Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ກະຊວງປ້ອງກັນປະເທດ ສະຫລຸບວຽກງານປ້ອງກັນຊາດປະຈໍາປີ 2021

Posted on 25/01/202225/01/2022 By ປະກາດ Pakaad No Comments on ກະຊວງປ້ອງກັນປະເທດ ສະຫລຸບວຽກງານປ້ອງກັນຊາດປະຈໍາປີ 2021

ກອງປະຊຸມສະຫລຸບວຽກງານປ້ອງກັນຊາດປະຈໍາປີ 2021 ແລະທິດທາງແຜນການປີ 2022 ຈັດຂຶ້ນຕອນເຊົ້າວັນທີ 25 ມັງກອນ 2022 ທີ່ກະຊວງປ້ອງກັນປະເທດ ໂດຍການເປັນປະທານຂອງ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ມີນາຍ ແລະພົນທະຫານໃນຂອບເຂດທົ່ວປະເທດເຂົ້າຮ່ວມ.

ພົນເອກ ຈັນສະໝອນ ຈັນຍາລາດ ກ່າວໃນກອງປະຊຸມວ່າ: ການດຳເນີນກອງປະຊຸມຄັ້ງນີ້ ພວກເຮົາຈະໄດ້ພ້ອມກັນສັງເກດຕີລາຄາ ການຈັດຕັ້ງປະຕິບັດວຽກງານ ໃນ 1ປີ ຜ່ານມາ ໂດຍສະເພາະການຈັດຕັ້ງປະຕິບັດ ແນວທາງນະໂຍບາຍຂອງພັກ ແລະ ວຽກງານຈຸດສຸມຂອງກະຊວງ, ພວກເຮົາສາມາດຍາດໄດ້ຜົນສຳເລັດໃນຫຼາຍດ້ານ, ຍັງຮັບປະກັນສະຖຽນລະພາບທາງດ້ານ ການເມືອງ, ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍຢ່າງໜັກແໜ້ນ ແລະ ທົ່ວເຖິງມີຜົນສຳເລັດເປັນຢ່າງດີ, ເຮັດໃຫ້ບົດບາດອິດທິພົນ ຂອງຊາດລາວເຮົາ ພົ້ນເດັ່ນຂຶ້ນໃນເວທີສາກົນ ແລະ ພາກພື້ນ,

ໃນນັ້ນ, ກອງທັບເຮົາ ໄດ້ເປັນກຳລັງ ຫຼັກແຫຼ່ງໃນການປ້ອງກັນບັນດາວັນບຸນ ແລະ ກອງປະຊຸມສຳຄັນຕ່າງໆ ມີຄວາມສະຫງົບປອດໄພ 100%, ສ້າງໄດ້ຄວາມເຊື່ອໝັ້ນ, ຄວາມໄວ້ວາງໃຈຈາກການນຳພັກ-ລັດ ກໍຄືປະຊາຊົນບັນດາເຜົ່າ.

ພົນເອກ ຈັນສະໝອນ ຈັນຍາລາດ ເນັ້ນວ່າ: ກອງປະຊຸມຄັ້ງນີ້ ພວກເຮົາຈະໄດ້ພ້ອມກັນສັງເກດ-ຕີລາຄາການຈັດຕັ້ງປະຕິບັດ ວຽກງານ ໂດຍສະເພາະແມ່ນ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງ ກັນປະເທດວາງອອກ ເພື່ອຄວາມເປັນເອກະພາບໃນການປັບປຸງກໍ່ສ້າງກອງທັບເຮົາ ໃຫ້ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ ແລະ ພ້ອມກັນຄົ້ນຄວ້າເປັນເອກະພາບທິດທາງແຜນການ ທີ່ຈະສຸມໃສ່ຈັດຕັ້ງ ປະຕິບັດ ໃນປີ 2022. ໃນການຄົ້ນຄວ້າພວກເຮົາຕ້ອງຍົກສູງຈິດໃຈຄວາມເປັນເຈົ້າການ, ເສີມຂະຫຍາຍປະຊາທິ ປະໄຕ ແລະ ມີຄວາມຮັບຜິດຊອບໃນການເບິ່ງບັນຫາ, ຕີລາຄາສະພາບການຢ່າງພາວະວິໄສ; ຕ້ອງເບິ່ງຄືນບັນດາໜ້າວຽກທີ່ເຮັດໄດ້ ແລະ ບັນຫາທີ່ຫຍໍ້ທໍ້-ຄົງຄ້າງ ເພື່ອກຳນົດທິດທາງວຽກງານຈຸດສຸມ ໃນປີ 2022 ໃຫ້ແທດເໝາະກັບສະພາບຕົວຈິງຂອງກອງທັບເຮົາ, ບົນພື້ນຖານການຊຸກຍູ້ຂະບວນ ການປະຕິບັດໜ້າທີ່ວຽກງານໃນດ້ານຕ່າງໆ ດ້ວຍຈິດໃຈບຸກທະລຸ, ມີການຫັນປ່ຽນທີ່ຕັ້ງໜ້າຫຼາຍ ຂຶ້ນ ແລະ ເກີດໝາກຜົນຕົວຈິງ.

ສະນັ້ນ, ຮຽກຮ້ອງໃຫ້ບັນດາສະ ຫາຍ ຍົກສູງຄວາມຮັບຜິດຊອບ, ເປັນເຈົ້າການສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ, ຍົກໃຫ້ເຫັນ ບັນຫາເພື່ອປັບປຸງແກ້ໄຂ ແລະ ປະກອບຄຳເຫັນໃສ່ເນື້ອໃນຕ່າງໆ ຂອງກອງປະຊຸມໃນຄັ້ງນີ້ ໃຫ້ມີ ຜົນສຳເລັດເປັນຢ່າງດີ.

ກອງປະຊຸມສະຫລຸບວຽກງານປ້ອງກັນຊາດປະຈໍາປີ 2021 ແລະທິດທາງແຜນການປີ 2022 ດໍາເນີນ ແຕ່ວັນທີ 25 ຫາ 26 ມັງກອນ 2022.

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ແຈ້ງການດ່ວນ ສປ ຈີນ ແຈ້ງປິດ 2 ດ່ານ
Next Post: ໝອກໜາປົກຫຸ້ມໃນຕອນເຊົ້າ ຢູ່ຫຼາຍເຂດແຂວງ

Related Posts

ໝອກໜາປົກຫຸ້ມໃນຕອນເຊົ້າ ຢູ່ຫຼາຍເຂດແຂວງ Featured
ຜົນຂອງ ກອງປະຊຸມຄົບຄະນະສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ລະຫວ່າງວັນທີ 21-25 ມິຖຸນາ 2021 Featured
ປັບປຸງກົດໝາຍຄຸ້ມຄອງເງິນຕາ ສະພາພິຈາລະນາຮັບຮອງ Featured
ສັດສ່ວນຜູ້ຕິດເຊື້ອຫຼຸດລົງກວມພຽງ 18% Featured
ບອກຕໍ່ໆກັນແດ່! ເສັ້ນທາງແຕ່ຫລັງຄັງ-ບົວລະພາ ຍັງບໍ່ສາມາດສັນຈອນໄປໄດ້ Featured
ລະບາດຫຼາຍເຂດ! ຕົວເລກມື້ນີ້ເພີ່ມ 222 ຄົນ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme