ອັບເດດສະຖານະການ ໂຄວິດ-19 ສປປ ລາວ, ໃນເວລາ 10:30 ວັນທີ 8 ມິຖຸນາ 2021 ຄະນະສະເພາະກິດ ໄດ້ມີການຖະແຫຼງຂ່າວໃຫຮູ້ວ່າ. ໃນວັນທີ 7 ມີຖຸນາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.485 ຕົວຢ່າງ ທົ່ວປະເທດລາວ ໃນນັ້ນມີຄົນຕິດເຊື້ອເພີ່ມ 2 ຄົນ, ໃນນີ້ ພົບຄົນຕິດເຊື່ອຈາກ 1 ແຂວງຄື:
- ນະຄອນຫຼວງວຽງຈັນ 2 ຄົນ (ຕິດເຊື້ອຈາກຊຸມຊົນ)
ມາຮອດປະຈຸບັນສະພາບການລະບາດ ໂຄວິດ-19 ຂອງ ສປປ ລາວ ມີດັ່ງນີ້
- ຄົນຕິດເຊື້ອສະສົມທັງໝົດ 1970 ຄົນ (+2)
- ເສຍຊີວິດ ສະສົມ 3 ຄົນ (ໃໝ່ 0 ຄົນ)
- ປິ່ນປົວຫາຍດີທັງໝົດ ຄົນ 1773 (ໃໝ່ 53 ຄົນ), ແລະ
- ກໍາລັງປິ່ນປົວ 191 ຄົນ.