Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ແຈ້ງເຕືອນເດີເຂື່ອນໄຟຟ້າຫ້ວຍລຳພັນໃຫຍ່ຈະປ່ອຍນ້ຳອອກເຂື່ອນ 17-22/10/2021

Posted on 18/10/202118/10/2021 By ປະກາດ Pakaad No Comments on ແຈ້ງເຕືອນເດີເຂື່ອນໄຟຟ້າຫ້ວຍລຳພັນໃຫຍ່ຈະປ່ອຍນ້ຳອອກເຂື່ອນ 17-22/10/2021

ເຂື່ອນໄຟຟ້າຫ້ວຍລຳພັນໃຫຍ່ແຈ້ງການກ່ຽວກັບການປ່ອຍນ້ຳເພື່ອປັບລະດັບນ້ຳຂອງອ່າງເກັບນ້ຳຂອງເຂື່ອນໄຟຟ້າຫ້ວຍລຳພັນໃຫຍ່ ເລີ່ມເວລາ 23:00 ໂມງ ຂອງວັນທີ 17 ຕຸລາ 2021 ຫາເວລາ 24:00 ໂມງ ຂອງວັນທີ 22 ຕຸລາ 2021

ເຂື່ອນໄຟຟ້າຫ້ວຍລຳພັນໃຫຍ່ຈະໄຂປະຕູນ້ຳລົ້ນເພື່ອລະບາຍນ້ຳລົງສູ່ຄອງເດີມເພື່ອຮັກສາລະດັບນ້ຳໃນໜ້າເຂື່ອນ ບໍ່ໃຫ້ສູງເກີນລະດັບເຕືອນໄພ ສະນັ້ນ ຈຶ່ງແຈ້ງມາຍັງ ທຸກພາກສ່ວນທີ່ກ່ຽວຂ້ອງ ແລະ ປະຊາຊົນທີ່ທຳມາຫາກິນ ຕາມສາຍນ້ຳຫ້ວຍລຳພັນໃຫຍ່ (ໂດຍສະເພາະແມ່ນບໍລິເວນກ້ອງເຂື່ອນໄຟຟ້າຫ້ວຍລຳພັນໃຫຍ່ ຫາເຂື່ອນໄຟຟ້າຫ້ວຍລຳພັນຕອນລຸ່ມ)

ໃຫ້ມີສະຕິເຝົ້າລະວັງ ຖ້າບໍ່ມີຄວາມຈຳເປັນກໍ່ໃຫ້ຫຼີກລ້ຽງໄປທຳມາຫາກິນຕາມສາຍນ້ຳ, ລົງຫຼິ້ນນ້ຳ, ການນຳສັດລ້ຽງໄປຜູກໄວ້ຕາມແຄມນໍ້າ ໃນບໍລິເວນທີ່ກ່າວມານັ້ນ ເພື່ອຄວາມປອດໄພຂອງທ່ານ ແລະ ສັດລ້ຽງຂອງທ່ານ ຖ້າມີຄວາມຈຳເປັນຕ້ອງລະບາຍນ້ຳຈຳນວນຫຼາຍ ຈະໄດ້ແຈ້ງໃຫ້ທ່ານຊາບອີກເທື່ອໜຶ່ງ.

ສຳລັບການປ່ອຍນ້ຳຄັ້ງນີ້ຈະປະຕິບັດຄື: ຊ່ວງວັນທີ 17 ຕຸລາ 2021 ເວລາ 23:00 ໂມງ ຫາເວລາ 24:00 ໂມງ ຂອງ ວັນທີ 22 ຕຸລາ 2021 ຈະປ່ອຍນ້ຳ 55,47 ແມັດກ້ອນຕໍ່ວິນາທີ ຫຼັງຈາກວັນທີ 22 ຕຸລາ 2021 ເວລາ 24:00 ໂມງ ຈະມີການລະບາຍນ້ຳຕາມປະລິມານນ້ຳທີ່ເຂົ້າອ່າງ ແລະ ນ້ຳຜ່ານກົງຫັນຕົວຈິງ ເພື່ອຮັກສາລະດັບນ້ຳໃຫ້ຢູ່ໃນລະດັບຄວາມປອດໄພຈົນເຖິງວັນທີ 25 ຕຸລາ 2021.

ສະນັ້ນ ເພື່ອກະກຽມການປ່ອຍນ້ຳຄັ້ງນີ້ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ອອກແຈ້ງການ ເຖິງ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງເຊກອງ, ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງເຊກອງ, ຫ້ອງວາການ ປົກຄອງເມືອງ ລະມ່າມ ແລະ ເມືອງ ທ່າແຕງ ແຂວງເຊກອງ,

ບ້ານ ທົ່ງຫວາຍ, ບ້ານດອນຊາ, ບ້ານ ໜອງກັນ, ບ້ານຫ້ວຍດຳໃໝ່, ບ້ານ ໂທນນ້ອຍ, ບ້ານ ສະທົວເໜືອ, ບ້ານສະທົວໃຕ້ ແລະ ໂຄງການກໍ່ສ້າງ ເຂື່ອນໄຟຟ້າ ຫ້ວຍລຳພັນຕອນລຸ່ມ ເຂື່ອນໄຟຟ້າຫ້ວຍລຳພັນໃຫຍ່ ຕັ້ງຢູ່ ເມືອງທ່າແຕງ ແຂວງເຊກອງ ມີກຳລັງຕິດຕັ້ງ 88 ເມກາວັດ ເປັນໜຶ່ງໃນບັນດາເຂື່ອນໄຟຟ້າທີ່ ບໍລິສັດ ຜະລິດ-ໄຟຟ້າລວ ມະຫາຊົນ ເປັນຜູ້ຄຸ້ມຄອງ.

ທີ່ມາ

.

Featured, ຂ່າວສານບ້ານເມືອງ, ເຕືອນໄພ, ແຈ້ງການ​

Post navigation

Previous Post: ປະກາດດ່ວນຊອກຫາທ້າວສີພອນ
Next Post: ແຜ່ນດິນໄຫວກາງເດິກທີ່ໄຊຍະບູລີ 2.4ຣິກເຕີ

Related Posts

ນະຄອນຫຼວງວຽງຈັນຫ້າມຈັດບຸນອອກພັນສາໃນເຂດບ້ານແດງເດັດຂາດ Featured
ຝົນຈະຕົກທົ່ວທຸກພາກ ພະຍາກອນອາກາດ ເຊົ້າວັນທີ 16 ສິງຫາ 2021 Featured
ເຊັນສັນຍາສະຫນອງທຶນ ລະຫວ່າງ ກອງທຶນສີ່ງເສີມວິສາຫະກິດຂະຫນາດນ້ອຍ ແລະ ກາງ ກັບສະຖາບັນການເງິນ ເພີ່ອນໍາໄປປ່ອຍກູ້ໃຫ້ຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ (ຈວນກ) Featured
ຕິດເຊື້ອໃໝ່ 722 ເສຍຊີວິດໃໝ່ 1 Featured
ມອບ-ຮັບໜ້າທີ່ ປະທານສະຫະພັນກຳມະບານ ນະຄອນຫຼວງວຽງຈັນ ຂ່າວສານບ້ານເມືອງ
35 ຄອບຄົວຂອງບ້ານຫີນແຮ່ ເມືອງໂພນທອງ ໄດ້ຮັບເຄືອງຊວ່ຍເຫຼືອບັນເທົາທຸກ ຂ່າວສານບ້ານເມືອງ

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme