Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ພິທີມອບ-ຮັບ ວັກຊີນກັນພະຍາດໂຄວິດ-19 Pfizer ຈຳນວນ 1,698,840 ໂດສ ຈາກສະຫະລັດອະເມລິກາ

Posted on 27/01/202227/01/2022 By ປະກາດ Pakaad No Comments on ພິທີມອບ-ຮັບ ວັກຊີນກັນພະຍາດໂຄວິດ-19 Pfizer ຈຳນວນ 1,698,840 ໂດສ ຈາກສະຫະລັດອະເມລິກາ

ໃນວັນທີ 26 ມັງກອນ 2022 ທີ່ສະໜາມບິນວັດໄຕສາກົນ .ພິທີມອບ-ຮັບ ວັກຊີນກັນພະຍາດໂຄວິດ-19 Pfizer ຈຳນວນ 1,698,840 ໂດສ ຈາກສະຫະລັດອະເມລິກາໃຫ້ແກ່ ສປປ ລາວ, ໂດຍການຈັດສົ່ງຜ່ານໂຄງການ COVAX facility ເຊິ່ງເປັນໂຄງການນຳພາຮ່ວມກັນໂດຍອົງການ Gavi, ສຳພັນທະມິດນະວັດຕະກຳການກຽມຄວາມພ້ອມຕໍ່ການລະບາດຂອງພະຍາດ, ອົງການອະນາໄມໂລກ WHO ແລະ ອົງການ UNICEF ທີ່ເປັນຄູ່ຮ່ວມງານສຳຄັນໃນການຈັດສົ່ງ. ສະເພາະເດືອນມັງກອນ ສປປ ລາວ ແມ່ນໄດ້ຮັບການຊ່ວຍເຫຼືອວັກຊີນ Pfizer ຄັ້ງນີ້ເປັນຄັ້ງທີ່2.

ເປັນກຽດເຂົ້າຮ່ວມ ແລະ ກ່າວຮັບຂອງ ພະນະທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ກ່າວມອບໂດຍທ່ານ ດຣ. ປີເຕີ ເຮມອນ ເອກອັກຄະລັດຖະທູດແຫ່ງສະຫະລັດອາເມລິກາ ປະຈຳ ສປປ ລາວ; ໂດຍມີ ປອ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ຮອງລັດຖະມົນຕີກະຊວງຕ່າງປະເທດ, ອົງການ UNICEF, ອົງການອະນາໄມໂລກ WHO ປະຈຳ ສປປ ລາວ, ບັນດາທູດຕານຸທູດ ແລະ ອົງການຈັດຕັ້ງສາກົນ, ພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍ;

ໃນໂອກາດນີ້ ທ່ານນາຍົກລັດຖະມົນຕີໄດ້ກ່າວສະແດງຄວາມຂອບໃຈມາຍັງລັດຖະບານ ກໍຄືປະຊາຊົນຂອງສະຫະລັດອາເມລິກາທີ່ໃຫ້ການສະໝັບສະໜູນອັນລໍ້າຄ່ານີ້.

ການສະໜອງວັກຊີນເຫຼົ່ານີ້ຈະຊ່ວຍໃຫ້ພວກເຮົາສາມາດບັນລຸເປົ້າໝາຍໃນການສັກວັກຊີນກັນພະຍາດໂຄວິດ-19 ໃຫ້ໄດ້ 80% ຂອງປະຊາກອນໃນປີ 2022 ແລະ ສຳຄັນໄປກ່ວານັ້ນຈະເປັນການຊ່ວຍຊີວິດຂອງປະຊາຊົນອີກດ້ວຍ.

ວັກຊີນເຫຼົ່ານີ້ຈະມີບົດບາດສຳຄັນໃນການສັກໃຫ້ແກ່ໄວໝຸ່ມອາຍຸ 12-17 ປີ ໂດຍອີງໃສ່ແຜນປະຕິບັດການສັກວັກຊີນກັນພະຍາດໂຄວິດ-19 ແຫ່ງຊາດ.

Featured, ລັດຖະບານ

Post navigation

Previous Post: ຂໍ້ຕົກລົງວ່າດ້ວຍການກໍານົດມູນຄ່າຫົວຫນ່ວຍນັກຮຽນ-ນັກສຶກສາປະຈໍາປີ 2022
Next Post: ປັບລາຄານໍ້າມັນຂຶ້ນອີກຄັ້ງທົ່ວປະເທດ ເລີ່ມ 28 ມັງກອນ 2022

Related Posts

ພະຍາກອນອາກາດວັນທີ 25 ກຸມພາ 2022 Featured
ລະວັງໄພພາຍຸດີເປຼ່ຊັນມາອີກແລ້ວ Featured
ບໍລິສັດ ລາວ ໂມບາຍມັນນີ ຈໍາກັດຜູ້ດຽວ ແລະ ລັດວິສາຫະກິດ ນ້ຳມັນເຊື້ອໄຟ ລາວ ລົງນາມຄູ່ຮ່ວມທຸລະກິດ ເຊື່ອມຕໍ່ລະບົບການຊຳລະ ຜ່ານ ເອັມ ມັນນີ Featured
ກຽມຮັບນັກທ່ອງທ່ຽວ ເລີ່ມ 1 ພຶດສະພາ 2022 Featured
ຫົວໜ່ວຍທຸລະກິດໂຮງຈັກໂຮງງານອ່ານດ່ວນ Featured
ຕິດເພີ່ມ 1209 ເສຍຊີວິດ 5 ປົວດີ 488 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme