕັມຕາ ພາບແລະສີຄົມຊັດ ເຕີມເຕັມຄວາມອັດທະລົດໃນເວລາເບິ່ງຫນັງ ຫຼີ້ນເກມໃຫ້ສົມຈິງຍິ່ງຂື້ນ.
  • ກ້ອງຫນ້າເລນຄູ່ເຊວຟີ່ສຸດລ້ຳ 44 ລ້ານພິກເຊວ Eye Autofocus + ເລນ Ultra Wide 8 ລ້ານພິກເຊວ
  • ກ້ອງຫນ້າເລນຫຼັກມີຄວາມລະອຽດ 44 ລ້ານພິກເຊວ ໂດດເດັ່ນດ້ວຍ Eye Autofocus ທີ່ສາມາດໂຟກັສດວງຕາແບບອັດຕະໂນມັດຄົມຊັດສູງລະດັບ HD ເກັບຄົບທຸກລາຍລະອຽດ ມາພ້ອມກັບເລນ Super Wide-Angle 8 ລ້ານພິກເຊວ ປົດລັອກຄວາມງາມໃຫ້ຫລາຍຂື້ນ ພ້ອມລະບົບແກ້ໄຂຄວາມບິດບ້ຽວຂອງພື້ນຫລັງ ແລະ ບຸກຄົນ ໃຫ້ທ່ານບັນທຶກຄວາມຄົມຊັດໃນທຸກຊ໊ອດຂອງການຖ່າຍພາບ.
  • ກ້ອງຫນ້າຍັງມີລະບົບ AI ເພື່ອຊ່ວຍໃຫ້ການຖ່າຍເຊວຟີ່ອອກມາງາມໃສເປັນທຳມະຊາດ ຊ່ວຍປັບສີຜິວໃຫ້ຂາວ ກະຈ່າງໃສ ລົບຮ່ອງຮອຍ ແຖມຍັງແຍກເພດຍິງ – ຊາຍ ເພື່ອເລືອກການແຕ່ງໃບໜ້າໃຫ້
  • ເໝາະກັບແຕ່ລະຄົນອີກດ້ວຍ.
  • ກ້ອງຖ່າຍພາບສຸດຄົມຊັດ 64 ລ້ານພິກເຊວ
  • ກ້ອງຫລັງຖ່າຍພາບສຸດຄົມໃຫ້ ມາ 3 ເລນນຳໃຊ້ລະບົບ AI ເກັບທຸກລາຍລະອຽດໄດ້ຄົມຊັດສຸດໆ
  • ພ້ອມໂຫມດຖ່າຍພາບ 5 ໂຫມດ ບວກກັບຟິວເຕີ້ໃຫມ່ໆແບບຈັດເຕັມ
  • ກ້ອງຫລັກ 64 ລ້ານພິກເຊວ ເກັບຄວາມຄົມຂອງພາບໄດ້ລະອຽດ
  • ເລນ Ultra wide ຖ່າຍພາບມຸມກວ້າງ 120 ອົງສາ + Macro ຖ່າຍພາບໄລຍະໃກ້ ໄດ້ 2.5Cm / Bokeh ຖ່າຍພາບຫນ້າຊັດຫລັງເບີ (ຄວາມລະອຽດ 8 ລ້ານພິກເຊວ)
  • ເລນ Mono 2 ລ້ານພິກເຊວ ຖ່າຍພາບເອັບເຟັກໂຫມດຂາວດຳ
  • ສຳລັບງານຖ່າຍ Video ລຸ່ນນີ້ຖືວ່າໃຫ້ຄວາມລະອຽດມາສູງເຖິງ 4K ທັງກ້ອງຫນ້າແລະກ້ອງຫລັງ
  • ແລະຟີເຈີ້ໃຫມ່ທີ່ສາຍຣີວິວ ຫຼື ສາຍ Vlog  ບໍ່ຄວນພາດນັ້ນກໍຄື Dual – View Video ສາມາດຖ່າຍວິດີໂອ ທັງກ້ອງຫນ້າ ແລະ ກ້ອງຫລັງພ້ອມກັນໄດ້
  • ໂຫມດຖ່າຍພາບ ແລະ ຟັງຊັ່ນການປັບແຕ່ງຮູບພາບ 
  • vivo V20 Pro 5G ຖືວ່າເປັນສະມາດໂຟນທີ່ມີໂຫມດຖ່າຍພາບຫຼາຍທີ່ສຸດ ໃຫ້ຜູ້ໃຊ້ງານໄດ້ເລືອກໃຊ້ແລະປັບແຕ່ງເດັ່ນໆກໍຄື:
  • Super Night Mode ໂຫມດຖ່າຍພາບກາງຄືນເອີ້ນວ່າເກັບໄດ້ທຸກສະພາບແສງ ມາພ້ອມ AI noise cancellation ຊ່ວຍຫລຸດການເກີດນອຍສ໌ ປັບສີ ແລະ ແສງສະຫວ່າງຄົມຊັດ ເຫັນລາຍລະອຽດຕ່າງໆໄດ້ຢ່າງຊັດເຈນ.
  • Double Exposure ໂຫມດຮັບແສງສອງເທົ່າ ຖ່າຍພາບກ້ອງຫນ້າ-ກ້ອງຫລັງ ໃນເວລາດຽວກັນແລ້ວລະບົບ AI ຈະປະມວນການຊ້ອນພາບເຂົ້າມາຢູ່ໃນພາບດຽວກັນ ໃຫ້ພາບທີ່ແປກຕາແລະອາທ໌ຍິ່ງຂື້ນ.
  • Portrait ໂຫມດຖ່າຍພາບຫນ້າຊັດ-ຫລັງເບີ ຊ່ວຍໃຫ້ການຖ່າຍພາບບຸກຄົນມີຄວາມໂດດເດັ່ນຍິ່ງຂື້ນ.
  • Memory Recaller ຟັງຊັ່ນສຳລັບຊ່ວຍໃຫ້ຮູບຖ່າຍໃບເກົ່າຂອງທ່ານກັບມາສົດໃສມີຊີວິດຊີວາດ້ວຍການປັບແຕ່ງໃຫ້ຄົມຊັດຂື້ນ.
  • ແລະ ອີກຈຸດເດັ່ນທີ່ສຳຄັນຄື ຮອງຮັບເຄືອຂ່າຍ 5G ພ້ອມ CPU Snapdragon 765G ສຸດແຮງ
  • vivo V20 Pro ໃຊ້ຫນ່ວຍປະມວນຜົນ Qualcomm Snapdragon 765G ແບບ Octa-core ຂະຫນາດ 7nm ທີ່ເຮັດໃຫ້ປະສິດທິພາບແຮງຕອບໂຈດການໃຊ້ງານທຸກດ້ານ ເບິ່ງຄິບວິດີໂອ ຫຼື ຫຼີ້ນເກມກໍປັບຄວາມລະອຽດໄດ້ສູງບໍ່ແພ້ຊິບເຊັດໃນລະດັບ Flagship ຊິບເຊັດນີ້ຍັງຮອງຮັບເຄືອຂ່າຍ 5G ສາມາດໃຊ້ງານໄດ້ທັນທີທີ່ແກະກ່ອງບໍ່ຕ້ອງລໍຖ້າອັບເດດໃດໆ.
  • ມ່ວນມັນໄດ້ເຕັມທີ່ທຸກເກມດ້ວຍ Ultra Game Mode + Multi-turbo Engine
  • vivo V20 Pro 5G ກໍຍັງເອົາໃຈຄໍເກມດ້ວຍ Ultra Game Mode ທີ່ມາພ້ອມຟີເຈີ້ Game Highway ຊ່ອງທາງດ່ວນສຳລັບຫຼິ້ນເກມ ຊ່ວຍຫລຸດປັນຫາເຟຣມເຣດຕົກໄດ້ເຖິງ 78.05% ພ້ອມຟັງຊັ່ນ System Framework Optimization (ໃນ Center Turbo) ຄວບຄຸມການແຈ້ງເຕືອນລະບົບໄດ້ຢ່າງມີປະສິດທິພາບ ເຊິ່ງຈະຊ່ວຍເພີ່ມຄວາມໄວໃນການຕອບສະຫນອງເພີ່ມຂື້ນ 30%, Multi-turbo Engine ໄດ້ຮັບການອັບເດດດ້ວຍ ART++ Turbo ເພີ່ມປະສິດທິພາບໃຫ້ທ່ານໄດ້ຮັບປະສົບການທີ່ຕື່ນຕາຕື່ນໃຈຊ່ວຍເລັ່ງສະປີດການໃຊ້ໄດ້ໄວຍິ່ງຂື້ນ.
  • ສະຫລຸບສະເປັກເດັ່ນໆ vivo V20 Pro 5G
  • ມີໂຕເຄື່ອງເບົາ ແລະ ບາງທີ່ສຸດໃນໂລກ ຍັງສາມາດຮອງຮັບສັນຍານ 5G
  • ຫນ້າຈໍໃຫຍ່ AMOLED ກວ້າງເຖິງ 6.44 ນິ້ວ Full HD+
  • ກ້ອງຫນ້າຄູ່ ເລນຫຼັກຄວາມລະອຽດ 44ລ້ານພິກເຊວ Eye Autofocus + 8 ລ້ານພິກເຊວ
  • ກ້ອງຫລັງ 3 ເລນ AI ຄວາມລະອຽດ 64+8+2ລ້ານພິກ
  • ຖ່າຍພາບໄດ້ໂດດເດັ່ນໄດ້ໃນຍາມຄ່ຳຄືນດ້ວຍ Super Night Mode ບໍ່ວ່າຈະເຊວຟີ່ຫຼືຖ່າຍພາບໃນບ່ອນມືດໆ ກໍເກັບພາບໄດ້ແຈ້ງສວຍງາມໃນຍາມຄ່ຳຄືນໄດ້ພຽງປາຍນິ້ວ.

  • ກ້ອງຫນ້າ ແລະ ກ້ອງຫລັງສາມາດຖ່າຍວີດີໂອໄດ້ຄວາມລະອຽດສູງເຖິງ 4K
  • ຟັງຊັ່ນໃຫມ່ການຖ່າຍວິດີໂອ (ຖ່າຍວີດີໂອກ້ອງຫນ້າແລະກ້ອງຫລັງພ້ອມກັນໄດ້)
  • ສາມາດຖ່າຍວິດີໂອ Slow motion ໄດ້ທັງກ້ອງຫນ້າເເລະກ້ອງຫລັງ
  • CPU ຫຼື ໜ່ວຍປະມວນຜົນເປັນ Snapdragon 765G ຄວາມແຮງສູງວ່ອງໄວທຸກການສຳຜັດ
  • ຄວາມຈຳ RAM 8GB + ROM 128GB
  • ແບັດເຕີຣີ່ໃຫຍ່ 4000mAh ຮອງຮັບລະບົບສາກໄວ 33W ( 30ນາທີ ສາກເເບັດເຕີຣີໄດ້ 65% )
  • ລະບົບປະຕິບັດການ Funtouch OS 11 ໃນ Android 11 ເວີຊັ່ນໃຫມ່ລ່າສຸດ
  • ວາງຈຳຫນ່າຍທັງຫມົດ 3 ສີ: ສີສາຍຮຸ້ງ, ສີດຳ ແລະ ສີຂາວ ໃນລາຄາພຽງ 4.799.000 ກີບເທົ່ານັ້ນ.
  • ສົນໃຈສາມາດສອບຖາມຂໍ້ມູນໄດ້ທີ່ຕົວເເທນຈໍາຫນ່າຍວີໂວ່ທົ່ວປະເທດຫລືສາມາດສັ່ງຜ່ານອອນລາຍໄດ້ທີ່Facebook: vivo Laos ຫລືສາມາດຕິດຕໍ່ໄດ້ທີ່ເບີ 030 9056977
Featured, ທຸລະກິດ

Post navigation

Previous Post: ບໍ່ອະນຸຍາດໃຫ້ວາງຂາຍສິນຄ້າປະເພດຕ່າງໆຊະຊາຍຕາມແຄມທາງເໜືອນທຸກປີຜ່ານມາ ລວມທັງເຂົ້າຫຼາມປິ້ງໄກ່
Next Post: ລະນຶກວັນສ້າງຕັ້ງອົງການສະຫະປະຊາຊາດ ຄົບຮອບ 75 ປີ

Related Posts

ທ່ານລັດຖະມົນຕີກະຊວງສຶກສາທິການ ແລະກິລາ ສົ່ງສານອວຍພອນວັນຄູແຫ່ງຊາດຄົບຮອບ 26 ປີ Featured
ສປປ ລາວ ກຽມເປີດປະເທດແລ້ວ Featured
ບ້ານເຂດແດງ ນະຄອນຫຼວງວຽງຈັນ 30​ ສິງຫາ 2021 ມີ 13 ບ້ານ ໃນ 4 ເມືອງ Featured
ຊາວຄ້າຂາຍຕິດໂຄວິດປິດຕະຫຼາດພາກເຊົ້າ 1 ແລະ 2 ທີ່ຢູ່ ບ້ານທົ່ງຂັນຄໍາດ່ວນ Featured
ແຈ້ງການ ການສະຫຼອງບຸນປີໃໝ່ລາວ ພສ 2565 ຢູ່ແຂວງຫລວງນ້ຳທາ Featured
ສຸດຍອດການແຂ່ງຂັນ ເຕັ້ນເຊືອກ 1 ຕໍ່ 5 ໃຫ້ໄດ້ 1.000 ຄັ້ງ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme