Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຄໍາມ່ວນລົງທຶນ ສ້າງຊົນລະປະທານ ຮັບໃຊ້ການຜະລິດ

Posted on 17/07/202117/07/2021 By ປະກາດ Pakaad No Comments on ຄໍາມ່ວນລົງທຶນ ສ້າງຊົນລະປະທານ ຮັບໃຊ້ການຜະລິດ

ແຂວງຄໍາມ່ວນ ມີເງື່ອນໄຂທາງທຳມະຊາດທີ່ເອື້ອອຳນວຍໃຫ້ແກ່ການພັດທະນາລະບົບຊົນລະປະ ທານເພື່ອສະໜອງນໍ້າໃຫ້ແກ່ການຜະລິດ, ປັດຈຸບັນທົ່ວແຂວງມີໂຄງການຊົນລະປະທານທັງໝົດ 229 ໂຄງການ, ສາມາດນໍາໃຊ້ໄດ້ມີ 169 ໂຄງການ, ໃຊ້ບໍ່ໄດ້ 60 ແຫ່ງ (ໃນນັ້ນ ຈັກສູບນໍ້າດ້ວຍໄຟຟ້າ 133 ໂຄງການ, ນໍ້າມັນ 23 ໂຄງການ ຍັງນຳໃຊ້ 2 ໂຄງການ, ປະຕູນ້ຳ 15 ໂຄງການ ແລະ ຝາຍນ້ຳລົ້ນ, ອ່າງເກັບນໍ້າຂະໜາດນ້ອຍ ລວມທັງຝາຍປວງຊົນ ທັງໝົດ 58 ໂຄງການ).

ສາມາດຕອບສະໜອງນໍ້າໃນລະດູຝົນໄດ້ 19.500 ເຮັກຕາ (ແຜນການ 34.200 ເຮັກຕາ) ແລະ ລະດູແລ້ງໄດ້ 12.000 ເຮັກຕາ (ແຜນການ 28.500 ເຮັກຕາ). ກໍາລັງສຶກສາຄວາມເປັນໄປໄດ້ເພື່ອກໍ່ສ້າງໃໝ່ 8 ໂຄງການ, ສໍາຫຼວດອອກແບບແລ້ວ 4 ໂຄງການ; ກໍ່ສ້າງປັບປຸງຄອງຊົນລະປະທານ: ຄອງດິນ, ດິນຈີ່ ແລະ ຄອງເບຕົງ ຍາວທັງໝົດ 574,66 ກິໂລແມັດ, ລື່ນແຜນການ 17,18% (ແຜນການ 490,40 ກິໂລແມັດ) ໃນນັ້ນມີແຮງງານປະຊາຊົນໄດ້ສົມທົບກໍ່ສ້າງຄອງດິນຈີ່ 60 ກິໂລແມັດ ຄິດເປັນມູນຄ່າຫຼາຍກວ່າ 7,20 ຕື້ກີບ.

ໄດ້ປ່ຽນຖ່າຍຈັກນໍ້າມັນເປັນຈັກໄດສູບນ້ຳໄຟຟ້າ 5 ໂຄງການ ເທົ່າກັບ 33,34% (ແຜນການ 15 ໂຄງການ). ໄດ້ມອບໂອນໂຄງການໃຫ້ປະຊາຊົນຄຸ້ມຄອງນຳໃຊ້ 161 ໂຄງການ ລື່ນແຜນການ 15% (ແຜນການ 140 ໂຄງການ), ຈັດຕັ້ງກຸ່ມນໍາໃຊ້ນໍ້າໄດ້ 161 ກຸ່ມ, ມີສະມາຊິກ 49.287 ຄົນ ເນື້ອທີ່ 13.316 ເຮັກຕາ.

ຂ່າວ-ພາບ: ວັນໄຊ

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ພະຍາກອນອາກາດ ເຊົ້າວັນທີ 17 ກໍລະກົດ 2021
Next Post: ຂ່າວດ່ວນ! ເສຍຊິວິດ ກໍລະນີທໍາອິດ ທີ່ ສະຫວັນນະເຂດ (ກໍລະນີທີ 5 ທົ່ວປະເທດ)

Related Posts

ອາກາດຍັງຈະໜາວເຢັນໃນຕອນກາງຄືນຫາຕອນເຊົ້າ Featured
ເສົ້າໃຈ! ຜູ້ຕິດເຊື້ອ ໂຄວິດ-19 ເສຍຊີວິດ ກໍລະນີທີ 7 ຢູ່ແຂວງຈໍາປາສັກ Featured
ເສຍຊີວິດໃໝ່ 2 ຕິດເຊື້ອເພີ່ມ 224 Featured
ຕິດເຊື້ອໃໝ່ສູງເຖິງ 848 ໃນນີ້ມີນໍາເຂົ້າ 15 ກໍລະນີ Featured
ໝາກຜົນຂອງການເປັນຄຸ່ຮ່ວມມືແບບກວມລວມ ສະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ Featured
ແຂວງຫົວພັນເພີ່ມມາດຕະການໃໝ່ຢ່າງເດັດຂາດ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme