Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ສະຖານີລົດໄຟລາວຈີນ ນະຄອນຫຼວງ ຍອມຮັບບັນຫາ ທີ່ເກີດຂຶ້ນພ້ອມແກ້ໄຂ

Posted on 13/07/202213/07/2022 By ປະກາດ Pakaad No Comments on ສະຖານີລົດໄຟລາວຈີນ ນະຄອນຫຼວງ ຍອມຮັບບັນຫາ ທີ່ເກີດຂຶ້ນພ້ອມແກ້ໄຂ

ເນື່ອງຈາກເຊົ້າວັນອັງຄານທີ 12 ກໍລະກົດ 2022 ຜ່ານມາໄດ້ເກີດມີຝົນຕົກຫນັກ ແລະ ມີຟ້າລົມແຮງ ເຮັດໃຫ້ກະທົບຕໍ່ຜູ້ໂດຍສານທີ່ກຳລັງລຽນແຖວຊື້ປີ້, ໃນຂະນະທີ່ເກີດເຫດການດັ່ງກ່າວ ມີບຸກຄົນຖ່າຍພາບໄດ້ ແລະ ນໍາໄປລົງສື່ສັງຄົມອອນລາຍ, ແຕ່ຕົວຈິງແລ້ວ ເວລາເກີດມີເຫດການສຸກເສີນດັ່ງກ່າວ ທາງສະຖານີກໍໄດ້ເປີດປະຕູ ແລະ ໃຫ້ຜູ້ທີ່ມາລໍຖ້າຊື້ປີ້ລົດໄຟເຂົ້າໄປນັ່ງລໍຖ້າຂ້າງໃນອາຄານ ດັ່ງໃນຮູບຂ້າງລຸ່ມ,

.

.

ພ້ອມກັນນັ້ນ ໃນທ້າຍອາທິດຜ່ານມາທາງສະຖານີນະຄອນຫລວງວຽງຈັນ ກໍໄດ້ຈັດສັນບ່ອນນັ່ງໃຫ້ຜູ້ທີ່ມາລຽນແຖວລໍຖ້າຊື້ປີ້ລົດໄຟ ດັ່ງຮູບຂ້າງລຸ່ມແລ້ວ. ສຳລັບຫ້ອງນໍ້ານອກອາຄານສະຖານີ ປະຈຸບັນທາງສະຖານີໄດ້ສັ່ງວັດສະດຸ ເພື່ອມາກໍ່ສ້າງສິ່ງກັ້ນຢູ່ໃນອາຄານສະຖານີ ລະຫວ່າງຜູ້ໂດຍສານທີ່ມີປີ້ ແລະ ຜູ້ທີ່ບໍ່ມີປີ້, ຄາດຄະເນປະມານ 02 ອາທິດ ຈະສຳເລັດ.

ພວກເຮົາຍິນດີຮັບຟັງທຸກບັນຫາທີ່ທາງຜູ້ໂດຍສານ ກໍຄືພາກສ່ວນຕ່າງໆໄດ້ສະເໜີ ແລະ ໃຫ້ຄຳແນະນຳໃນທາງທີ່ສ້າງສັນ ເພື່ອຄົ້ນຄວ້າຫາວິທີແກ້ໄຂທີ່ເໝາະສົມທີ່ສຸດ ພ້ອມທັງປັບປຸງຂອດບໍລິການຂອງພວກເຮົາໃຫ້ດີຂຶ້ນເລື້ອຍໆ ແລະ ອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານທຸກໆທ່ານ

ຂໍສະແດງຄວາມຂອບໃຈ ທີ່ພວກທ່ານໄດ້ໃຫ້ການສະໜັບສະໜູນພວກເຮົາ ໃນຕະຫຼອດໄລຍະຜ່ານມາ, ທຸກຄຳຕຳໜິຕິຊົມ ກໍປຽບສະເໝືອນຄວາມເອົາໃຈໃສ່ຂອງທຸກທ່ານ ເປັນສິ່ງທີ່ກະຕຸ້ນໃຫ້ພວກເຮົາຢາກພັດທະນາຕົວເອງໃຫ້ມີຄວາມເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ. 🙏🏻

ລົດໄຟລາວຈີນ LCR

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ພະຍາກອນອາກາດ ວັນທີ 12 ກໍລະກົດ 2022
Next Post: ສປປລາວ ຫາລືກຽມຄວາມພ້ອມ ເປັນປະທານກອງປະຊຸມອາຊຽນ ປີ 2024

Related Posts

ເສຍຊີວິດໃໝ່ 6 ຕິດເຊື້ອເພີ່ມ 612 Featured
ຄົນຕິດເຊື້ອໃໝ່ ທີ່ ນະຄອນຫຼວງວຽງຈັນ ສັກຢາຄົບ 2 ເຂັມແລ້ວ ຍັງຕິດ ໂຄວິດ-19 Featured
ມອບ-ຮັບໜ້າທີ່ ປະທານສະຫະພັນກຳມະບານ ນະຄອນຫຼວງວຽງຈັນ ຂ່າວສານບ້ານເມືອງ
ສັດສ່ວນຜູ້ຕິດເຊື້ອຫຼຸດລົງກວມພຽງ 18% Featured
Facebook WhatsApp Instagram Messenger ເຂົ້າບໍ່ໄດ້ໝົດຄືນ Featured
ໄຟຟ້າລາວລົງໂທດພະນັກງານ ທີ່ຮ່ວມຫົວລັກໃຊ້ກະແສໄຟຟ້າແບບຜິດກົດໝາຍ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme