ວັນທີ 11 ຕຸລາ 2021 “ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການສະບັບເລກທີ 1292/ຫສນຍ ວ່າດ້ວຍທິດຊີ້ນຳກ່ຽວກັບການຮັບຮອງການຕັ້ງຊື່ຂະບວນລົດໄຟໂດຍສານສາຍດ່ວນ (ຂະບວນທຳອິດ) ເພື່ອມາຮັບໃຊ້ການບໍລິການພາຍໃນປະເທດ ແລະ ສາກົນ.”ເຫັນດີຮັບຮອງການຕັ້ງຊື່ຂະບວນລົດໄຟໂດຍສານສາຍດ່ວນ (ຂະບວນທຳອິດ) ເພື່ອມາຮັບໃຊ້ການບໍລິການພາຍໃນປະເທດ ແລະ ສາກົນ ທີ່ຈະມາກາງເດືອນຕຸລາ 2021 ຄື “ຂະບວນລ້ານຊ້າງ”;
ເຫັນດີຮັບຮອງການຕັ້ງຊື່ຂະບວນລົດໄຟໂດຍສານສາຍດ່ວນ (ຂະບວນທຳອິດ) ເພື່ອມາຮັບໃຊ້ການບໍລິການພາຍໃນປະເທດ ແລະ ສາກົນ ທີ່ຈະມາກາງເດືອນຕຸລາ 2021 ຄື “ຂະບວນລ້ານຊ້າງ”;
ສຳລັບຂະບວນລົດໄຟໂດຍສານສາຍດ່ວນ ທີ່ບໍລິສັດທາງລົດໄຟລາວ-ຈີນ ທີ່ມີແຜນຈະຈັດຊື້ມາໃໝ່ໃນຕໍ່ໜ້າອີກ 01 ຂະບວນນັ້ນ ແມ່ນເຫັນດີໃຫ້ຕັ້ງຊື່ “ຂະບວນແຄນລາວ.”
.
.