ຂປລ. ໃນວັນທີ 14 ທັນວາ 2020, ສະຖານທູດອັງກິດປະຈຳ ສປປ ລາວ, ອົງການ UNF PA ແລະ ສູນກາງສະຫະພັນແມ່ຍິງລາວ ໄດ້ເປີດທີ່ພັກຫລົບໄພແຫ່ງໃໝ່ ຢູ່ແຂວງສະຫວັນນະເຂດ ໃຫ້ແກ່ແມ່ຍິງ ແລະ ເດັກຍິງ ຜູ້ລອດຊີວິດຈາກຄວາມຮຸນແຮງ, ເຊິ່ງເປັນສ່ວນໜຶ່ງຂອງໂຄງການທີ່ຮ່ວມມືກັນ: “ສ້າງຄວາມເຂັ້ມແຂງໃນການປ້ອງກັນ ແລະ ຕອບໂຕ້ ໃນໄລຍະການແຜ່ລະບາດໂຄວິດ-19”, ເພື່ອເປັນການເພີ່ມຂີດຄວາມສາມາດ ອໍານວຍຄວາມສະດວກ ໃນແຂວງສະຫວັນນະເຂດ ໃນການສະໜອງການບໍລິການທີ່ຈໍາເປັນ ເປັນຕົ້ນ ການບໍລິການທາງດ້ານສັງຄົມ, ສຸຂະພາບ ແລະ ກົດໝາຍ ເພື່ອຊຸກຍູ້ໃຫ້ແມ່ຍິງ ແລະ ເດັກຍິງຜູ້ລອດຊີວິດ ຊອກຫາການຊ່ວຍເຫລືອ ແລະ ອອກຈາກວົງຈອນຄວາມຮຸນແຮງພາຍໃນຄອບຄົວ ແລະ ສະຖານະການ ທີ່ຖືກຄຸກຄາມຕ່າງໆຫລາຍຂຶ້ນ.
ມາຮອດປັດຈຸບັນ ສປປ ລາວ ແມ່ນມີທີ່ພັກຫລົບໄພ 2 ແຫ່ງ ທີ່ໃຫ້ບໍລິການ ຄື ໃນນະຄອນ ຫລວງວຽງຈັນ ແລະ ສະຫວັນນະເຂດ. ພ້ອມກັນນີ້, ຍັງມີ “ເຮືອນເພື່ອນມິດ” (Women’s Friendly Spaces) ສອງແຫ່ງ ໃນເມືອງສະ ໜາມໄຊ, ແຂວງອັດຕະປື ທີ່ບໍລິການແກ່ແມ່ຍິງ ແລະ ເດັກຍິງຜູ້ລອດຊີວິດຈາກຄວາມຮຸນແຮງ, ເຊິ່ງສູນກາງສະຫະພັນແມ່ຍິງລາວ ໄດ້ສະເໜີ ວິທີການແບບຮອບດ້ານ (holistic approach) ທີ່ປະກອບໄປດ້ວຍ ທີ່ພັກຫລົບໄພ, ການເບິ່ງແຍງສຸຂະພາບ, ອາຫານ ແລະ ເຄື່ອງນຸ່ງຫົ່ມສໍາລັບຜູ້ລອດຊີວິດ ແລະ ລູກຂອງພວກເຂົາ ລວມເຖິງການໃຫ້ຄໍາປຶກສາທາງດ້ານສຸຂະ ພາບທາງຈິດ ແລະ ສະພາບຈິດໃຈ, ທັກສະຊີວິດ ແລະ ການຝຶກອົບຮົມວິຊາຊີບ.
ທ່ານ ນາງ ມາຣຽມ ເອຄານ ຜູ້ຕາງໜ້າອົງການສະຫະປະຊາຊາດ ກອງທຶນສຳລັບປະຊາ ກອນ ໄດ້ກ່າວຢ້ຳເຖິງຄວາມຈຳເປັນ ທີ່ຕ້ອງເອົາວາລະນີ້ ເຂົ້າໃນແຜນປະຕິບັດງານຂອງແຂວງສະ ຫວັນນະເຂດ ແລະ ຕິດຕາມການຈັດຕັ້ງປະຕິບັດ.
ການເຂົ້າເຖິງພື້ນທີ່ປອດໄພ ແມ່ນປັດໄຈສຳຄັນໃນການຕັດສິນໃຈຂອງແມ່ຍິງ ແລະ ເດັກຍິງທີ່ຈະໜີອອກຈາກສະຖານະການຄວາມຮຸນແຮງ. ອົງການອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ມີຄວາມຍິນດີຢ່າງສູງທີ່ໄດ້ຮ່ວມມືນຳລັດຖະ ບານອັງກິດ, ສະຫະພັນແມ່ຍິງລາວ ເພື່ອໃຫ້ແຂວງສະຫວັນນະເຂດ ສາມາດສ້າງ ແລະ ຮັກສາທີ່ພັກອາໄສນີ້ໄດ້.
ທ່ານ ຈອນ ເພຍສອນ ເອກອັກຄະລັດຖະທູດອັງກິດ ປະຈຳ ສປປລາວ ໄດ້ກ່າວວ່າ: ການປ້ອງກັນການໃຊ້ຄວາມຮຸນແຮງ ແລະ ການສະໜັບສະໜູນ ຄວາມສະເໝີພາບ ລະຫວ່າງຍິງ-ຊາຍ ແມ່ນຈຸດປະສົງຫລັກ ສຳລັບລັດຖະບານອັງກິດໃນທົ່ວໂລກ ແລະ ໃນປະເທດລາວ. ເມື່ອບໍ່ດົນມານີ້ ສະຖານທູດອັງກິດ ໄດ້ສະໜັບສະໜູນໂຄງການສຳລັບແມ່ຍິງ ແລະ ເດັກຍິງ ຜ່ານສະຫະພັນຣັກບີ້ລາວ, ໃຫ້ທືນແກ່ອົງການ Aide et Action ແລະ Lone buffalo, ຂ້ອຍແມ່ນມີຄວາມດີໃຈຫລາຍທີ່ພວກເຮົາສາມາດສະໜັບສະໜູນທີ່ພັກຫລົບໄພ ໃນແຂວງສະຫວັນນະເຂດ, ເຊິ່ງມີທ່າແຮງໃນການປັບ ປຸງຊີວິດຂອງເດັກຍິງ ແລະ ແມ່ຍິງຫລາຍຄົນ.