ວັນທີ 2 ມັງກອນ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 2.807 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ກວດພົບເຊື້ອທັງໝົດ 665 ຄົນ (ຕິດເຊື້ອພາຍໃນ ມີ 661 ຄົນ ແລະ ຕິດເຊື້ອນໍາເຂົ້າ 04 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 661 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:
- 1 ອຸດົມໄຊ 173 ຄົນ
- 2 ນະຄອນຫຼວງ 88 ຄົນ
- 3 ຫຼວງນໍ້າທາ 72 ຄົນ
- 4 ຫົວພັນ 72 ຄົນ
- 5 ບໍລິຄໍາໄຊ 68 ຄົນ
- 6 ຜົ້ງສາລີ 34 ຄົນ
…
- 7 ຊຽງຂວາງ 27 ຄົນ
- 8 ບໍ່ແກ້ວ 24 ຄົນ
- 9 ວຽງຈັນ 19 ຄົນ
- 10 ຫຼວງພະບາງ 17 ຄົນ
- 11 ໄຊຍະບູລີ 16 ຄົນ
- 12 ໄຊສົມບູນ 14 ຄົນ
…
- 13 ຈໍາປາສັກ 10 ຄົນ
- 14 ສາລະວັນ 7 ຄົນ
- 15 ອັດຕະປື 7 ຄົນ
- 16 ຄໍາມ່ວນ 6 ຄົນ
- 17 ເຊກອງ 5 ຄົນ
- 18 ສະຫັວນນະເຂດ 2 ຄົນ
ສ່ວນກໍລະນີນຳເຂົ້າ 4 ຄົນ ຈາກແຂວງສະຫວັນນະເຂດ 2 ຄົນ ແລະ ນະຄອນຫຼວງວຽງຈັນ 2 ຄົນ.
ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 113.432 ກໍລະນີ, ອອກໂຮງໝໍວານນີ້ 200 ຄົນ ແລະ ກຳລັງປິ່ນປົວ 9.208 ຄົນ ແລະ ເສຍຊີວິດສະສົມທັງໝົດ 391 ຄົນ (ເສຍຊີວິດ ໃໝ່ 11 ຄົນ).
ສຳລັບຜູ້ເສຍຊີວິດໃໝ່ 11 ຄົນ ຈາກ: ນະຄອນຫຼວງ 4 ຄົນ, ແຂວງວຽງຈັນ 3 ຄົນ, ຫຼວງນໍ້າທາ 2 ຄົນ, ບໍລິຄໍາໄຊ 1 ຄົນ ແລະ ສະຫວັນນະເຂດ 1 ຄົນ.