Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຄວາມໜາວຈາກປະເທດຈີນສືບຕໍ່ປົກຄຸມຢູ່ທົ່ວໜາວທົ່ວທຸກພາກ

Posted on 01/12/202101/12/2021 By ປະກາດ Pakaad No Comments on ຄວາມໜາວຈາກປະເທດຈີນສືບຕໍ່ປົກຄຸມຢູ່ທົ່ວໜາວທົ່ວທຸກພາກ

ພະຍາກອນອາກາດ ວັນທີ 1 ທັນວາ 2021 ເວລາ 7:00 ໂມງ ເຖິງ 7:00 ໂມງ ວັນທີ 2 ທັນວາ 2021

ມວນອາກາດເຢັນທີ່ປະເທດຈີນ ມີກໍາລັງແຮງຍັງສືບຕໍ່ປົກຄຸມຢູ່ທົ່ວ ທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ ຫາແຮງ, ສົມທົບກັບ ກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ ຊຶ່ງຍັງຈະເຮັດໃຫ້ອາກາດ ເຢັນຢູ່ທົ່ວໄປ ແລະ ອາກາດຍັງຈະໜາວເຢັນຢູ່ເຂດພາກເໜືອ ແຂວງ ໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມຈະມີຝົນຕົກໃນລະດັບຄ່ອຍ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ແຂວງພາກໃຕ້ ຕື່ມອີກ.

ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 08-22 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນ ຫາ ໜາວເຢັນ ພ້ອມມີ ໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 11-28 ອົງສາ.

ນະຄອນຫລວງວຽງຈັນ: ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມ ຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ບາງ ບໍລິເວນ. ອຸນຫະພູມໃນລະຫວ່າງ 18-30 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນໃນຕອນເຊົ້າ ພ້ອມຈະມີລົມພັດແຮງ ເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 11-31 ອົງສາ.

ແຂວງໄຊສົມບູນ: ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມ ຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 07-25 ອົງສາ.

ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດເຢັນ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນ ບາງໂອກາດຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30% ຂອງພາກ. ອຸນຫະພູມໃນລະຫວ່າງ 17-28 ອົງສາ.

ເຂດພູພຽງບໍລະເວນ: ອາກາດໜາວເຢັນ ແລະ ຈະມີຝົນຕົກໃນລະດັບ ຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງ ຝົນເທົ່າກັບ 20%. ອຸນຫະພູມໃນລະຫວ່າງ 08-21 ອົງສາ.

Featured, ພະຍາກອນອາກາດປະຈໍາວັນ

Post navigation

Previous Post: ແຂວງຫຼວງນໍ້າທາເພີ່ມມາດຕະການຮັບມືໂຄວິດ
Next Post: ຕິດເພີ່ມຢ່າງຕໍ່ເນື່ອງ 1.425 ຄົນ ເສຍຊີວິດ 8

Related Posts

3 ອົງການຈັດຕັ້ງມະຫາຊົນ ຫສນຍ ອອກແຮງງານອະນາໄມ ເນື່ອງໃນໂອກາດ ວັນກໍາມະກອນສາກົນ Featured
ມົນສະເໜ່ ແຄມຂອງທ່າວັດຈັນຍາມແລງ Featured
ກະຊວງ ປກສ ແຈ້ງເພີ່ມດັດສະນີເງິນເດືອນໃໝ່ແລ້ວເດີ Featured
ແຂວງວຽງຈັນຍັງມີມາດຕະການເຂັ້ມງວດທີ່ສຸດ Featured
ພີທີທີ ລາວ ຊີ້ແຈ້ງ ກໍລະນີປໍ້າ ວຽງຈະເລີນ ເປັນການກະທໍາ ໂດຍພາລະການ Featured
ຈະທົດລອງໃຫ້ຊາວຕ່າງປະເທດທີ່ຈະເຂົ້າມາລາວໃສ່ເຄື່ອງຕິດຕາມ ແລະ ມີປະກັນໄພ ໂຄວິດ-19 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme