ອັບເດດສະຖານະການ ໂຄວິດ-19 ສປປ ລາວ, ໃນເວລາ 10:30 ວັນທີ 18 ມິຖຸນາ 2021 ຄະນະສະເພາະກິດ ໄດ້ມີການຖະແຫຼງຂ່າວໃຫຮູ້ວ່າ. ໃນວັນທີ 17 ມີຖຸນາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1,479 ຕົວຢ່າງ ທົ່ວປະເທດລາວ ໃນນັ້ນມີຄົນຕິດເຊື້ອເພີ່ມ 13 ຄົນ, ໃນນີ້ ພົບຄົນຕິດເຊື່ອຈາກ 3 ແຂວງຄື:
- ນະຄອນຫຼວງວຽງຈັນ 7 ຄົນ (ຕິດເຊື້ອຈາກຊຸມຊົນ)
- ຈໍາປາສັກ 4 ຄົນ (ນໍາເຂົ້າ)
- ສະຫວັນນະເຂດ 2 ຄົນ (ນໍາເຂົ້າ)
ມາຮອດປະຈຸບັນສະພາບການລະບາດ ໂຄວິດ-19 ຂອງ ສປປ ລາວ ມີດັ່ງນີ້
- ຄົນຕິດເຊື້ອສະສົມທັງໝົດ 2047 ຄົນ (+13)
- ເສຍຊີວິດ ສະສົມ 3 ຄົນ (ໃໝ່ 0 ຄົນ)
- ປິ່ນປົວຫາຍດີທັງໝົດ ຄົນ 1931 (+7) , ແລະ
- ກໍາລັງປິ່ນປົວ 113 ຄົນ.
- ກ່ຽວກັບ 7 ຄົນ ທີ່ຕິດເຊື້ອໃໝ່ ໃນນະຄອນຫຼວງວຽງຈັນ ສມາດສັງລວມ ມີ 3 ກຸ່ມ, ດັ່ງຕໍ່ໄປນີ້:
– ກຸ່ມທີ1: ມີ 3 ຄົນແມ່ນຈາກບ້ານສີໄຄທົ່ງ, ອາຊີບ ແປພາສາ ແລະ ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ, ໄດ້ຖືກຈຳກັດບໍລິເວນທີ່ຄະນະສະເພາະກິດກຳນົດໄວ້
– ກຸ່ມທີ2: ມີ 1 ຄົນແມ່ນຈາກບ້ານໜອງດ້ວງໃຕ້ ເປັນກຸ່ມດຽວກັບຜູ້ຕິດເຊື້ອ ບ້ານ ເກົ້າລ້ຽວ
– ກຸ່ມທີ3: ມີ 1 ຄົນແມ່ນຈາກກຸ່ມຜູ້ຕິດເຊື້ອຈາກໂຮງໝໍ 5 ເມສາ
– 1 ຄົນ ແມ່ນຍັງບໍ່ທັນຮູ້ແຫຼ່ງຕິດເຊື້ອເທື່ອ ເຊິ່ງທີມງານສອບສວນ ກຳລັງລົງສອບຖາມປະຫວັດຢ່າງລະອຽດ ແລະ ຈະຖະແຫຼງໃນພາຍຫຼັງ.
– 1 ຄົນ ແມ່ນ ຈາກ ບ້ານເວີນແທ່ນ, ເມືອງ ໄຊທານີ ທີມງານກຳລັງຕິດຕໍ່ເພື່ອສອບຖາມເອົາຂໍ້ມູນລາຍລະອຽດ.
– ຄົນທີ 1:
ເພດຍິງ, ອາຍຸ 44 ປີ, ສັນຊາດລາວ, ບ້ານສີໄຄທົ່ງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວບໍ່ມີອາການຫຍັງ, ມີປະຫວັດສໍາຜັດໃກ້ສິດກັບຜູ້ຕິດເຊື້ອ, ໄປເກັບຕົວຢ່າງ ໃນວັນທີ 17 ມີຖຸນາ 2021 ຢູ່ໂຮງໝໍເສດຖາທິຣາດ ແລະ ຜົນກວດພົບເຊື້ອ.
– ຄົນທີ 2
ເພດຍິງ, ອາຍຸ 23 ປີ, ບ້ານໜອງດ້ວງໃຕ້, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວບໍ່ມີອາການຫຍັງ, ມີປະຫວັດສໍາຜັດໃກ້ສິດກັບຜູ້ຕິດເຊື້ອ (ຄົນໃນຄອບຄົວຜູ້ຕິດເຊື້ອ ແລະ ແມ່ນກຸ່ມດຽວກັນກັບຜູ້ຕິດເຊື້ອ ບ້ານເກົ້າລ້ຽວ), ໄປເກັບຕົວຢ່າງ ໃນວັນທີ 17 ມີຖຸນາ 2021 ຢູ່ ມສ ສີິໂຄດ ແລະ ຜົນກວດພົບເຊື້ອ.
– ຄົນທີ 3 :
ເພດຍິງ, ອາຍຸ 30 ປີ, ອາຊີບ: ຄ້າຂາຍ, ບ້ານສີໄຄທົ່ງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວອາການຕັນດັງ, ນ້ຳມູກໄຫຼ, ຫາຍໃຈຝືດ ແລະ ເມື່ອຍ, ມີປະຫວັດສໍາຜັດໃກ້ສິດກັບຜູ້ຕິດເຊື້ອ (ຄົນໃນຄອບຄົວຜູ້ຕິດເຊື້ອ), ໄປເກັບຕົວຢ່າງ ໃນວັນທີ 17 ມີຖຸນາ 2021 ຢູ່ ມສ ສີໂຄດ ແລະ ຜົນກວດພົບເຊື້ອ.
– ຄົນທີ 4:
ເພດຍິງ, ອາຍຸ 4 ປີ, ບ້ານສີໄຄທົ່ງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວມີອາການຕັນດັງ ແລະ ນ້ຳມູກໄຫຼ, ມີປະຫວັດສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ (ຄົນໃນຄອບຄົວຜູ້ຕິດເຊື້ອ), ໄປເກັບຕົວຢ່າງ ໃນວັນທີ 17 ມີຖຸນາ ຢູ່ ມສ ສີໂຄດ ແລະ ຜົນກວດພົບເຊື້ອ.
– ຄົນທີ 5 :
ເພດຍິງ, ອາຍຸ 18 ປີ, ບ້ານສີໄຄທົ່ງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວມີອາການ ຕັນດັງ, ນ້ຳມູກໄຫຼ ແລະ ປວດຕົນໂຕ, ມີປະຫວັດສໍາຜັດໃກ້ສິດກັບຜູ້ຕິດເຊື້ອ (ຄົນໃນຄອບຄົວຜູ້ຕິດເຊື້ອ), ໄປເກັບຕົວຢ່າງ ໃນວັນທີ 17 ມີຖຸນາ ຢູ່ ມສ ສີໂຄດ ແລະ ຜົນກວດພົບເຊື້ອ.
– ຄົນທີ 6 :
ເພດຊາຍ, ອາຍຸ: 21 ປີ, ບ້ານເວີນແທ່ນ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວມີໄຂ້, ມີປະຫວັດເດີນທາງໄປສະຖານທີ່ສ່ຽງ ທີ່ຜູ້ຕິດເຊື້ອໄດ້ເດີນທາງໄປ ເຊິ່ງໄດ້ຖະແຫຼງຂ່າວກ່ອນໜ້ານີ້ແລ້ວ, ໄປເກັບຕົວຢ່າງ ໃນວັນທີ 17 ມີຖຸນາ ຢູ່ ມສ ສີໂຄດ ແລະ ຜົນກວດພົບເຊື້ອ.
– ຄົນທີ 7 :
ເພດຊາຍ, ອາຍຸ: 27 ປີ, ອາຊີບ: ຕຳຫຼວດ, ບ້ານໂນນສະຫງ່າ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວບໍ່ມີອາການຫຍັງ, ມີປະຫວັດສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ (ກຸ່ມຜູ້ຕິດເຊື້ອຢູ່ໂຮງໝໍ 5 ເມສາ), ໄປເກັບຕົວຢ່າງ ໃນວັນທີ 17 ມີຖຸນາ ຢູ່ ມສ ສີໂຄດ ແລະ ຜົນກວດພົບເຊື້ອ.
- ເຂດສ່ຽງ/ສະຖານທີ ທີ່ຜູ້ຕິດເຊື້ອໄດ້ເດີນທາງໄປ
– ວັນທີ 08/06/2021: ໄປເຮືອນໝູ່ບ້ານໂພນຕ້ອງຈອມມະນີ
– ວັນທີ 09/06/2021 ເວລາ 12:00-13:30 ໂມງ: ໄປກິນຊີ້ນ
ດາດ ຢູ່ໄອເຕັກ