Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ກົມໃຫຍ່ເສນາທິການກອງທັບ ຈັດພິທີມອບ-ຮັບເງິນຊົດເຊີຍໃຫ້ພະນັກງານພັກການຮັບບຳນານ

Posted on 01/09/202001/09/2020 By ປະກາດ Pakaad No Comments on ກົມໃຫຍ່ເສນາທິການກອງທັບ ຈັດພິທີມອບ-ຮັບເງິນຊົດເຊີຍໃຫ້ພະນັກງານພັກການຮັບບຳນານ

ໃນວັນທີ 31 ສິງຫາ ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດພິທີມອບ-ຮັບເງິນຊົດ ເຊີຍ ໃຫ້ພະນັກງານພັກການຮັບບໍາ ນານທົ່ວກົມໃຫຍ່ເສນາທິການ ກອງທັບ ໂດຍການເປັນປະທານ ຂອງສະຫາຍ ພົນຕີ ຈັນທອງ ສອນຕະອາດ ກຳມະການຄະນະ ພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິ ການກອງທັບ, ມີຄະນະນຳກົມ ໃຫຍ່, ກົມ, ຫ້ອງການ, ກອງ, ພະນັກງານຫຼັກແຫຼງ ແລະ ຕາງ ໜ້າ ຜູ້ທີ່ໄດ້ຮັບບໍານານເຂົ້າຮ່ວມ.

ສະຫາຍ ພັນໂທ ເທບພະ ພອນ ຫອມດີ ຮອງຫົວໜ້າຫ້ອງ ການເມືອງກົມໃຫຍ່ເສນາທິການ ກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດວ່າ ດ້ວຍການຄິດໄລ່ເງິນເດືອນບຳ ນານ ແລະ ເງິນອຸດໜູນເທື່ອທຳ ອິດ ໃຫ້ນາຍທະຫານພັກການຮັບ ບໍານານ ໃນນີ້ຢູ່ກົມໃຫຍ່ເສນາທິ ການກອງທັບ ໄດ້ຮັບບຳນານ ແລະ ໄດ້ຮັບເງິນຊົດເຊີຍ 15% ຈຳນວນ 17 ສະຫາຍ ລວມເປັນ ເງິນທັງໝົດ 370.314.060 ກີບ. ໂອກາດນີ້, ສະຫາຍ ພົນຕີ ຈັນ ທອງ ສອນຕະອາດ ໄດ້ໃຫ້ກຽດ ໂອ້ລົມຕໍ່ບັນດາພະນັກງານ ແລະ ຕາງໜ້າຄອບຄົວຜູ້ທີ່ໄດ້ຮັບເງິນ ຊົດເຊີຍ 15% ໃນຄັ້ງນີ້ວ່າ:

”ນີ້ ແມ່ນນະໂຍບາຍຂອງພັກ-ລັດ ມີຄວາມເອົາໃຈໃສ່, ເປັນຫ່ວງ ເປັນໄຍ ແລະ ຮູ້ບຸນຄຸນຕໍ່ບັນດາສະ ຫາຍທີ່ໄດ້ອຸທິດຊີວິດ, ເຫື່ອແຮງ ສະຕິປັນຍາ ປະກອບສ່ວນໃນ ພາລະກິດປະຕິ ວັດຜ່ານມາພ້ອມ ນີ້ ກໍໄດ້ຮຽກຮ້ອງໃຫ້ພ້ອມກັນ ສືບຕໍ່ເສີມຂະຫາຍມູນເຊື້ອຂອງ ພະນັກງານປະຕິວັດ, ເສີມສ້າງ ຄວາມສາມັກຄີ, ຍົກສູງຄວາມ ເປັນແບບຢ່າງນຳໜ້າ ແລະ ຕັ້ງໜ້າ ປະກອບສ່ວນເຂົ້າໃນການສຶກ ສາອົບຮົມລູກຫຼານຂອງຕົນ ໃຫ້ກາຍເປັນພົນລະເມືອງດີຂອງ ປະເທດຊາດ, ສືບຕໍ່ສ້າງສາ ແລະ ພັດທະນາ ເພື່ອເຮັດໃຫ້ຊີວິດ ການເປັນຢູ່ຂອງຄອບຄົວດີຂຶ້ນ ເລື້ອຍໆ.”

ໂດຍ: ອາຫວຸ້ນ

ຂ່າວສານບ້ານເມືອງ

Post navigation

Previous Post: ນະວັດຕະກຳ ໂດຍຄົນໄທເພື່ອເປັນ ໜຶ່ງ ໃນ 100 ເຕັກໂນໂລຢີຊັ້ນນໍາ “Elide Fire Ball”
Next Post: ການຮັກສາສຸຂະພາບ ສ່ອງທຸລະກິດທີ່ໜ້າສົນໃຈ Immune Booster

Related Posts

ແຂວງຈຳປາສັກ ແລະ ຈັງຫວັດອຸບົນຣາຊະທານີ ເພີ່ມທະວີການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ Featured
ອ່ານດ່ວນ! ແຂວງວຽງຈັນອອກຄໍາສັ່ງໃໝ່ຮອດ 8 ຕຸລາ Featured
ນໍ້າຖ້ວມຂົວເຊຈໍາພອນແລ້ວ ປະຊາຊົນລະວັງໄພນໍ້າຖ້ວມ ຂ່າວສານບ້ານເມືອງ
ເຈົ້າແຂວງສາລະວັນ ລົງຕິດຕາມສະພາບນໍ້າຖ້ວມບ້ານຫ້ວຍແສງ ເມືອງເລົ່າງາມ Featured
ຂໍ້ມູນຜູ້ຕິດເຊື້ອໃນຊຸມຊົນ 54 ຄົນ ຢູ່ 9 ແຂວງ! ຖະແຫຼງຂ່າວ 1 ກັນຍາ 2021 Featured
ອ່ານດ່ວນລະບຽບການຂີ່ລົດໄຟລາວ-ຈີນ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme