Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ສໍາເລັດ ແຕ້ມເສັ້ນທາງຈາລະຈອນ 8 ເສັ້ນ ໃນນະຄອນຫຼວງວຽງຈັນ ງົບ 7,4 ຕື້ກີບ

Posted on 24/06/202028/06/2020 By ປະກາດ Pakaad No Comments on ສໍາເລັດ ແຕ້ມເສັ້ນທາງຈາລະຈອນ 8 ເສັ້ນ ໃນນະຄອນຫຼວງວຽງຈັນ ງົບ 7,4 ຕື້ກີບ

ບັນດາເສັ້ນທາງສາຍຫຼັກຂອງນະຄອນຫຼວງວຽງຈັນ ແມ່ນໄດ້ມີການຮື້ເສັ້ນຂີດເກົ່າທີ່ລຸ່ຍຫ້ຽນໄປຕາມການເວລາ ແລະ ຂີດເສັ້ນໃໝ່ແທນ ເຊິ່ງຕ່າງຈາກເກົ່າເລັກນ້ອຍ ຈະມີທັງສີຂາວດຳ, ສີຂາວເຫຼືອງປະປົນກັນໄປ ແປກໆຕາໄປໜ້ອຍໜຶ່ງເຮັດໃຫ້ຫຼາຍຄົນສັບສົນເລື່ອງການຈອດລົດ ແຕ່ນັ້ນບໍ່ແມ່ນປະເດັນ ອັນທີ່ແອັດຍົກມາມື້ນີ້ຄືເພິ່ນໄດ້ປັບປຸງເສັ້ນຂີດໃໝ່ທັງໝົດ 8 ເສັ້ນໃຫຍ່ ແລະໃຊ້ງົບປະມານຫຼາຍເຖິງ 7,4 ຕື້ກີບຖືວ່າບໍ່ໜ້ອຍເລີຍ.

ໂຄງການປັບປຸງແຕ້ມເສັ້ນ, ໄຟອໍານາດ ແລະ ຕິດຕັ້ງປ້າຍຈະລາຈອນ ຈໍານວນ 8 ເສັ້ນທາງຫລັກພາຍໃນນະ ຄອນຫລວງວຽງຈັນ ໄດ້ສຳເລັດຮຽບຮ້ອຍແລ້ວ, ພາຍ ຫລັງເລີ່ມລົງມືປັບປຸງນັບແຕ່ທ້າຍເດືອນກຸມພາ 2020 ເປັນຕົ້ນມາ ໂດຍແມ່ນພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນ ເປັນເຈົ້າຂອງໂຄງການ ແລະ ຮັບເໝົາໂດຍບໍລິສັດ ລາວມາກເກີ່ ຈໍາກັດ, ມູນຄ່າຂອງໂຄງ ການທັງໝົດ 7,4 ຕື້ກີບໂດຍນຳໃຊ້ງົບປະມານຂອງກອງທຶນຄວາມປອດໄພທາງຖະໜົນ ປະຈຳປີ 2020.

ທ່ານ ບຸນມີ ວ່ອງສູນສ້ຽວ, ຜູ້ອໍານວຍການບໍລິສັດ ລາວມາກເກີ່ ຈໍາກັດ ໃຫ້ສໍາພາດວ່າ: 8 ເສັ້ນທາງຫລັກທີ່ນອນຢູ່ໃນໂຄງການ ລວມມີ: ຖະໜົນໄກສອນ ພົມວິ ຫານ ຍາວ 10,7 ກິໂລແມັດ, ຖະໜົນໜອງບອນ 3,47 ກິໂລ ແມັດ, ຖະໜົນສາມແສນໄທ 3,2 ກິໂລແມັດ, ຖະໜົນເສດຖາທິລາດ 2 ກິໂລແມັດ, ຖະໜົນເຈົ້າຟ້າງຸ່ມ 2,6 ກິໂລ ແມັດ, ຖະໜົນສຸພານຸວົງ 6 ກິໂລແມັດ, ຖະໜົນລ້ານຊ້າງ 1,2 ກິໂລແມັດ ແລະ ຖະໜົນທ່າເດື່ອ ຍາວ 10,5 ກິໂລ ແມັດ ໂດຍໄດ້ອະນາໄມເອົາສີແຕ້ມເສັ້ນທາງເກົ່າອອກແລ້ວແຕ້ມສີໃສ່ໃໝ່ແທນ. ພ້ອມນີ້ ໄດ້ປັບປຸງປ້າຍ ແລະ ໄຟອໍານາດຕາມເສັ້ນທາງເປົ້າໝາຍຄືນໃໝ່ທັງໝົດ.

ຜູ້ອໍານວຍການບໍລິສັດ ລາວມາກເກີ່ ຈໍາກັດ ໃຫ້ຮູ້ຕື່ມວ່າ: ຜ່ານການປະຕິບັດວຽກງານຕົວຈິງເຫັນວ່າສໍາເລັດຊ້າກ່ວາແຜນການທີ່ກໍານົດໄວ້ເລັກຫນ້ອຍ ເນື່ອງຈາກໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ພະນັກງານ ແລະ ກໍາມະກອນຂອງບໍລິສັດຕ້ອງຢຸດເຮັດວຽກງານຫລາຍກ່ວາ 20 ມື້. ແຕ່ດ້ວຍຄວາມເອົາໃຈໃສ່ຂອງບໍລິສັດ ແລະ ການຊີ້ນໍາຂອງເຈົ້າຂອງໂຄງການຢ່າງໃກ້ສິດ ເຮັດໃຫ້ມາຮອດປັດຈຸບັນ ທຸກໜ້າວຽກຂອງໂຄງການສໍາເລັດໝົດແລ້ວ ຄາດວ່າຈະມີພິທີມອບ-ຮັບຜົນສໍາເລັດຂອງໂຄງການກັບພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນ ພາຍໃນເດືອນມິຖຸນາ 2020 ນີ້.

ຂ່າວສານບ້ານເມືອງ

Post navigation

Previous Post: ຄລິບທາງດ່ວນເຂດເມືອງວັງວຽງ
Next Post: ນັກຮຽນເຈັບທ້ອງ ແລະ ອາການຜິດປົກກະຕິ ກະທັນຫັນ ຫຼາຍຄົນ ຫຼັງກິນຢາຂ້າແມ່ທ້ອງ

Related Posts

ຂ່າວດ່ວນ! ມີຄົນເຈັບເສຍຊີວິດ ຢູ່ຫ້ອງນໍ້າ ໂຮງໝໍແຂວງສະຫວັນນະເຂດ Featured
ນະຄອນຫຼວງວຽງຈັນໜັກສຸດມື້ນີ້ທົ່ວປະເທດກາຍພັນຄົນ Featured
ທ່ານລັດຖະມົນຕີກະຊວງສຶກສາທິການ ແລະກິລາ ສົ່ງສານອວຍພອນວັນຄູແຫ່ງຊາດຄົບຮອບ 26 ປີ Featured
ຄົນເຂົ້າ-ອອກເມືອງດ່ານສາກົນບໍ່ເຕ່ນ ຍັງບໍ່ທັນຟົດຟື້ນ Featured
ຂ່າວດ່ວນ! ອຸດົມໄຊ ສັ່ງໂຈະການໂດຍສານພາຍໃນແຂວງ ແລະ ຕ່າງແຂວງ Featured
ຂໍ້ມູນປະຫວັດການເຄື່ອນໄຫວຂອງຜູ້ຕິດເຊື້ອໂຄວິດ ທັງສອງ ຂອງວັນທີ 20 ເມສາ 2021 Uncategorized

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme