ການຮ່ວມມືຂອງສອງປະເທດ ສປປ ລາວ ແລະ ສະຫະລັດອາເມລິກາ ໃນຍຸກສະໄໝແຫ່ງການສ້າງສາພັດທະນາປະເທດຊາດ ແລະ ການຮ່ວມມື, ເປັນອີກຂີດໝາຍສໍາຄັນຂອງສອງສາຍພົວພັນ ເພື່ອສົ່ງເສີມຄວາມຮັກແພງ, ເຂົ້າໃຈເຊິ່ງກັນ ແລະ ກັນ. ຕະຫຼອດໄລຍະຫຼາຍປີທີ່ຜ່ານມາ, ສາຍພົວພັນຂອງສອງປະເທດໄດ້ມີການຮັດແໜ້ນຢ່າງພົ້ນເດັ່ນ.ສະຫະລັດອາເມລິກາ ມີຄວາມໝາຍໝັ້ນໃນການການພັດທະນາສາຍພົວພັນ ກັບ ສປປ ລາວ ໃຫ້ແໜ້ນແຟ້ນກວ່າເກົ່າ, ພາຍໃຕ້ວຽກງານການສົ່ງເສີມເປີດກວ້າງອິນໂດປາຊີຟິກ. ໃນການມາຢ້ຽມຢາມຄັ້ງປະຫວັດສາດຂອງອະດີດປະທານາທິບໍດີ ໂອບາມາ ໃນປີ 2016, ຜູ້ນຳຂອງພວກເຮົາໄດ້ປະກາດກາຮ່ວມມືແບບກວມລວມເພື່ອເພີ່ມທະວີຂອບການຮ່ວມມື ລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ.
.
ສະຫະລັດອາເມລິກາ ພັດທະນາສາຍພົວພັນບົນພື້ນຖານ ການເຄົາລັບເຊິ່ງກັນ ແລະ ກັນ ລວມທັງເຄົາລົບ ຄວາມເປັນເອກະລາດ ແລະ ອະທິປະໄຕ. ສະຫະລັດອາເມລິກາ ມີຄວາມໝາຍໝັ້ນໃນການເຮັດວຽກຮ່ວມກັບ ປະຊາຊົນລາວ ແລະ ລັດຖະບານລາວ ເພື່ອຊ່ວຍໃຫ້ ສປປ ລາວ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ກາຍເປັນປະເທດທີ່ມີຄວາມຜາສຸກຍິ່ງຂື້ນ ໂດຍມີການເຊື່ອມໂຍງກັບບັນດາປະເທດອາຊຽນຢ່າງເຕັມທີ່. ປີນີ້ ແມ່ນຄົບຮອບ 5 ປີ ຂອງການເປັນຄູ່ຮ່ວມມືແບບກວມລວມລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ, ເຮົາຈະມາເບິ່ງວຽກງານໃນຂົງເຂດຕ່າງໆທີ່ສະຫະລັດອາເມລິກາໄດ້ເຮັດວຽກຮ່ວມກັບ ສປປ ລາວ.
ໃນຊ່ວງທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ, ກໍ່ຄືຢູ່ ສປປ ລາວ, ໃນເດືອນກໍລະກົດ 2021 ລັດຖະບານສະຫະລັດອາເມລິກາ ໄດ້ມອບວັກຊີນຕ້ານໂຄວິດ 19 ຈອນສັນ & ຈອນສັນ ຈຳນວນ 1,008,000 ໂດສ ໃຫ້ແກ່ ສປປ ລາວ ໂດຍຜ່ານໂຄງການໂຄແວັກ (COVAX) ເຊິ່ງຈະຊ່ວຍໃຫ້ ສປປ ລາວ ບັນລຸເປົ້້າໝາຍການສັກວັກຊີນໃຫ້ໄດ້ 50 ເປີເຊັນຂອງປະຊາກອນລາວໃນທ້າຍປີ 2021.
ທ່ານ ເອກອັກຄະລັດຖະທູດ ປີເຕີ ເຮມ໋ອນ ໄດ້ກ່າວວ່າ: ການຊ່ວຍດັ່ງກ່າວນີ້ແມ່ນໄດ້ສະທ້ອນໃຫ້ເຫັນເຖິງການເປັນຮ່ວມມືແບບກວມລວມຢ່າງແທ້ຈິງ.
ນອກຈາກຊ່ວຍເຫຼືອ ສປປ ລາວ ດ້ານວັກຊີນ COVID ແລ້ວ, ສະຫະລັດອາເມລິກາໄດ້ໃຫ້ການຊ່ວຍເຫຼືອອື່ນທີ່ບໍ່ແມ່ນວັກຊິນຄື: ສະໜັບສະໜູນທຶນເກືອບເຖິງ 8 ລ້ານໂດລາໃຫ້ແກ່ ສປປ ລາວ ໃນການປ້ອງກັນ COVID-19 ເພື່ອເຮັດໃຫ້ປະຊາຊົນລາວມີຄວາມປອດໄພໃນທຸກໆບາດກ້າວ. ພ້ອມນັ້ນ, ຍັງໄດ້ເຮັດວຽກຮ່ວມກັບອົງການຢູນີເຊັບ (UNICEF) ແລະ ອົງການອະນາໄມໂລກ (WHO) ໃນການຝຶກອົບຮົມໃຫ້ແພດ,ໝໍ, ເຈົ້າຫນ້າທີ່ກວດຄົນເຂົ້າເມືອງ ແລະ ນັກວິທະຍາສາດ ເພື່ອໃຫ້ຕ້ານການແຜ່ລະບາດຂອງພະຍາດ COVID-19. ຈັດການຝຶກອົບຮົມ, ກວດສອບໃຫ້ແນ່ໃຈວ່າໄດ້ຕິດຕັ້ງລະບົບການສັກວັກຊິນທີ່ເໝາະສົມ ແລະ ສືບຕໍ່ສະໜອງຊຸດປ້ອງກັນ PPE ແລະ ອຸປະກອນພື້ນຖານອື່ນໆທີ່ຈຳເປັນໃນການປ້ອງກັນພະຍາດໂຄວິດ19.
ດ້ານກະສິກຳ: ສະຫະລັດອາເມລິກາໄດ້ສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງກະສິກຳ ເຊິ່ງມີໂຄງການ Laos Microenterprise Project ທີ່ໄດ້ເຮັດວຽກຮ່ວມກັບຜູ້ປະກອບການ ແລະ ຊາວກະສິກອນຢູ່ແຂວງຊຽງຂວາງ ໃນການພັດທະນາຂະແໜງກະສິກຳໃຫ້ມີປະສິດທິພາບ, ມີປະສິດທິຜົນ ແລະ ໃຫ້ມີການແຂ່ງຂັນໃຫ້ຫຼາຍຂື້ນ. ນອກຈາກໂຄງການນີ້ແລ້ວ, ຍັງມີໂຄງການຄຣີນ (CLEAN) ທີ່ເຮັດວຽກຮ່ວມມືກັບ ກົມປູກຝັງ, ກະຊວງກະສິກຳ ໃນການຊ່ວຍໃຫ້ ຜູ້ປະກອບການ, ຊາວກະສິກອນ ແລະ ຜູ້ຂາຍກາເຟ, ມັນຕົ້ນ, ກະລໍ່າ ແລະ ແລະ ໝາກດາວ (ໝາກດາວອິນຄາ) ຢູ່ທີ່ພູພຽງບໍລິເວນ ແລະ ນະຄອນຫຼວງວຽງຈັນ ມີຄວາມພ້ອມທາງການຕະຫຼາດໃນການເພີ່ມຜົນພະລິດ, ຫຼຸດຜ່ອນການສູນເສຍພາຍຫຼັງການເກັບກ່ຽວ, ພັດທະນາຄຸນນະພາບ ແລະ ລະບົບຮັບປະກັນຄຸນນະພາບ, ພັດທະນາລະບົບການເຊື່ອມຕໍ່, ການສົ່ງເສີມຄວາມຕ້ອງການ ຜະລິດຕະພັນກະສິກຳໃຫ້ມີຄຸນນະພາບສູງພາຍໃນປະເທດ, ພາກພື້ນ, ແລະ ຕະຫຼາດໂລກ.
ດ້ານການພັດທະນາເສດຖະກິດ: ສະຫະລັດອາເມລິກາຕ້ອງການເຮັດວຽກຮ່ວມກັບ ສປປ ລາວ ໃນການພັດທະນາແບບຍືນຍົງ ແລະ ເພື່ອໃຫ້ບັນລຸເປົ້າໝາຍດັ່ງກ່າວ ໃນຊຸມປີທີ່ຜ່ານມາ, ສະຫະລັດອາເມລິກາ ໄດ້ ປະກອບສ່ວນທັງໝົດຫຼາຍກວ່າ 22 ລ້ານໂດລາ ໃນການສະໜັບສະໜູນຊ່ວຍເຫຼືອການພັດທະນາເສດຖະກິດຂອງ ສປປ ລາວ ແລະ ຊ່ວຍສ້າງຄວາມເອື້ອອໍານວຍບັນຍາກາດໃນການລົງທຶນລວມໄປເຖິງ ການຄ້າໃນພາກພື້ນ ແລະ ສາກົນ ໂດຍການຜ່ານໂຄງການ Laos Business Environment ແລະ ໂຄງການ ສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (World Bank Lao Competitiveness and Trade). ໂຄງການດັ່ງກ່າວ ໄດ້ເຮັດວຽກຮ່ວມກັບ ລັດຖະບານລາວ ແລະ ພາກທຸລະກິດເອກະຊົນ ໃນການສົ່ງເສີມພັດທະນາເສດຖະກິດ, ເສີມສ້າງຄວາມເຂັ້ມແຂງໃຫ້ຫົວໜ່ວຍປະກອບການຂະໜາດນ້ອຍ ແລະ ກາງ ແລະ ແກ້ໄຂຜົນກະທົບທາງດ້ານເສດຖະກິດທີ່ເກີດຈາກການລະບາດຂອງພະຍາດໂຄວິດ19 ໂດຍສະເພາະແມ່ນຂະແໜງການທ່ອງທ່ຽວ, ຫັດຖະກໍາ ແລະ ດ້ານຂໍ້ມູນຂ່າວສານເຕັກໂນໂລຊີ.
ດ້ານການສຶກສາ: ຊັບພະຍາກອນທີ່ສໍາຄັນທີ່ສຸດຂອງປະເທດຊາດກໍ່ຄືໄວໜຸ່ມ ທີ່ຕ້ອງໄດ້ລົງທຶນໃນດ້ານການສຶກສາ ແລະ ເປີດໂອກາດໃຫ້ໄວໜຸ່ມຢ່າງເທົ່າທຽມກັນ ພ້ອມນັ້ນພາສາທີ່ພົ້ນເດັ່ນຂອງບັນດາປະເທດອາຊຽນ ກໍ່ຄືພາສາອັງກິດ ທີ່ຈະຊ່ວຍໃຫ້ໄວໜຸ່ມສາມາດສື່ສານ ກັບບັນດາປະເທດຊຽນບໍ່ວ່າຈະເປັນ ດ້ານການສຶກສາ, ວັດທະນະທໍາ-ສັງຄົມ ແລະ ການແຂ່ງຂັນທາງດ້ານເສດຖະກິດ. ໃນແຕ່ລະປີ ມີນັກຮຽນຫຼາຍພັນຄົນໄດ້ເຂົ້າມາສຶກສາຮໍ່າຮຽນທັກສະຕ່າງໆທີ່ສູນອາເມລິກາທາດດຳ ທີ່ມີຄູອາເມລິກາສິດສອນພາສາອັງກິດ ແລະ ທັກສະອື່ນ. ນອກຈາກສູນອາເມລິກາຈະເປັນສູນຮຽນຮູ້ໃຫ້ນ້ອງໆຫຼາຍຄົນແລ້ວ, ສະຫະລັດອາເມລິກາຍັງໄດ້ໃຫ້ການສະໜັບສະໜູນໂຄງການຮຽນອ່ານ ທີ່ສາມາດເຂົ້າເຖິງນ້ອງນັກຮຽນຫຼາຍກວ່າ 65,000 ຄົນໃນຫຼາຍໆແຂວງທົ່ວ ສປປ ລາວ. ໂຄງການຮຽນອ່ານ ໄດ້ພັດທະນາທັກສະການອ່ານ ໃຫ້ແກ່ເດັກນ້ອຍໃນລະດັບ ປໍກຽມ ຈົນເຖິງ ປໍ ສອງ ພາຍໃຕ້ທຶນສະໜັບສະໜູນໂຄງການປະມານ 20 ລ້ານໂດລາ.
ດ້ານສາທາລະນະສຸກ ແລະ ໂພສະນາການ: ເປັນໜຶ່ງໃນອຸປະສັກທີ່ໃຫຍ່ທີ່ສຸດສຳລັບເດັກນ້ອຍເພື່ອໃຫ້ບັນລຸການຮຽນຢ່າງເຕັມທີ່ ຄືການຂາດໂພສະນາການທີ່ເໝາະສົມ. ລັດຖະບານສະຫະລັດອາເມລິກາໄດ້ສະໜອງທຶນຫຼາຍກວ່າ 54 ລ້ານໂດລາ ນັບແຕ່ປີ 2016 ເພື່ອສະໜອງອາຫານທ່ຽງທີ່ດີໃຫ້ແກ່ໂຮງຮຽນໃນເຂດຫ່າງໄກສອກຫຼີກຂອງລາວ ເພື່ອຊ່ວຍໃນການປັບປຸງການຮູ້ໜັງສື ແລະ ໂພສະນາການທີ່ດີຂອງນ້ອງນັກຮຽນ.
ນອກນັ້ນ, ສະຫະລັດອາເມລິກາໄດ້ຄຽງຂ້າງ ສປປ ລາວ ໃນການຕ້ານກັບພະຍາດລະບາດຫຼາຍກວ່າ 10 ປີ ເຊັ່ນ ມາລາເລຍ ເຊິ່ງໄດ້ໃຫ້ການຊ່ວຍເຫຼືອ ຫຼາຍກວ່າ 4.2 ລ້ານໂດລາ ແລະ ຊ່ວຍເຫຼືອມຸ້ງກັນຍຸງຫຼາຍກວ່າ 700,000 ດາງ, ຊຸດກວດກາເຊື້ອເກືອບ 1,000,000 ຊຸດ ແລະ ຢາຕ້ານໄຂ້ມາເລເລຍແກ່ປະຊາຊົນລາວ. ຕໍ່ກັບການຊ່ວຍເຫຼືອດັ່ງກ່າວ ໄດ້ເຮັດກໍລະນີການຕິດເຊື້ອໄຂ້ມາເລເລຍຢູ່ ສປປ ລາວ ຫຼຸດລົງ 90 ເປີເຊັນ, ເຊິ່ງກຽມພ້ອມໃນການຍຸດພະຍາດດັ່ງກ່າວໃຫ້ໄດ້ໃນປີ 2030.
ນັບແຕ່ຕົ້ນປີ 2020, ສະຫະລັດອາເມລິກາໄດ້ ໃຫ້ຄຳໝັ້ນສັນຍາໃນການສະໜອງທຶນ 8 ລ້ານໂດລາສະຫະລັດ ໂດຍຜ່ານອົງການພັດທະນາສາກົນປະເທດສະຫະລັດອາເມລິກາ (USAID), ອົງການ CDC ແລະ ຄູ່ຮ່ວມງານອື່ນໆໃນການຊ່ວຍປັບປຸງຄວາມອາດສາມາດໃນການກວດຫາເຊື້ອໂຄວິດ 19 ແລະ ການປົກປ້ອງປະຊາຊົນຈາກພະຍາດດັ່ງກ່າວ. ການຊ່ວຍເຫຼືອນີ້ລວມມີ ຊຸດກວດ, ອຸປະກອນປ້ອງກັນ, ອຸປະກອນການແພດ ແລະ ເຄື່ອງກວດ, ການຮັກສາ, ຢາ ແລະ ອື່ນໆໃຫ້ແກ່ກະຊວງສາທາລະນະສຸກ ແລະ ອົງການຈັດຕັ້ງອື່ນໆທີ່ເຮັດວຽກຮ່ວມກັບກະຊວງສາທາລະນະສຸກ.
ທີ່ຜ່ານມາລັດຖະບານສະຫະລັດອາເມລິກາໄດ້ຊ່ວຍເຫຼືອໂຄງການ HIV ເພື່ອຮັບປະກັນວ່າປະຊາຊົນຜູ້ທີ່ມີຄວາມສ່ຽງໃນການຕິດເຊື້ອເຮສໄອວີ ແລະ ຜູ້ທີ່ຕິດເຊື້ອເຮສໄອວີໄດ້ຮັບການເຂົ້າເຖິງບໍລິການຢ່າງເທົ່າທຽມໃນການປ້ອງກັນ ຜ່ານການເບິ່ງແຍງ ແລະ ປິ່ນປົວຕາມທີ່ຕ້ອງການ. ນອກນີ້, ໂຄງການດ້ານສຸຂະພາບທີ່ອົງການ USAID ສະໜັບສະໜູນຄວາມພະຍາຍາມຂອງລັດຖະບານລາວໃນການແກ້ໄຂບັນຫາຄວາມຕ້ອງການດ້ານສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ພາວະຂາດສານອາຫານ, ການດູແລກ່ອນເກີດ ແລະ ຫຼຸດການແຜ່ການຈາຍການຕິດເຊື້ອ. ບໍ່ພຽງແຕ່ເທົ່ານັ້ນ, ຍັງໄດ້ຊ່ວຍວຽກງານຊ່ວຍເຫຼືອຄົນພິການ, ພະຍາດເຂດຮ້ອນ, ການຂາດສານອາຫານ, ຂາດການເບິ່ງແຍງກ່ອນເກີດລູກ, ອຸປະຕິເຫດ ແລະ ການຂາດການປິ່ນປົວ.
ການຕ້ານການຄ້າມະນຸດ: ລັດຖະບານສະຫະລັດອາເມລິກາໄດ້ຊ່ວຍປົກປ້ອງປະຊາຊົນທີ່ມີຄວາມສ່ຽງຢູ່ ສປປ ລາວ ໂດຍການເຮັດວຽກຮ່ວມກັບລັດຖະບານລາວໃນການຕ້ານການຄ້າມະນຸດ. ຮອດປັດຈຸບັນ, ພວກເຮົາໄດ້ສະໜອງທຶນຫຼາຍກວ່າ 10 ລ້ານໂດລາສະຫະລັດໃນວຽກງານການຕ້ານການຄ້າມະນຸດ, ແລະ ຕັ້ງເປົ້າໝາຍໃນການເປີດອີກສອງໂຄງການໃນການສະໜັບສະໜູນວຽກງານທີ່ສຳຄັນນີ້. ໂຄງການຕ້ານການຄ້າມະນຸດ ຊ່ວຍລັດຖະບານລາວໃນການສ້າງຄວາມເຂັ້ມແຂງໃນການຕອບໂຕ້ຄະດີການຄ້າມະນຸດ, ຫຼຸດຜ່ອນຄວາມສ່ຽງແກ່ບັນດາແມ່ຍິງ, ເດັກນ້ອຍ ໃນການຖືກຄ້າມະນຸດ ແລະ ຊ່ວຍໃຫ້ຜູ້ເຄາະຮ້າຍເຂົ້າເຖິງການບໍລິການ ແລະ ໂອກາດດ້ານເສດຖະກິດ.
ການຕ້ານການຄ້າສັດປ່າ: ສະຫະລັດອາເມລິກາຍັງຊ່ວຍສ້າງຄວາມອາດສາມາດໃນການຕ້ານການຄ້າຂາຍສັດປ່າ ແລະ ປົກປ້ອງຄົນຈາກພະຍາດທີ່ເກີດຈາກສັດ. ຈາກປີ 2018-2021 ສະຫະລັດອາເມລິກາໄດ້ປະກອບສ່ວນຫຼາຍກວ່າ 2.5 ລ້ານໂດລາ ໃນການຕ້ານການຄ້າຂາຍສັດປ່າທີ່ຜິດກົດໝາຍ ແລະ ພະຍາດທີ່ເກີດຈາກສັດທີ່ຈະເປັນໄພຄຸກຄາມປະຊາຊົນລາວ. ວຽກທີ່ສຳຄັນນີ້ຈະເປັນໄປບໍ່ໄດ້ຖ້າບໍ່ມີການຮ່ວມມືກັບລັດຖະບານແຫ່ງ ສປປ ລາວ, ອົງການສະຫະປະຊາຊາດ ແລະ ນຳພາໂດຍອົງການທີ່ບໍ່ຫວັງຜົນກຳໄລເຊັ່ນອົງການ Wildlife Conservation Society ແລະ ອົງການ World Wildlife Fund.
.
ການຕ້ານການຄ້າສິ່ງເສບຕິດ: ຖືເປັນອີກວຽກງານທີ່ສໍາຄັນ ທີ່ສະຫະລັດອາເມລິກາໄດ້ເຮັດວຽກຮ່ວມກັບລັດຖະບານລາວໃນການຕ້ານການຄ້າສິ່ງເສບຕິດມາຫຼາຍກວ່າ 30 ປີກວ່າປີແລ້ວ. ໂຄງການສະໜັບສະໜູນຂອງສະຫະລັດອາເມລິກາ ເພື່ອບຳບັດຜູ້ຕິດຢາເສບຕິດ, ການເຮັດວຽກຮ່ວມກັນເພື່ອສ້າງຄວາມເຂັ້ມແຂງໃຫ້ການບັງຄັບໃຊ້ກົດໝາຍຂອງ ສປປ ລາວ ໂດຍການສົ່ງເສີມການຝຶກອົບຮົມໃຫ້ແກ່ໄອຍະການ, ຜູ້ພິພາກສາ ແລະ ຕຳຫຼວດ.
ລັດແຫ່ງກົດໝາຍ: ເພື່ອສະໜັບສະໜູນນະໂຍບາຍຂອງ ສປປ ລາວ ເພື່ອສົ່ງເສີມລັດແຫ່ງກົດໝາຍ, ລັດຖະບານສະຫະລັດອາເມລິກາ ໄດ້ເປີດໂຄງການໃນປີ 2020 ເພື່ອຮັບປະກັນວ່າປະຊາຊົນລາວໄດ້ຮັບການເຂົ້າເຖິງການບໍລິການຊ່ວຍເຫຼືອທາງດ້ານກົດໝາຍໄດ້ຫຼາຍຂຶ້ນ, ໂດຍສະເພາະຜູ້ທີດ້ອຍໂອກາດ. ໃນປີ 2021, ອົງການ USAID ຈະຊ່ວຍລັດຖະບານລາວເພີ່ມຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍໃຫ້ໄດ້ສາມເທົ້າ, ເຊິ່ງຈະເປັນປະໂຫຍດໃຫ້ແກ່ປະຊາຊົນຫຼາຍຮ້ອຍພັນຄົນໃນການເຂົ້າເຖິງການບໍລິການທາງດ້ານກົດໝາຍແບບບໍ່ໄດ້ເສຍຄ່າ ໃນການຫຼາຍປີຕໍ່ໜ້າ.
ອົງການພັດທະນາສາກົນປະເທດສະຫະລັດອາເມລິກາ (USAID): ອົງການ USAID ໄດ້ເພີ່ມການຊ່ວຍເຫຼືອລັດຖະບານລາວໃນການປັບປຸງບັນຍາກາດການລົງທຶນ ແລະ ການຄ້າ, ການເສີມສ້າງຄວາມອາດສາມາດໃນການແຂ່ງຂັນສຳລັບວິສາຫະກິດຂະໜາດນ້ອຍ ແລະ ກາງ, ການສ້າງຄວາມເຂັ້ມແຂງໃນການຄຸ້ມຄອງລັດແຫ່ງກົດໝາຍ ແລະ ດ້ານວຽກງານສາທາລະນະສຸກ ແລະ ການສຶກສາສຳລັບປະຊາຊົນລາວ – ທັງໝົດນີ້ແມ່ນເພື່ອສົ່ງເສີມການພັດທະນາແບບຍືນຍົງ ແລະ ສາມາດເຂົ້າເຖິງ, ການເຕີບໂຕທາງດ້ານການຕະຫຼາດ, ການສະໜັບສະໜູນຄວາມເປັນເອກະລາດທາງດ້ານເສດຖະກິດ ແລະ ການເຊື່ອມໂຍງກັບບັນດາປະເທດອາຊຽນ ແລະ ການລົງທຶນລະຫວ່າງປະເທດທີ່ມີຄຸນນະພາບສູງ.