OPPO A94 ສະມາດໂຟນ ທີ່ອັບເກຣດ ຕອບໂຈດຄວາມຕ້ອງການຂອງທ່ານ ສະເປັກໂຄດແຮງ
ເປີດຕົວຢ່າງອາລັງການ ໃນວັນທີ 4 ເມສາ 2021 ສໍາລັບ ສະມາດໂຟນ OPPO A94, ທີ່ຕ້ອງບອກໄດ້ວ່າ ເປັນ ສະມາດໂຟນ ທີ່ຈະຕອບໂຈດຄວາມຕ້ອງການຂອງລູກຄ້າ ໄດ້ເປັນຢ່າງດີ. ບໍ່ວ່າຈະເປັນເລື່ອງຂອງການອອກແບບ ທີ່ງົດງາມ ສີສັນໂດດເດັ່ນ, ການເພີ່ມສັກກະຍະພາບຂອງລະບົບປະຕິບັດການ, ການອັດເກຣດກ້ອງຖ່າຍຮູບ ທັງກ້ອງຫຼັງ ແລະ ກ້ອງໜ້າ ທີ່ຈະເຮັດໃຫ້ ທຸກຊ໋ອດການກົດຊັດເຕີ ຂອງທ່ານໄດ້ພາບທີ່ສວຍງາມ ແລະ ພ້ອມທີ່ແຊ ໄປໃຫ້ເພື່ອນຂອງທ່ານໄດ້ຊົມ.

ງານເປີດຕົວ OPPO A94 ທີ່ ສປປ ລາວ ໃນຄັ້ງນີ້, ຈັດຂຶ້ນ ຢ່າງອາລັງການ ໂດຍ ເລີ່ມງານ ກໍ່ຄຶກຄັກຈາກການສະແດງ ຂອງ ທີມເມົາມັນ, ນັກຮ້ອງຊື່ດັງ ໂສພານາ ແລະ ຕ່າຍ ອາກາດ, ອັນໄດ້ສ້າງສີສັນ ຕື່ນເຕັ້ນ ແກ່ທຸກຄົນທີ່ມາຮ່ວມເປີດຕົວ ສະມາດໂຟນ OPPO A94 ຄັ້ງນີ້.

ການນໍາສະເໜີ ສະເປັກຂອງ OPPO A94 ກໍ່ຍິ່ງລະທຶກໃຈ ເມື່ອ ທຸກຄົນໄດ້ຮັບຊົມການນໍາສະເໜີ ຈາກ ຊີອີໂອ ຂອງ ອ໋ອບໂປ້ ລາວ, ເຊິ່ງສະເປັກຂອງ ສະມາດໂຟນລຸ້ນນີ້ມີຫຍັງແດ່ນັ້ນມາເບິ່ງກັນເລີຍ.

ເລີ່ມຈາກຂໍ້ມູນພື້ນຖານຂອງ ສະມາດໂຟນ ປະກອບດ້ວຍ ໜ້າຈໍທີ່ໃຫຍ່ສົມຄວນ ຢູ່ທີ່ 6.43 ນິ້ວ ເປັນໜ້າຈໍແບບ Punch-Hole AMOLED, ສ່ວນຄວາມເບົາບາງກໍ່ຍັງເປັນທີ່ພໍໃຈ ໂດຍມີຄວາມໜາພຽງແຕ່ 7.8 ມິລີແມັດ, ແລະ ໜັກ 172 ກຣາມ. ສິ່ງທີ່ຄັກສຸດຄື ຄວາມສາມາດຂອງການປະມວນຜົນ ທີ່ມາໃນລະບົບ MTK P95, ທີ່ບອກໄດ້ເລີຍວ່າ ຈະເຮັດໃຫ້ການໃຊ້ມືຖືຄ່ອງຕົວ ແລະ ໄວແນ່ນອນ.

ສ່ວນເວົ້າເລື່ອງຄວາມອຶດຄວາມທົນ ໃນການໃຊ້ຂອງແບັດເຕີລີນັ້ນ, ເພິ່ນຈັດມາໃຫ້ເຕັມໆ ກັບຄວາມຈຸເຖິງ 4310 mAh ແລະ ຄວາມສາມາດໃນການສາກແບັດທີ່ໄວ ສາກ 5 ນາທີ ເບິ່ງ Youtube ໄດ້ ເກືອບ 4 ຊົ່ວໂມງ (ໂອ ມາຍກອດ!), ແລະ ສາກບໍ່ຮອດ ຊົ່ວໂມງກໍ່ເຕັມ 100%. ຄັກສຸດໆເດີ ອັນນີ້.

ນອກນີ້, ໜ່ວຍຄວາມຈໍາກໍ່ບໍ່ຕ້ອງຢ້ານແມັມເຕັມ ເພາະຈະໄດ້ເລີ່ມຕົ້ນທີ 128 GB, ແລະ RAM ແມ່ນ 8 GB. ແລະ ແນ່ນອນ, ອັນທີ່ຂາດບໍ່ໄດ້ແທ້ໆ ຂອງສະມາດໂຟນ ກໍ່ຄືກ້ອງຖ່າຍຮູບ. ຂະໜາດກ້ອງໜ້າ ກໍ່ຈັດໃຫ້ຄວາມຄົມແຈ້ງ ຢູ່ທີ່ 32MP,

ສ່ວນກ້ອງຫຼັງ ມີຮອດ 4 ກ້ອງ ແບບວ່າຖ່າຍຈົນເຫັນຮູຂຸມຂົນກັນໄປເລີຍກໍ່ວ່າໄດ້ ເພາະລະບົບກ້ອງທີ່ມີ AI ເຮັດໃຫ້ການຖ່າຍຮູບ ວ່າກາງເວັນ ຫຼື ກາງຄືນ ກໍ່ໄດ້ພາບສວຍງາມ. ແລະ ທີ່ເປັນໄຮ້ໄລ້ ອີກຢ່າງຂອງການຖ່າຍຮູບຄື ການຖ່າຍພາບດ້ວຍກ້ອງໜ້າ ແລະ ກ້ອງຫຼັງ ພ້ອມກັນ ທີ່ຮູ້ຈັກກັນໃນນາມ Dual-View Video ນັ້ນເອງ. ເວົ້າມາຮອດນີ້ ທ່ານຄົງຢ່າງເປັນເຈົ້າຂອງແລ້ວແມ່ນບໍ່?

ຕັດໃຫ້ສັ້ນໆເລີຍ ກັບ OPPO A94 ຕ້ອງຮີບຟ້າວໄປເປັນເຈົ້າຂອງ ເພິ່ນມີສີໃຫ້ເລືອກ ຄື ສີລົດສະປອດ Fluid Black ແລະ

ສີຟ້າສົດໃສ Fantastic Purple. ມັກສີໃດກໍ່ເລືອກເອົາເລີຍ.

ສ່ວນເວົ້າເຖິງລາຄາແລ້ວບອກໄດ້ວ່າ ສະເປັກໄດ້ທີ່ໄດ້ມາເກີນຄຸ້ມ ເກີນລາຄາແທ້ໆ ເພາະເລີ່ມຕົ້ນພຽງແຕ່ 2.999.000 ກີບ ແລະ ສາມາດເປີດຈອງສິນຄ້າໄດ້ແລ້ວ ແຕ່ວັນທີ່ 4-10 ເມສາ 2021 ນີ້ເດີ.
ທ່ານໃດສົນໃຈກໍ່ສາມາດພົບພັນກັບຕົວແທນຈໍາໜ່າຍຂອງ OPPO ທົ່ວປະເທດ.
ຊົມພາບບັນຍາກາດຂອງງານ.




















