ໃນວັນທີ 8 ຕຸລາ 2021 ເວລາ 09:15 ນາທີ ໜວ່ຍກູ້ຊີບອົງການກາແດງແຂວງວຽງຈັນ ໄດ້ຮັບແຈ້ງເຫດຂໍຄວາມຊ່ວຍເຫຼືອຜ່ານເບີ 023 1625ວ່າມີ ຄົນເສຍຊີວິດຈາກການຕິດເຊື່ອໂຄວິດ-19 ຢູ່ສູນປີ່ນປົວໂພນໂຮງ ແຂວງວຽງຈັນ.
.

ເມື່ອໜ່ວຍກູ້ຊີບໄປຮອດສະຖານທີ່ພົບເຫັນຜູ້ເສຍຊີວິດ ເຈັບ01ຄົນ,ເປັນເພດຍິງ ,ອາຍຸ 50 ປີ ຢູ່ບ້ານນາດາວ ເມືອງວັງວຽງ ແຂວງວຽງຈັນ.

ດັ່ງນັ້ນ,ໜ່ວຍກູ້ຊີບອົງການກາແດງແຂວງວຽງຈັນຈື່ງໄດ້ຫໍ່-ມ້ຽນສົບຜູ້ເສຍຊີວິດແລ້ວນຳໄປສົ່ງສະການທີ່ປ່າຊ້ານິລະນາມແຂວງວຽງຈັນ.

ອຸບັດຕິເຫດ ເຈັບ-ປວ່ຍສຸກເສີນໂທແຈ້ງ: ☎️023 1625 ; 0304555114☎️ຕະຫລອດ24ຊົ່ວໂມງ. 🚑🚑ທ່ານໃດຢາກຊ່ວຍເຫລືອໜ່ວຍງານ ສາມາດບໍລິຈາກປະເພດເຂົ້າສານ

ເປັນຂ່າວທີ່ເສົ້າສະຫຼົດໃຈອີງຕາມການລາຍງານ ຂອງຄະນະສະເພາະກິດ ປະຈຳວັນທີ 8 ຕຸລາ 2021 ໃຫ້ຮູ້ວ່າ: ສປປ ລາວ ມີ ຜູ້ເສຍຊີວິດໃໝ່ ຈາກໂຄວິດ-19 ເພີ່ມອີກ 1 ຄົນ ເຊິ່ງລາຍລະອຽດຜູ້ເສຍຊີວິດດັ່ງນີ້:
ເພດຍິງ ອາຍຸ 50 ປີ ບ້ານນາດາວ ເມືອງວັງວຽງ ແຂວງວຽງຈັນ, ຜູ້ກ່ຽວມີປະຫັວດການາສຳຜັດໃກ້ຊິດກັບຜູ້ຕິດເຊື້ອ ຢູ່ບ້ານນາມອນ ເມືອງວັງວຽງ ເຊິ່ງກໍໄດ້ຖະແຫຼງຂ່າວກ່ອນໜ້ານີ້ແລ້ວ.

- ພະຍາດປະຈຳຕົວ ມີເບົາຫວານ, ຄວາມດັນ, ໄຂ່ຫຼັງຊຸກໂຊມ ແລະ ປອດບວມ.
- ວັນທີ 2 ຕຸລາ 2021 ຜູ້ກ່ຽວມີອາການອິດເມື່ອຍຫາຍໃຈຍາກ
- ວັນທີ 5 ຕຸລາ 2021 ໄປເກັບຕົວຢ່າງ ແລະ ໄດ້ນອນຕິດຕາມຢູ່ໂຮງໝໍວັງວຽງ ເພື່ອພ້ອມທັງແຍກປ່ຽວ
- ວັນທີ 7 ຕຸລາ ປີ 2021 ຜົນລາຍງານ ຂອງການກວດໂຄວິດ-19 ແມ່ນອອກມາເປັນບວກ ແລະ ອາການຜູ້ກ່ຽວບໍ່ດີຂຶ້ນ ແລະ ສົ່ງໄປປິ່ນປົວຕໍ່ໂຮງໝໍແຂວງ ຫຼັງຈາກນັ້ນຜູ້ກ່ຽວກໍເສຍຊີວິດ
- ມີຜູ້ສຳຜັດໃກ້ຊິດທັງໝົດ 7 ຄົນ ເປັນຄົນໃນຄອບຄົວຜູ້ເສຍຊີວິດ.

.

.

.

.

.
ສະແດງຄວາມເສຍໃຈມາຍັງຄອບຄົວຜູ່ເສຍຊີວິດ