ຄະນະສະເພາະກິດ ບາຍງານວ່າ ວັນທີ 23/6/2021 ໄດ້ກວດວິເຄາະທັງໝົດ 1,574 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອທັງໝົດ 4 ຄົນ, ຈາກນະຄອນຫຼວງ 3 ຄົນ ແລະ ສະຫວັນນະເຂດ 1 ຄົນ.
ສຳລັບນະຄອນຫຼວງວຽງຈັນ 3 ຄົນ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ ຈາກການສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ.
ສ່ວນ ແຂວງສະຫວັນນະເຂດ 1 ຄົນ ແມ່ນກວດພົບຈາກແຮງງານລາວ ທີ່ກັບມາຈາກປະເທດໄທ ໂດຍຖືກຕ້ອງຕາມກົດໝາຍ ເຊິ່ງຖືວ່າ ເປັນກໍລະນີນຳເຂົ້າ.
ດັ່ງນັ້ນ, ມື້ນີ້ມີການຕິດເຊື້ອໃໝ່ 4 ຄົນ, ບໍ່ມີການເສຍຊີວິດໃໝ່ 0 ຄົນ, ກຳລັງປິ່ນປົວ 115 ຄົນ.
ກ່ຽວກັບ 3 ຄົນ ທີ່ຕິດເຊື້ອໃໝ່ ໃນນະຄອນຫຼວງວຽງຈັນ, ດັ່ງຕໍ່ໄປນີ້:
- ຄົນທີ 1: ເພດຍິງ, ອາຍຸ 22 ປີ, ສັນຊາດລາວ, ອາຊີບ: ປະຊາຊົນ, ບ້ານນາສ້າງໄພ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວມີອາການເຈັບຫົວ, ມີປະຫວັດສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ, ໄປເກັບຕົວຢ່າງ ໃນວັນທີ 23 ມີຖຸນາ 2021 ຢູ່ໂຮງໝໍເສດຖາທິຣາດ ແລະ ຜົນກວດພົບເຊື້ອ.
- ຄົນທີ 2: ເພດຊາຍ, ອາຍຸ: 22 ປີ, ສັນຊາດລາວ, ອາຊີບ: ກຳມະກອນ, ບ້ານດອນແດງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວບໍ່ມີອາການຫຍັງ, ມີປະຫວັດສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ (ຄົນໃນຄອບຄົວຜູ້ຕິດເຊື້ອ), ໄປເກັບຕົວຢ່າງ ໃນວັນທີ 23 ມີຖຸນາ 2021 ຢູ່ ມສ ສີໂຄດ ແລະ ຜົນກວດພົບເຊື້ອ.
- ຄົນທີ 3: ເພດຍິງ, ອາຍຸ: 19 ປີ, ສັນຊາດລາວ, ບ້ານພະຂາວ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວບໍ່ມີອາການຫຍັງ, ມີປະຫວັດສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ (ຄົນໃນຄອບຄົວຜູ້ຕິດເຊື້ອ), ໄປເກັບຕົວຢ່າງ ໃນວັນທີ 23 ມີຖຸນາ 2021 ຢູ່ບ້ານພະຂາວ ແລະ ຜົນກວດພົບເຊື້ອ.
ເຂດ/ສະຖານທີ່ສ່ຽງ ທີ່ຜູ້ຕິດເຊື້ອໄດ້ເດີນທາງໄປ, ມີດ່ັງຕໍ່ໄປນີ້:
ເວລາ 17:50 -18:10 ໂມງ ຂອງວັນທີ 19/06/2021: ໄປຕະຫລາດໄອຊິນ, ບ້ານນາສ້າງໄພ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ